ຂ່າວສານ

ອາຊຽນ ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈຕໍ່ບັນຫາທະເລຕາເວັນອອກ

      ຕອນຄ່ຳວັນທີ 6 ສິງຫາ, ໃນແວບໄຊທາງການ ອາຊຽນ 2017 ຂອງ ຟີລິບປິນ ໄດ້ລົງແຈ້ງການຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50. 

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ ທີ່ກອງປະຊຸມ
      ແຈ້ງການໄດ້ສຳຫຼວດກວດຄືນ, ຕີລາຄາ ແລະ ວາງອອກທິດທາງລະອຽດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາແຜນການສັງລວມ ກ່ຽວກັບການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ. ກ່ຽວກັບການພົວພັນການຕ່າງປະເທດ, ອາຊຽນ ຢືນຢັນ ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມເຈລະຈາ, ຢືນຢັນຄືນໃໝ່ການຮັກສາບົດບາດໃຈກາງ ແລະ ຄວາມສາມັກຄີຂອງ ອາຊຽນ ໃນການສ້າງໂຄງປະກອບພາກພື້ນ ໃຫ້ເປັນຮູບປະທຳ, ອີງໃສ່ບັນດາກົນໄກ ໂດຍ ອາຊຽນ ນຳພາຄື ອາຊຽນ +1, ອາຊຽນ+3, ເວທີປາໄສພາກພື້ນ ARF… ໃນແຈ້ງການຮ່ວມກໍ່ມີບັນດາຖະແຫຼງການລະຫວ່າງ ອາຊຽນ ກັບແຕ່ລະຄູ່ຮ່ວມມື.
        ກ່ຽວກັບບັນດາບັນຫາສາກົນ, ໃນນັ້ນມີບັນຫາທະເລຕາເວັນອອກ, ແຈ້ງການໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ ອາຊຽນ ບາງທ່ານໄດ້ສະແດງຄວາມວິຕົກວັງວົນກ່ຽວກັບບັນຫາບູລະນະເນື້ອທີ່ດິນ ແລະ ບັນດາການເຄື່ອນໄຫວຢູ່ບັນດາພາກພື້ນອາດຈະເຮັດໃຫ້ຄວາມເຊື່ອໝັ້ນຖືກຫລຸດລົງ, ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ທຳລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ແຈ່ງການກໍ່ຢືນຢັນຄືນໃໝ່ຄວາມສຳຄັນໃນການຮັກສາ ແລະ ເພີ່ມທະວີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ໃນແຈ້ງການຮ່ວມ, ບັນດາປະເທດ ອາຊຽນ ກໍ່ເຕື້ອງເຖິງບັນຫາຮັບມືກັບໄພນາບຂູ່ກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ບັນດາການຜັນແປໃນແຫຼມ ເກົາຫຼີ ແລະ ສະພາບການຢູ່ຕາເວັນອອກກາງ.
 (ແຫຼ່ງຄັດຈາກ VOV)

top