ຂ່າວສານ

ອາຊຽນ ມຸ້ງໄປສູ່ການເພີ່ມທະວີການແລກປ່ຽນການຄ້າ ກັບ ຍີ່ປຸ່ນ

ອົງການພາກພື້ນນີ້ ກຳລັງມຸ້ງໄປສູ່ການເປີດກ້ວາງ “ຂໍ້ລິເລີ່ມປະຕູດຽວ” ກັບຍີ່ປຸ່ນ, ຜ່ານນັ້ນ ກໍ່ເພີ່ມທະວີການຄ້າສອງສົ້ນໃນປີນີ້. ກ່າວຄຳເຫັນຢູ່ກອງປະຊຸມສຳມະນາ ກ່ຽວກັບການພົວພັນ ອາຊຽນ - ຍີ່ປຸ່ນ...
  ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn (ພາບ: asean.org)  

ວັນທີ 13 ກຸມພາ, ຢູ່ນະຄອນຫຼວງຈາກາຕ້າ, ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ອາຊຽນ, Kao Kim Hourn ໃຫ້ຮູ້ວ່າ ອົງການພາກພື້ນນີ້ ກຳລັງມຸ້ງໄປສູ່ການເປີດກ້ວາງ “ຂໍ້ລິເລີ່ມປະຕູດຽວ” ກັບຍີ່ປຸ່ນ, ຜ່ານນັ້ນ ກໍ່ເພີ່ມທະວີການຄ້າສອງສົ້ນໃນປີນີ້. ກ່າວຄຳເຫັນຢູ່ກອງປະຊຸມສຳມະນາ ກ່ຽວກັບການພົວພັນ ອາຊຽນ - ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ Kao ຢືນຢັນວ່າ: ນອກຈາກການປະຕິບັດສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ອາຊຽນ ປາດຖະໜາວ່າຈະສາມາດເປີດກ້ວາງກົນໄກປະຕູດຽວ ອາຊຽນ (ASW) ກັບຍີ່ປຸ່ນ ເພື່ອສ້າງຄວາມສະດວກໃຫ້ການຄ້າ ໃນສະພາບປົກກະຕິໃໝ່ຫຼາຍກວ່າເກົ່າ.

ໃນວັນດຽວກັນ, ຢູ່ເຫດການໜຶ່ງ ໄດ້ຈັດຂຶ້ນຢູ່ ນະຄອນຫຼວງຈາກາຕ້າ (ອິນໂດເນເຊຍ), ຍີ່ປຸ່ນໄດ້ປະກາດ ແຜນການຮ່ວມມືໜູນຊ່ວຍບໍາລຸງສ້າງ ພະນັກງານໜຸ່ມ ຢູ່ບັນດາປະເທດ ອາຊຽນ.


top