ຂ່າວສານ

ອາຊຽນ ສວມບົດບາດສຳຄັນໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ

      ທະເລຕາເວັນອອກ ແມ່ນເຂດທະເລຍຸດທະສາດຢູ່ ອາຊີ ພວມນັບມື້ນັບດຶງດູດຄວາມສົນໃຈຈາກສາກົນ, ໃນນັ້ນ ມີການແກ້ງແຍ່ງຍຸດທະສາດຂອງບັນດາປະເທດໃຫຍ່ພວມພົ້ນເດັ່ນຂຶ້ນນັບມື້ນັບຮ້າຍແຮງ. ໄລຍະຜ່ານມາ ຫລາຍປະເທດຢູ່ແຄມທະເລຕາເວັນອອກ ລະອຽດແມ່ນ ອາຊຽນ ໄດ້ສະແດງທັດສະນະ, ເຮັດແຈ້ງຫລັກໝັ້ນດ້ານນິຕິກຳຢູ່ ທະເລຕາເວັນອອກ ຜ່ານບັນດາຈົດໝາຍການທູດທີ່ໄດ້ແລກປ່ຽນຢູ່ ສະຫະປະຊາຊາດ ພ້ອມກັບບັນດາຄຳຖະແຫລງຢ່າງລະອຽດ. ຜ່ານນັ້ນ ໄດ້ຊີ້ໃຫ້ເຫັນວ່າ ບັນດາປະເທດ ນັບມື້ນັບຖືເປັນສຳຄັນບົດບາດ ແລະ ຄຸນຄ່າດ້ານກົດໝາຍສາກົນ, ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາຄວາຂັດແຍ້ງກັນຢູ່ທະເລຕາເວັນອອກ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ
ພາບ: vietnam+
      ທະເລຕາເວັນອອກ ແມ່ນເຂດຊື່ງຢູ່ທີ່ນີ້ ມີຫລາຍປະເທດຢູ່ພາຍໃນ ແລະ ນອກພາກພື້ນ ລ້ວນແຕ່ມີຜົນປະໂຫຍດລວມ ເພາະນີ້ແມ່ນເຂດຍຸດທະສາດ, ແມ່ນພູມສາດເສດຖະກິດ, ການພົວພັນດ້ານການຄ້າທາງທະເລຢ່າງເສລີ. ປະເທດໃດກໍ່ຢາກມີຄວາມເສລີໃນການເດີນທະເລ, ການຄ້າ, ການສັນຈອນໄປມາ ໄດ້ຮັບປະກັນຢູ່ເຂດນີ້. ສຳລັບ ອາຊຽນ ເຂດນີ້ຍິ່ງມີຄວາມສຳຄັນ ເພາະປະເທດສະມາຊິກສ່ວນຫລາຍລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງຜົນປະໂຫຍດຈາກທະເລຕາເວັນອອກ.
ຄວາມເປັນເອກະພາບຢ່າງສູງຕໍ່ທັດສະນະ, ຫລັກໝັ້ນ
            ເມື່ອເວົ້າເຖິງສະພາບການຢູ່ທະເລຕາເວັນອອກໃນໄລຍະຜ່ານມາ, ມີຫລາຍຄຳເຫັນຖືວ່ານີ້ແມ່ນບັນຫາທີ່ເຮັດໃຫ້ການພົວພັນລະຫວ່າງບັນດາປະເທດຊົ່ວຮ້າຍລົງ. ບັນດາການເຄື່ອນໄຫວເພີ່ມຂຶ້ນຢູ່ພື້ນທີ່ຕົວຈິງ, ເລື່ອງເປີດກວ້າງການຄວບຄຸມຢູ່ທະເລຕາເວັນອອກຂອງຈີນ ຫວ່າງມໍ່ໆມານີ້ ໄດ້ເຮັດໃຫ້ລັດຖະບານ ແລະ ປະຊາຊົນຫລາຍປະເທດ ຄັດຄ້ານຢ່າງແຮງ, ເປັນຕົ້ນແມ່ນບັນດາປະເທດ ອາຊຽນ.
            ຫລາຍປະເທດໄດ້ສົ່ງຈົດໝາຍການທູດເຖິງ ສະຫະປະຊາຊາດ ໂດຍສະແດງໃຫ້ເຫັນຫລັກໝັ້ນດ້ານນິຕິກຳຢູ່ທະເລຕາເວັນອອກ. ຕາມ ປອ ຟ້າມລານຢູງ ຜູ້ຮັກສາການ ອຳນວຍການສະຖາບັນການທູດ ຫວຽດນາມ ແລ້ວ, ສິ່ງນີ້ໄດ້ສະແດງໃຫ້ເຫັນລັກສະນະເປັນເອກະພາບຢ່າງສູງຂອງ ອາຊຽນ ໃນເລື່ອງຖືເປັນສຳຄັນກົດໝາຍສາກົນໃນການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກ.
             “ເລື່ອງສົ່ງຈົດໝາຍການທູດ ດ້ວຍບັນດາເນື້ອໃນເຕັມໄປດ້ວຍເນື້ອແທ້ດ້ານນິຕິກຳ ໂດຍສະແດງໃຫ້ເຫັນວ່າ ບັນດາປະເທດນັບມື້ນັບຖືເປັນສຳຄັນບົດບາດ ແລະ ຄຸນຄ່າດ້ານນິຕິກຳສາກົນ ພິເສດ ແມ່ນສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຜ່ານນັ້ນ ຢັ້ງຢືນລັກສະນະກວມລວມ ແລະ ສະເໝີຕົ້ນສະເຫມີປາຍຂອງສົນທິສັນຍາດັ່ງກ່າວ ທີ່ໄດ້ກຳນົດຂອບເຂດດ້ານນິຕິກຳ, ໃນນັ້ນ ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະມຸດໄດ້ຮັບການປະຕິບັດ. ນີ້ແມ່ນບັນດາການກະທຳສະແດງໃຫ້ເຫັນການເຄົາລົບກົດໝາຍ ຊື່ງປະຊາຄົມສາກົນມີຄວາມປາດຖະຫນາ

