ອາຊຽນ

ອາຊຽນ ຟື້ນຟູການຜະລິດເຮັດທຸລະກິດ, ກ້້າວສູ່ປະຊາຄົມ ມີຄວາມສະໜິດຕິດພັນ ແລະ ເຂັ້ມແຂງ

ໂດຍຖານະບົດບາດທີ່ເປັນປະທານ ອາຊຽນ 2020, ຕອນເຊົ້າ ວັນທີ 26 ມິຖຸນາ 2020, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນໍາ ອາຊຽນ ແລະ ຄູ່ຮ່ວມມືຕ່າງໆເຂົ້າຮ່ວມພິທີໄຂກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ທາງອອນລາຍ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ສຳເລັດຢ່າງຈົບງາມ ອີກເທື່ອໜຶ່ງ ຢືນຢັນນຳ້ໃຈ ສາມັກຄີ, ຄວາມຕັ້ງໜັ້ນດ້ານການເມືອງຢ່າງ ເຂັ້ມແຂງແຮງກ້າ ແລະ ຄວາມຕັດສິນໃຈສູງຂອງບັນດາ ປະເທດ ສະມາຊິກ ອາຊຽນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຄວບຄຸມ ໂລກລະບາດ ໂຄວິດ-19 ເປັນຢ່າງດີ, ແນໃສ່ ສຳເລັດ ບັນດາເປົ້າໝາຍວ່າ ດ້ວຍການຮ່ວມມື, ການຮ່ວມສຳພັນ ອາຊຽນ ໃນປີ 2020.

 ສະແດງກຳລັງແຮງຂອງປະຊາຄົມຜ່ານໂລກລະບາດ ໂຄວິດ-19
ທີ່ກອງປະຊຸມຂ່າວສາກົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂລກລະບາດ ໂຄວິດ-19 ແຜ່ຂະຫຍາຍອອກກວ້າງທົ່ວໂລກ. ປັດຈຸບັນ ໃນພາກພື້ນ ມີຜູ້ຕິດ ໂຄວິດ-19 ແມ່ນ 130.000 ຄົນ, ມີຜູ້ເສຍຊີວິດເກືອບ 4.000 ຄົນ, ນີ້ແມ່ນການເສຍຫາຍຢ່າງໜັກໜ່ວງ. ປະຊາຄົມ ອາຊຽນ ຕ້ອງມີການເຄື່ອນໄຫວຕົວຈິງ.ປະທານ ອາຊຽນ 2020 ໄດ້ອອກຖະແຫຼງການຮ່ວມ, ຈັດກອງປະຊຸມ ທັງພາຍໃນ ອາຊຽນ ແລະ ອາຊຽນ+3 ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ເພື່ອຊອກຫາວິທີຕ້ານ ໂຄວິດ-19. ບັນດາຫົວຄິດປະດິດສ້າງຂອງ ອາຊຽນ ຄື: ສ້າງກ້ອງທຶນ ໂຄວິດ, ກໍ່ສ້າງສາງເກັບຮັກສາອຸປະກອນການແພດ, ກໍ່ສ້າງ ກຳມະວິທີແກ້ໄຂຢ່າງຖືກຕ້ອງ ແລະ ອື່ນໆ ​ໄດ້ຮັບການສະໜັບສະໜູນຈາກປະຊາຄົມພາຍໃນ ແລະ ນອກພາກພື້ນ ໂດຍໄວ. 

ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ໄດ້ເປີດສາກ ດ້ວຍລາຍການ “ຮ້ອງເພງ ອາຊຽນ”. ພາບ: ຫວ່າງຫວຽດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາທ່ານຜູ້ແທນ
ປະຕິບັດພິທີເຄົາລົບທຸງ ອາຊຽນ ທີ່ພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ພາບ:
VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ກ່າວປາໄສ ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.
ພາບ: ຖົ໋ງເຍີດ/
VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ກ່າວປາໄສ ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.
ພາບ: ຖົ໋ງເຍີດ/
VNA


ພາບທັງໝົດໃນກອງປະຊຸມຄົບຄະນະ ຂອງກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36, ທີ່ຫໍປະຊຸມສາກົນ (ຮ່າໂນ້ຍ). ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານ
ສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາທ່ານຜູ້ແທນ
ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ພາບ: ຈ້ອງດຶກ/
VNA


ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າສະຖານທູດ ຂອງບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ໄດ້ຕິດຕາມ
ກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍທາງອອນລາຍ. ພາບ:
VNA


ບັນດາທ່ານຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36. ພາບ: ຈ້ອງດຶກ/VNA
ຜ່ານໂລກລະບາດ ໂຄວິດ-19, ອາດສາມາດເຫັນໄດ້ວ່າ: ອາຊຽນ ສະແດງໄດ້ກຳລັງແຮງຂອງປະຊາຄົມ, ເປັນກຳລັງ ໃຈກາງ, ເຕີບໃຫຍ່ ແລະ ມີຄວາມໝັ້ນໃຈ ໃນການນຳພາ ພາກພື້ນ ຜ່ານຜ່າຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່ ບໍ່ເຄີຍເຫັນ ມາກ່ອນ, ເພື່ອສັນຕິພາບ, ສະຖຽນນະພາບ ແລະ ວັດທະນາ ຖາວອນໃນພາກພື້ນ. 

ອາຊຽນ ຢາກຮ່ວມມືພັດທະນາ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ
 
ຕອບຄຳສຳພາດຂອງນັກຂ່າວກ່ຽວກັບຜົນສະທ້ອນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ ກໍ່ຄື ອາຊຽນ ພາຍຫຼັງ ໂຄວິດ-19, ຕໍ່ເລື່ອງ ສ ອາເມລິກາ ແລະ ສປ ຈີນ ເປັນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າລາຍໃຫຍ່ຂອງ ອາຊຽນ ພວມມີການແກ້ງແຍ່ງກັນໃນດ້ານການເມືອງ ແລະ ເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ສປ ຈີນ ແລະ ສ ອາເມລິກາ ເປັນຄູ່ຮ່ວມມືທີ່ ສຳຄັນອັນດັບໜຶ່ງຂອງບັນດາປະເທດໃນໂລກ, ໃນນັ້ນ ມີ ອາຊຽນ ແລະ ຫວຽດນາມ. ການແກ້ງແຍ່ງກັນລະຫວ່າງ ສ ອາເມລິກາ ແລະ ສປ ຈີນ ຈະສ້າງຜົນສະທ້ອນໃຫ້ທົ່ວໂລກ ແລະ ອາຊຽນ. ແຕ່ວ່າ ລະຫວ່າງບັນດາປະເທດ ອາຊຽນ ກັບ ສປ ຈີນ ແລະ ສ ອາເມລິກາ ພວມມີຫຼາຍຂອບເຂດຮ່ວມມືດ້ານເສດຖະກິດ, ທັງສອງຝ່າຍ ແລະ ຫຼາຍຝ່າຍ. ນີ້ແມ່ນພື້ນຖານທີ່ສຳຄັນເພື່ອຮັກສາ, ປັບປຸງ ແລະ ຊຸກຍູ້ການຮ່ວມມືດ້ານ ເສດຖະກິດລະຫວ່າງ ອາຊຽນ ກັບສອງພື້ນຖານເສດຖະກິດ ດັ່ງກ່າວ.

