ຂ່າວສານ

ອາຊຽນ - ລັດເຊຍ ສິ້ນສຸດການຊ້ອມຮົບຮ່ວມທາງທະເລຄັ້ງທຳອິດ

      ການຊ້ອມຮົບຮ່ວມທາງທະເລ ລະຫວ່າງ ອາຊຽນ ແລະ ລັດເຊຍ ຖືກດຳເນີນ ເພື່ອແນໃສ່ເປົ້າໝາຍເພີ່ມທະວີກຳລັງຄວາມສາມາດໃນການສົມທົບເຄື່ອນໄຫວລະຫວ່າງກອງທັບເຮືອບັນດາປະເທດສະມາຊິກ ອາຊຽນ ກັບ ລັດເຊຍ ໃນຂົງເຂດການເດີນເຮືອຍຸດທະສາດນີ້.
ກ່ຳປັນ Severomorsk ຂອງ ລັດເຊຍ (ພາບ: AFP/TTXVN)
      ວັນທີ 4 ທັນວາ, ກອງທັບເຮືອ ອິນໂດເນເຊຍ ໄດ້ແຈ້ງໃຫ້ຊາບວ່າ ອາຊຽນ ແລະ ລັດເຊຍ ໄດ້ສິ້ນສຸດງການຊ້ອມຮົບຮ່ວມທາງທະເລຄັ້ງທຳອິດ. ການຊ້ອມຮົບດັ່ງກ່າວດຳເນີນພາຍໃນເວລາ 3 ວັນ ຢູ່ນອກຝັ່ງທະເລ ຢູ່ພາກເໜືອແຂວງ Sumatra ຂອງ ອິນໂດເນເຊຍ ເພື່ອແນໃສ່ເປົ້າໝາຍເພີ່ມທະວີກຳລັງຄວາມສາມາດໃນການສົມທົບເຄື່ອນໄຫວລະຫວ່າງກອງທັບເຮືອບັນດາປະເທດສະມາຊິກ ອາຊຽນ ກັບ ລັດເຊຍ ໃນຂົງເຂດການເດີນເຮືອຍຸດທະສາດນີ້.
            ທີ່ການຊ້ອມຮົບ, ບັນດາປະເທດສະມາຊິກ ອາຊຽນ ເຊິ່ງລວມມີ ອິນໂດເນເຊຍ, ໄທ, ສິງກະໂປ, ຫວຽດນາມ, ມາເລເຊຍ, ມຽນມາ ແລະ ບຣູໄນ ໄດ້ສົ່ງກ່ຳປັ່ນສູ້ຮົບ ຫຼື ເຮືອບິນເຂົ້າຮ່ວມ, ໃນຂະນະທີ່ ຟີລິບປິນ ໄດ້ເຂົ້າຮ່ວມໃນຖານະເປັນປະເທດສັງເກດການຈາກທາງໄກ.
 (ແຫຼ່ງຄັດຈາກ VOV)


top