ອາຊຽນ

ອາຊຽນ ສ້າງສາງ ອຸປະກອນການແພດ ຢ່າງຮີບດ່ວນ

ຕໍ່ໜ້າສະພາບການຜັນແປຢ່າງສັບສົນ ຂອງ ການລະບາດ ໂຄວິດ-19, ເສີມຂະຫຍາຍບົດບາດເປັນປະທານ ອາຊຽນ ແລະ ບົນຈິດໃຈ “ຄວາມສາມັກຄີ ແລະ ການປັບຕົວຢ່າງຕັ້ງໜ້າ”, ຫວຽດນາມ ໄດ້ເປັນເຈົ້າການ ຢ່າງຕັ້ງໜ້າໃນການຊຸກ ຍູ້ຄວາມພະຍາຍາມລວມ, ໃນນັ້ນມີເປົ້າໝາຍ ສ້າງສາງ ສະ ສົມອຸປະກອນການແພດ ໃຫ້ແກ່ພາກພື້ນ. 
ໃນບັນດາກອງປະຊຸມສຸດຍອດຂອງ ອາຊຽນ ເຊິ່ງໄດ້ຈັດຂຶ້ນແຕ່ຕົ້ນປີ 2020 ເຖິງປັດຈຸບັນ, ບັນດາຜູ້ນຳ ພວມຊຸກຍູ້ການສ້າງສາງສະສົມອຸປະກອນການແພດ ທີ່ຈຳເປັນ ເພື່ອຕອບສະ ໜອງໃຫ້ແກ່ຄວາມຕ້ອງການຢ່າງຮີບດ່ວນ ໃນສະພາບການ ລະບາດ ໂຄວິດ-19 ພວມຜັນແປຢ່າງສັບສົນ; ສ້າງ ເຄືອຂ່າຍ ຜູ້ຊ່ຽວຊານດ້ານສາທາລະນະສຸກຂອງ ອາຊຽນ ກັບ ຄູ່ຮ່ວມມື ເພື່ອແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ໃນການຄວບ ຄຸມ ແລະ ປິ່ນປົວໃຫ້ແກ່ຄົນເຈັບ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໃຫ້ຮູ້ວ່າ ເປັນອົງການຈັດຕັ້ງທີ່ສວມບົດບາດໃຈກາງໃນພາກພື້ນ, ອາຊຽນ ເປັນຫຼັງເຮືອນລວມເພື່ອໃຫ້ບັນດາປະເທດສະມາຊິກ ພ້ອມກັນຜ່ານຜ່າການລະບາດໂຄວິດ-19.ຕັ້ງແຕ່ຕົ້ນປີນີ້, ໃນຖານະເປັນປະທານ ອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກ ໄດ້ກຳນົດ ຫົວຂໍ້ລວມ ຂອງ ປີ 2020 ແມ່ນ “ອາຊຽນ: ສາມັກຄີ ແລະ ການປັບຕົວຢ່າງຕັ້ງ ໜ້າ” ແນໃສ່ຍູ້ແຮງວຽກງານ ສ້າງປະຊາຄົມ ແລະ ເສີມຂະ ຫຍາຍບົດບາດຂອງ ອາຊຽນ ໃນໂລກ ທ່ີຜັນແປ. ຕັ້ງແຕ່ການ ລະບາດໂຄວິດ-19 ເກີດຂຶ້ນ ເຖິງປັດຈຸບັນ, ຫວຽດນາມ ພ້ອມ ກັບສະມາຊິກ ອາຊຽນ ສະແດງໃຫ້ເຫັນຄວາມສາມາດໃນການ ແກ້ທ່ີເໝາະສົມ ຕໍ່ການແຜ່ລະບາດຂອງ ໂຄວິດ-19 ໂດຍໄວ ແລະ ທັນການ ກໍ່ຄືການຜັນຂະຫຍາຍນະໂຍບາຍ ແລະ ການ ປະພຶດຕໍ່ລະຫວ່າງ ບັນດາ ສະມາຊິກ. ອາຊຽນ ໄດ້ອອກຖະ ແຫຼງການ ວ່າດ້ວຍ ການຮັບມືກັບການລະບາດໂຄວິດ-19 (ໃນວັນທີ 14 ກຸມພາ) ແລະ ຈາກນັ້ນແມ່ນກອງປະຊຸມ ຂັ້ນລັດ ຖະມົນຕີ ທີ່ສຳຄັນ ໃນບັນດາຂົງເຂດ ສາທາລະນະສຸກ, ເສດ ຖະກິດ, ປ້ອງກັນປະເທດ... ແນໃສ່ຮັບປະກັນການປະສານ ສົມທົບໃນການຕ້ານໂຄວິດ-19 ຢ່າງຄົບຊຸດ. ພ້ອມກັນນັ້ນ, ອາຊຽນ ໄດ້ຈັດຕັ້ງຫຼາຍກອງປະຊຸມກັບບັນດາຄູ່ຮ່ວມມື ສົນ ທະນາເຊັ່ນ: ສປ ຈີນ, ສະຫະພາບເອີລົບ (EU), ສ ອາເມລິກາ ແລະ ບັນດາອົງການຈັດຕັ້ງສາກົນທີ່ສຳຄັນເຊັ່ນ: ອົງການອະ ນາໄມໂລກ (WHO) ຢ່າງທັນການ ເພື່ອພ້ອມກັນແລກປ່ຽນ ບົດຮຽນ, ຊ່ວຍເຫຼືອ, ຮັບມືກັບການແຜ່ລະບາດ ໂຄວິດ-19 ຢ່າງມີປະສິດທິຜົນ. 


ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫງວຽນກວກ ຢຸ໊ງ ມອບອຸປະກອນການແພດ ຂອ ງລັດຖະບານ ແລະ ປະຊາ ຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອສະກັດກັ້ນ ແລະ ຕ້ານໂຄວິດ-19.​ ພາບ: ເຢືອງຢາງ/VNA


ທ່ານເອກອັກຄະລັດຖະທູດ Lim Sungnam, ຫົວໜ້າ ຄະ ນະປະຈຳການຂອງ ສ ເກົາຫຼີ ປະຈຳ ອາຊຽນ ໄດ້ມອບຂອງ ຂວັນເພື່ອເປັນສັນຍາລັກຂອງເຄື່ອງວິເຄາະ ມີມູນຄ່າ 5 ລ້ານ ໂດລາສະຫະລັດ ໃຫ້ເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ຜູ້ຕາງໜ້າຂອງປະເທດທີ່ເປັນປະທານ ອາຊຽນ ປີ 2020. ພາບ: ຫືວຈຽນ/VNA


ການຄົ້ນຄວ້າ ວັກຊີນ Sars-CoV-2 ຢູ່ຫວຽດນາມ. ພາບ: VNP


ຫວຽດນາມ ຜະລິດຜ້າອັດປາກ ເພື່ອຊ່ວຍເຫຼືອບັນດາ ປະ ເທດ ອາຊຽນ ໃນການສະກັດກັ້ນ ແລະ ຕ້ານ ໂຄວິດ-19. ພາບ: VNA


ກໍາມະກອນ ໃສ່ຜ້າອັດປາກ ເພື່ອຕ້ານ ໂຄວິດ-19 ທີ່ໂຮງ ງານແຫ່ງໜຶ່ງ ຢູ່ນະຄອນ Malang, ອິນໂດເນເຊຍ ເມື່ອວັນທີ 17 ກໍລະກົດ 2020. ພາບ: THX/ VNA


ສີດຢາຂ້າເຊື້ອຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ ເພື່ອສະກັດກັ້ນ ແລະ ຕ້ານໂຄວິດ-19 ໃນວັນທີ 23 ມິຖຸນາ 2020. ພາບ: THX/VNA


ທີມນັກວິທະຍາສາດ ສິງກະໂປ ຄົ້ນພົບພູມຕ້ານທານ 5 ຊະນິດ ທ່ີສາມາດ ສະກັດກັ້ນ ການແຜ່ເຊື້ອ ໄວຣັດ SARSCoV-2 ທີ່ກໍ່ໃຫ້ເກີດການລະບາດ ໂຄວິດ-19. ການ ທົດລອງກັບພູມຕ້ານທານຂອງມະນຸດ AOD01 ຈະໄດ້ປະຕິ ບັດໃນຊຸມເດືອນ ທ່ີຈະມາເຖິງ. ພາບ: VNA


ປະຊາຊົນ ໃສ່ຜ້າອັດປາກ ມີຮູບຮອຍຍິ້ມ ທີ່ Tangerang, ອິນໂດເນເຊຍ ເມື່ອວັນທີ 2 ມິຖຸນາ 2020. ພາບ: AFP/VNA


ນັກຮຽນໃສ່ແຜ່ນບັງໜ້າ ເພື່ອສະກັດກັ້ນ ແລະ ຕ້ານການ ລະບາດ ໂຄວິດ-19 ທີ່ໂຮງຮຽນແຫ່ງໜຶ່ງຢູ່ນະຄອນຫຼວງ ບາງ ກອກ, ໄທ ເມື່ອວັນທີ 1 ກໍລະກົດ 2020. ພາບ: AFP/VNA

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ໄດ້ຢືນຢັນວ່າ ອາຊຽນ ແລະ ບັນດາຄູ່ຮ່ວມມືຕ້ອງ ສຸມໃສ່ແກ້ໄຂ ແລະ ກຳຈັດການລະບາດ ໂຄວິດ-19 ຈຳນວນ ໜຶ່ງຄື: ລະດົມບັນດາຊັບພະຍາກອນ ຂອງສ່ວນລວມ ຢ່າງຮີບ ດ່ວນ, ພິເສດແມ່ນບັນດາສາງສະສົມອຸປະກອນການແພດສຳ ຮອງຂອງພາກພື້ນ ເພື່ອຕອບສະໜອງໃຫ້ແກ່ ຄວາມຮຽກຮ້ອງ ຕ້ອງການອັນຮີບດ່ວນ, ໃຊ້ບັນດາແຫຼ່ງຊັບພະຍາກອນ ທີ່ມີພ້ອມ ແລະ ການຊ່ວຍເຫຼືອຂອງບັນດາຄູ່ຮ່ວມມື, ໃນນັ້ນ ມີສະຫະ ປະຊາຊາດ ແລະ ອົງການອະນາໄມໂລກ. 

ໃນ 7 ເດືອນຜ່ານມາ, ຄວາມມານະພະຍາຍາມ ຂອງ ຫວຽດ ນາມ ໃນຖານະເປັນປະທານ ອາຊຽນ ໄດ້ສະແດງໃຫ້ເຫັນ ຄວາມສາມັກຄີ ແລະ ການປັບຕົວຢ່າງຕັ້ງໜ້າ ລະຫວ່າງ ບັນ ດາສະມາຊິກ ອາຊຽນ ແລະ ການສະໜັບສະໜູນ, ການຮ່ວມ ມື ຢ່າງແໜ້ນແຟ້ນຂອງບັນດາຄູ່ຮ່ວມມື, ຫວຽດນາມ ເຊື່ອວ່າ ອາຊຽນ ພ້ອມກັບພາກພື້ນ ແລະ ໂລກ ຈະກຳຈັດການລະບາດ ໂຄວິດ-19 ໄດ້. 
 
ບົດ: ເລລິນ - ພາບ: VNA, VNP, AFP, THX

top