ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ສ່ວຍໃຫ້ບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.
                                        ໄທ ຈະເປັນປະທານຈັດກອງປະຊຸມຜູ້ບັນຊາການຕະຫຼວດບັນດາປະເທດ ອາຊຽນ ຄັ້ງທີ 43 (ASEANAPOL-43), ແຕ່ວັນທີ 03 – 07 ພະຈິກ 2025 ຢູ່ນະຄອນຫຼວງ ບາງກອກ, ດ້ວຍຫົວຂໍ້ “ຮ່ວມມືກັນກະທຳ: ມ້າງທຳລາຍການຫຼອກລວງ, ສະກັດກັ້ນການສໍ້ໂກງ ແລະ ປົກປ້ອງປະຊາຊົນ”. ກອງປະຊຸມຄັ້ງນີ້ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນແມ່ນເຈົ້າໜ້າທີ່ຕຳຫຼວດ, ຄວາມໝັ້ນຄົງຂັ້ນສູງບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມມືຕ່າງປະເທດ ແລະ ນັກສັງເກດການສາກົນ.
      ໃນຂອບເຂດກອງປະຊຸມຄັ້ງນີ້, ບັນດາຄະນະກຳມະການຂຶ້ນກັບ, ກຸ່ມເຮັດວຽກ ແລະ ວາລະເຮັດວຽກ 2 ຝ່າຍຈະສຸມໃສ່ປຶກສາຫາລືການຍົກສູງປະສິດທິຜົນບັນດາຂອບເຂດການຮ່ວມມື ແລະ ກົນໄກສົມທົບກັນ, ດ້ວຍເປົ້າໝາຍປະຕິກິຍະຢ່າງວ່ອງໄວ ແລະ ສະກັດກັ້ນບັນດາການເຄື່ອນໄຫວຂອງອາດຊະຍາກຳຢ່າງທັນການ. ຕຳຫຼວດ ໄທ ຫວັງວ່າ ໝາກຜົນຂອງກອງປະຊຸມນີ້ ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາອົງການປະຕິບັດກົດໝາຍ, ສ່ວຍໃຫ້ບັນດາປະເທດຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.