ຂ່າວສານ

ອາຊຽນ ຮຽກຮ້ອງໃຫ້ຍູ້ແຮງການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ

      ເພື່ອຮັບປະກັນໃຫ້ ອາຊຽນ ມີກຳລັງຄວາມສາມາດຟື້ນຟູ ແລະ ຍືນຍົງ ສອດຄ່ອງກັບແຜນການສັງລວມຂອງປະຊາຄົມ ອາຊຽນ ປີ 2025 ນັ້ນ, ຕ້ອງກະກຽມໃຫ້ເປັນຢ່າງດີເພື່ອຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ.
(ພາບປະກອບ: AFP/TTXVN)
      ຄະນະເລຂາ ອາຊຽນ ຫາກໍຈັດຕັ້ງກອງປະຊຸມປະສານງານຄັ້ງທີ 17 ກ່ຽວກັບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOC – COM) ແນໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດດິນຟ້າອາກາດຢູ່ພາກພື້ນ. ທ່ານເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ ອາຊຽນ   ຮັບຜິດຊອບປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ໄດ້ເນັ້ນໜັກວ່າ: ເພື່ອຮັບປະກັນໃຫ້ ອາຊຽນ ມີກຳລັງຄວາມສາມາດຟື້ນຟູ ແລະ ຍືນຍົງ ສອດຄ່ອງກັບແຜນການສັງລວມຂອງປະຊາຄົມ ອາຊຽນ ປີ 2025 ນັ້ນ, ຕ້ອງກະກຽມໃຫ້ເປັນຢ່າງດີເພື່ອຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ.
      ກອງປະຊຸມກໍໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວ ແລະ ຂໍ້ລິເລີ່ມດິນຟ້າອາກາດໂດຍ ສູນຊີວະນາໆພັນ ອາຊຽນ ປະຕິບັດ, ໂດຍສະເພາະແມ່ນການສ້າງຮ່າງກອບຊີວະນາໆພັນທົ່ວໂລກ ສະບັບທີ 1 ຫຼັງປີ 2020./.
(ແຫຼ່ງຄັດຈາກ VOV)


top