ຂ່າວສານ

ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງ ຈີນ

      ຕາມຂໍ້ມູນຂອງກົມໃຫຍ່ພາສີ ຈີນ ປະກາດໃນຕອນເຊົ້າວັນທີ 13 ເມສາ, ວົງເງິນສົ່ງອອກ-ນຳເຂົ້າຂອງ ຈີນ ໃນໄຕມາດ 1 ປີ 2021 ບັນລຸລະດັບການເຕີບໂຕຢ່າງແຮງ, ໃນນັ້ນ ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງປະເທດນີ້. 
            ຕາມນັ້ນແລ້ວ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຈີນ ໃນໄຕມາດ 1 ປີ 2021 ບັນລຸກ່ວາ 1.300 ຕື້ USD, ເພີ່ມຂຶ້ນກ່ວາ 292% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ວົງເງິນສົ່ງອອກບັນລຸປະມານ 709 ຕື້ USD. ໃນໄຕມາດ 1 ປີ 2021, ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງ ຈີນ ດ້ວຍຍອດວົງເງິນການຄ້າ 2 ຝ່າຍບັນລຸປະມານ 190 ຕື້ USD, ເພີ່ມຂຶ້ນ 26%. ຖັດມາແມ່ນ ອີຢູ, ອາເມລິກາ ແລະ ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)


top