ຂ່າວສານ

ອາຊຽນ ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ແຕ່ວັນທີ 10 – 13 ພະຈິກ. ບັນດາກອງປະຊຸມຄັ້ງນີ້ເປັນຂີດໝາຍໃນການເຊື່ອມຕໍ່ບັນດາການແລກປ່ຽນ, ການໂອ້ລົມສົນທະນາແບບເຊິ່ງໜ້າລະຫວ່າງບັນດາການນຳຄືນໃໝ່ ພາຍຫຼັງກ່ວາສອງປີຖືກຕັດຕອນຍ້ອນໂລກລະບາດ.

ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດໄດ້ແລກປ່ຽນກ່ຽວກັບບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ເທົ່ານັ້ນ ຫາກຍັງໄດ້ກຳນົດທິດ, ປັບປຸງການພົວພັນລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືອີກດ້ວຍ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳປະເທດຕ່າງໆເຂົ້າຮ່ວມກອງປະຊຸມ  

ດ້ວຍລາຍການເຮັດວຽກກ່ວາ 20 ການເຄື່ອນໄຫວໃນເວລາບໍ່ຮອດ 4 ວັນ, ການນຳບັນດາປະເທດສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພ້ອມກັບ 10 ຄູ່ຮ່ວມມືຈະແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງກ່ຽວກັບຫຼາຍເນື້ອໃນທີ່ກ່ຽວຂ້ອງເຖິງການສ້າງປະຊາຄົມ ອາຊຽນ, ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ແບ່ງປັນທັດສະນະກ່ຽວກັບການກຳນົດທິດມາດຕະການໃຫ້ແກ່ຫຼາຍບັນຫາຂອງພາກພື້ນ ແລະ ສາກົນ. ຄາດວ່າ, ມີເອກະສານປະມານ 100 ສະບັບຈະໄດ້ຍື່ນສະເໜີຕໍ່ການນຳບັນດາປະເທດຮັບຮອງເອົາ.

ເພີ່ມທະວີການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື

ໄປຄຽງຄູ່ກັບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ນັ້ນ, ໃນໂອກາດນີ້, ກຳປູເຈຍ ຍັງໄດ້ຈັດກອງປະຊຸມສຸດຍອດ ອາຊຽນ +1, ກອງປະຊຸມສຸດຍອດອາຊຽນ +3, ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS), ການສົນທະນາທົ່ວໂລກ ອາຊຽນ ຄັ້ງທີ 2 (ດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆຄື: ທະນາຄານໂລກ, ອົງການການຄ້າໂລກ, ກອງທຶນເງິນຕາສາກົນ, ທະນາຄານພັດທະນາ ອາຊີ…).

ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ມີຄວາມໝາຍສຳຄັນພິເສດ. ບັນດາການຜັນແປທີ່ສັບສົນໄລຍະມໍ່ໆມານີ້ໃນສະພາບການຄວາມໝັ້ນຄົງ, ເສດຖະກິດພາກພື້ນ ແລະ ທົ່ວໂລກພວມຕ້ອງການໄດ້ຮັບການປຶກສາຫາລື, ຊອກຫາມາດຕະການຈາກບັນດາການນຳ ອາຊຽນ ແລະ ຄູ່ຮ່ວມມືຢ່າງສົມເຫດສົມຜົນ. ນີ້ແມ່ນສິ່ງທ້າທາຍ ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ຢັ້ງຢືນບົດບາດໃຈກາງ ກໍ່ຄືຄວາມສາມາດປະກອບສ່ວນສຳຄັນໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາລວມນີ້.

ປະຈຸບັນ, ອາຊຽນ ໄດ້ສ້າງການພົວພັນຮ່ວມມືທີ່ສະໜິດແໜ້ນກັບຫຼາຍປະເທດ ແລະ ອົງການສຳຄັນ, ໃນນັ້ນ, ມີປະເທດໃຫຍ່ທຸກໆປະເທດ.

 ເວທີປາໄສ, ກົນໄກຕ່າງໆໂດຍ ອາຊຽນ ລິເລີ່ມ ແລະ ນຳພາໄດ້ດຶງດູດການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືເຂົ້າໃນການຮ່ວມມືພາກພື້ນ. ເບິ່ງລວມແລ້ວ, ບັນດາຄູ່ຮ່ວມມືຖືການພົວພັນນີ້ເປັນສຳຄັນ ແລະ ຍູ້ແຮງການຮ່ວມມືຮອບດ້ານກັບ ອາຊຽນ ທັງຂົງເຂດຫຼາຍຝ່າຍ ແລະ ສອງຝ່າຍ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະ ອີງຕາມກົດໝາຍ.

ອາຊຽນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP) ກັບ ຈີນ ແລະ ອົດສະຕາລີ ປີ 2021, ປະກາດສ້າງຕັ້ງ CSP ກັບ ອາເມລິກາ ແລະ ອິນເດຍ ເນື່ອງໃນໂອກາດຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ກໍຄືພິຈາລະນາຂໍ້ສະເໜີຂອງບັນດາຄູ່ຮ່ວມມືອື່ນໆຄື: ຍີ່ປຸ່ນ, ສ ເກົາຫຼີ … ທ່ານ Prak Sokhonn, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ, ໃຫ້ຮູ້ວ່າ:

 “ອາຊຽນ ຢັ້ງຢືນໄດ້ກຳລັງແຮງ ແລະ ຄວາມໝັ້ນຄົງໃນສະພາບການມີສິ່ງທ້າທາຍຫຼາຍຢ່າງເກີດຂຶ້ນຢູ່ພາກພື້ນ ແລະ ຢູ່ໃນໂລກ. ພວກເຮົາສືບຕໍ່ສ້າງນ້ຳໃຈສາມັກຄີເພື່ອບັນລຸໄດ້ເປົ້າໝາຍສ້າງວິໄສທັດປະຊາຄົມອາຊຽນ ປີ 2025 ຍືນຍົງ, ປັບປຸງການພົວພັນກັບບັນດາຄູ່ຮ່ວມມື”.

ຫວຽດນາມ ສວມບົດບາດສຳຄັນໃນການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື

ຫວຽດນາມ ໄດ້ກຳນົດການຮ່ວມມືລະຫວ່າງ ອາຊຽນ ກັບບັນດາປະເທດແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ແລະ ຍາມໃດກໍ່ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນຫານີ້. ຕາມທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ໄດ້ສວມບົດບາດສ້າງການພົວພັນລະຫວ່າງ ອາຊຽນ ແລະ EU. ໃນຕະຫຼອດໄລຍະທາງທີ່ຜ່ານມາ, ຍາມໃດ ຫວຽດນາມ ກໍ່ຮ່ວມເດີນທາງຢ່າງຕັ້ງໜ້າ, ປະກອບສ່ວນ ຢ່າງມີຄວາມຮັບຜິດຊອບໃຫ້ແກ່ຜົນສຳເລັດ, ບົດບາດນັບມື້ນັບໃຫຍ່ຫຼວງຂອງ ອາຊຽນ.

ສ່ວນທ່ານ Satvinder Singh, ຮອງເລຂາທິການໃຫຍ່ ອາຊຽນ, ຮັບຜິດຊອບປະຊາຄົມ ເສດຖະກິດ, ໃຫ້ຮູ້ວ່າ:

“ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການເຊື່ອມໂຍງ ອາຊຽນ. ທຸກໆຂົງເຂດ ຫວຽດນາມ ພວມເຄື່ອນໄຫວໄດ້ເປັນຢ່າງດີຢ່າງແທ້ຈິງ”.

ໃນຂະນະນັ້ນ, ທ່ານ Lim Jock Hoi, ເລຂາທິການໃຫຍ່ ອາຊຽນ ຖືວ່າ: ຫວຽດນາມ ໄດ້ຍົກລະດັບ ອາຊຽນ ໃນເວທີສາກົນ:

“ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງ ອາຊຽນ ແລະ ນັບແຕ່ເມື່ອເຂົ້າຮ່ວມວິວັດການເຊື່ອມໂຍງຂອງພາກພື້ນ ແລະ ວິວັດການສ້າງປະຊາຄົມນັ້ນ, ພິເສດແມ່ນເວລາ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 1998, 2010, ກໍ່ຄືປີ 2020. ຫວຽດນາມ ໄດ້ສະແດງບົດບາດສຳຄັນໃນການປະຕິບັດບັນດາການກຳນົດທິດບຸລິມະສິດພາກພື້ນ, ໃນນັ້ນ, ມີຄວາມມານະພະຍາຍາມລວມຂອງ ອາຊຽນ ເພື່ອຮັບມືກັບໂລກລະບາດໂຄວິດ - 19. ຫວຽດນາມ ກໍ່ປະກອບສ່ວນສ້າງຜົນສະທ້ອນລວມໃນວິວັດການເຊື່ອມໂຍງຂອງພາກພື້ນເວົ້າລວມ. ໃນກ່ວາ 27 ປີທີ່ກາຍເປັນສະມາຊິກ ອາຊຽນ ນັ້ນ, ຫວຽດນາມ ໄດ້ຍົກທີ່ຕັ້ງບົດບາດຂອງ ອາຊຽນ ບົນເວທີສາກົນ”.

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນໃນການຮ່ວມມືກັບ ອາຊຽນ ກໍ່ຄືການພົວພັນຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຍ້ອນເຫດນັ້ນ, ຫວຽດນາມ ຈະມານາພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນເສັ້ນທາງແຫ່ງການພັດທະນາລວມຂອງສະມາຄົມ, ຊຸກຍູ້ການສົນທະນາ, ເພີ່ມທະວີການຮ່ວມມື, ແກ້ໄຂຄວາມແຕກໂຕນກັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື./.


top