ນັກຂ່າວ ຊາວອິນເດຍ ທ່ານ Rudroneel Ghost
      ໂດຍຮັບຮູ້ໄດ້ຢ່າງຈະແຈ້ງວ່າ ທະເລຕາເວັນອອກ ແມ່ນຫນຶ່ງໃນບັນດາສິ່ງທ້າທາຍຕົ້ນຕໍສຳລັບປະຊາຄົມ ອາຊຽນ ຮອດປີ 2025. ອາຊຽນ ໄດ້ ແລະ ພວມມີບັນດາບາດກ້າວເດີນ, ທັດສະນະຈະແຈ້ງກວ່າກ່ຽວກັບການຄາດຄະເນ, ແຜນການ ໃນບັນຫານີ້, ຄາດຄະເນບັນດາການກະທົບສຳລັບອາຊຽນ ແລະ ບັນດາປະເທດສະມາຊິກ ກໍ່ຄືເນັ້ນຫນັກເຖິງບົດບາດໃຈກາງຂອງອາຊຽນ ເພື່ອແກ້ໄຂບັນຫາ.
            ຢູ່ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ແລະ 37 ຈັດຂຶ້ນໃນປີ 2020, ບັນຫາທະເລຕາເວັນອອກ ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາການນຳ ອາຊຽນ ວ່າ: ພື້ນຖານດ້ານນິຕິກຳຫນຶ່ງດຽວ ແລະ ສະເຫມີຕົ້ນສະເຫມີປາຍ ເພື່ອແກ້ໄຂບັນດາບັນຫາຂອງທະເລຕາເວັນອອກ ນັ້ນແມ່ນ ສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). ບັນດາປະເທດສະມາຊິກທັງໝົດກໍ່ເຫັນດີຊຸກຍູ້ວິວັດການເຈລະຈາຢ່າງວ່ອງໄວ ແລະ ປະກາດໃຊ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ແມ່ນເອກະສານບໍລິຫານທຸກການແກ້ໄຂເຫດເກີດຂຶ້ນຢູ່ທະເລລະຫວ່າງບັນດາຝ່າຍກ່ຽວຂ້ອງ ເພື່ອເຂດທະເລຕາເວັນອອກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ສຳຄັນກວ່າ, ອາຊຽນ ຍາມໃດກໍ່ເນັ້ນຫນັກເຖິງບົດບາດໃຈກາງຂອງຕົນໃນສະພາບການແກ້ງແຍ່ງລະຫວ່າງບັນດາປະເທດມະຫາອຳນາດນັບມື້ນັບຮ້າຍແຮງ. ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຖືວ່າ:
            ອາຊຽນ ໄດ້ກຳນົດ, ບັນດາປະເທດສະມາຊິກ ອາຊຽນກໍ່ໄດ້ກຳນົດວ່າ ບໍ່ເຂົ້າອ້າງຝ່າຍໃດຝ່າຍຫນຶ່ງ ມີແຕ່ເລືອກເອົາຜົນປະໂຫຍດຂອງອາຊຽນ. ດ້ວຍທັດສະນະຈະແຈ້ງຄືແນວນີ້ ອາຊຽນ ຍາມໃດກໍ່ມີຫລັກໝັ້ນສະເພາະຂອງຕົນໃນບັນດາບັນຫາສາກົນ ແລະ ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ນັ້ນແມ່ນວິທີການເພື່ອໃຫ້ ອາຊຽນ ຮັກສາບົດບາດໃຈກາງຂອງຕົນຢູ່ພາກພື້ນ.
ອາຊຽນ ສວມບົດບາດສຳຄັນ
            ບັນຫາທະເລຕາເວັນອອກປະຈຸບັນ ພວມແມ່ນຫນຶ່ງໃນບັນດາບັນຫາຫົວຂໍ້ພູມສາດການເມືອງສຳຄັນທີ່ສຸດຢູ່ໃນໂລກ. ແລະ ທະເລຕາເວັນອອກ ໄດ້ກາຍເປັນຈຸດສຸມຂອງພາກພື້ນ ອາຊີຕາເວັນອອກ ດ້ວຍຜົນປະໂຫຍດຫລາຍຢ່າງ ແຕ່ຄວາມສັບສົນກໍ່ບໍ່ແມ່ນຫນ້ອຍ ແລະ ກ່ຽວພັນໂດຍກົງເຖິງບັນດາປະເທດ ອາຊຽນ ນັບທັງໄລຍະສັ້ນ ແລະ ຍາວ. ເພາະວ່າ ພາກພື້ນນີ້ ອາຊຽນ ພວມກາຍເປັນໃຈກາງການເຕີບໂຕຂອງທົ່ວໂລກ. ໃນສະພາບການນັ້ນ ບັນຫາທະເລຕາເວັນອອກ ຖ້າບໍ່ໄດ້ແກ້ໄຂຢ່າງຖືກຕ້ອງຕາມກົດໝາຍສາກົນ ແລະ ຕາມຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນ, ມັນຈະສົ່ງຜົນສະທ້ອນບໍ່ດີເຖິງທົ່ວພາກພື້ນ. ສະນັ້ນ ອາຊຽນ ຍິ່ງຕ້ອງສວມບົດບາດສຳຄັນໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ. ນັກຂ່າວຊາວ ອິນເດຍ ທ່ານ Rudroneel Ghost ຖືວ່າ:
            ພາກພື້ນ ອາຊຽນ ມີບົດບາດສຳຄັນທີ່ສຸດ, ຖ້າຫາກສັງເກດຕາມທັດສະນະດ້ານພູມສາດການເມືອງ. ຄວາມດຸ່ນດ່ຽງສິດອຳນາດທົ່ວໂລກ ພວມຫັນມາຈາກ ຕາເວັນຕົກໄປສູ່ຕາເວັນອອກ. ນັ້ນແມ່ນເຫດຜົນ ເປັນຫຍັງປະຈຸບັນ ບັນດາບັນຫາຄວາມໝັ້ນຄົງດ້ານການເມືອງໃຫຍ່ສຸດຈຶ່ງພວມຂຶ້ນກັບອາຊີຕາເວັນອອກ. ແລະ ສິ່ງສຳຄັນ ຕ້ອງມີຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ກົດໝາຍຢູ່ພາກພື້ນນີ້ ຊື່ງແມ່ນບ່ອນທີ່ທຸກຄົນຕ້ອງເຄົາລົບກົດໝາຍສາກົນ, ເຄົາລົບອຳນາດອະທິປະໄຕຂອງບັນດາປະເທດອື່ນ
            ອາຊຽນ ໄດ້ຢັ້ງຢືນຫລັກໝັ້ນສະເຫມີຕົ້ນສະເຫມີປາຍເປັນຫລາຍຄັ້ງແລ້ວວ່າ ຖືກົດໝາຍເປັນສຳຄັນ, ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ອົດກັ້ນ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂຄວາມຂັດແຍ້ງກັນ, ຄວາມແຕກຕ່າງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ UNCLOS 1982, ສືບຕໍ່ມານະພະຍາຍາມປະຕິບັດ DOC ຢ່າງຄົບຖ້ວນ ແລະ ເຂັ້ມງວດ ແລະ ມານະພະຍາຍາມສ້າງ COC. ທຸກສິ່ງທຸກຢ່າງຊື່ງ ອາຊຽນ ໄດ້ ແລະ ພວມສະແດງໃຫ້ເຫັນໃນໄລຍະຜ່ານມາ ເປັນການຢັ້ງຢືນວ່າ ອາຊຽນ ພວມນັບມື້ນັບສາມັກຄີກັນ, ເສີມຂະຫຍາຍກຳລັງແຮງລວມໝູ່ ເພື່ອຮັບມືກັບສິ່ງທ້າທາຍ, ໃນນັ້ນ ມີບັນຫາທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)
 
 


top