“ຜ່ານຄວາມຫຍຸ້ງຍາກນາໆ ປະການ, ມັດເຂົ້າສີເຫຼືອງ ເທິງ logo ທີ່ເປັນສັນຍາລັກຂອງ ອາຊຽນ ນັບມື້ນັບໝັ້ນແກ່ນຂຶ້ນ, ສືບຕໍ່ນຳມາເມັດເຂົ້າທີ່ເຕັມໄປດ້ວຍນຳ້ໃຈສາມັກຄີ, ການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຂອງຄອບຄົວໃຫຍ່ ອາຊຽນ”.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ອາຊຽນ ຍາມໃດກໍ່ຢາກກໍ່ສ້າງພາກພື້ນ ອາຊີ-ປາຊີຟິກ ແຫ່ງ ສັນຕິພາບ, ສະຖຽນນະພາບ, ວັດທະນາຖາວອນ, ຮ່ວມມື ພັດທະນາ. ອາຊຽນ ຢາກຮ່ວມມືພັດທະນາ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ, ເພື່ອສັນຕິພາບໃນພາກພື້ນ ແລະ ການ ພັດທະນາໃນອະນາຄົດຂອງບັນດາຄູ່ຮ່ວມມື, ໃນນັ້ນ ມີ ສປ ຈີນ ແລະ ສ ອາເມລິກາ, ເປັນຄູ່ຮ່ວມມືສຸດທີ່ສຳຄັນຂອງ ອາຊຽນ. ປັດຈຸບັນ, ການຄ້າສອງສົ້ນຂອງ ຫວຽດນາມ ກັບ ສປ ຈີນ ແມ່ນຍິ່ງໃຫຍ່, ການຄ້າກັບ ສ ອາເມລິກາ ກໍ່ສຸດທີ່ສຳຄັນ. ເອົາຊະນະ ໂຄວິດ-19, ພື້ນຟູເສດຖະກິດແມ່ນສອງໜ້າທີ່ ສຳຄັນອັນດັບໜຶ່ງ, ເປັນຜົນປະໂຫຍດລວມຂອງປະຊາຄົມ ສາກົນ, ຂອງ ສປ ຈີນ ແລະ ສ ອາເມລິກາ. ຫວຽດນາມ ຫວັງວ່າ ສປ ຈີນ ແລະ ສ ອາເມລິກາ ພ້ອມກັນເສີມຂະຫຍາຍບັນດາຈຸດຄືກັນ, ແກ້ໄຂຈຸດແຕກຕ່າງກັນ, ກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື ເພື່ອຜົນປະໂຫຍດລວມຂອງພາກພື້ນ ແລະ ໂລກອີກດ້ວຍ. 

ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມພິເສດຂອງການນຳ
ອາຊຽນ ກ່ຽວກັບການເພີ່ມອຳນາດ ແລະ ຄວາມສາມາດຂອງແມ່ຍິງ ໃນຍຸກດີຈີຕອນ. ພາບ: ວັນດຽບ/
VNA


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 41 ກ່າວປາໄສທີ່ການໂອ້ລົມສົນທະນາ. ພາບ: VNA


ການໂອ້ລົມສົນທະນາຂອງບັນດາການນຳ ອາຊຽໜ ກັບ ຜູ້ຕາງໜ້າຊາວໜຸ່ມ ອາຊຽນ. ພາບ: ວັນດຽບ/VNA


ການໂອ້ລົມສົນທະນາຂອງບັນດາການນຳ ອາຊຽໜ ກັບ ສະພາທີ່ປຶກສາເຮັດທຸລະກິດ ອາຊຽນ. ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ເປັນປະທານໃນການໂອ້ລົມສົນທະນາຂອງບັນດາການ
ນຳ ອາຊຽນ ກັບສະພາທີ່ປຶກສາເຮັດທຸລະກິດ ອາຊຽນ (ອາຊຽນ
BAC). ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ເປັນປະທານໃນກອງປະຊຸມຂ່າວກ່ຽວກັບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.  ພາບ: VNA
ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບໂລກລະບາດ ໂຄວິດ-19”, ໂດຍຖານະເປັນປະທານ ອາຊຽນ 2020, ຫວຽດນາມ ພວມພະຍາຍາມ ພ້ອມກັບບັນດາປະເທດ ສະມາຊິກ ອາຊຽນ ປະຕິບັດແຜນການຟື້ນຟູ ພາຍຫຼັງ ໂຄວິດ-19; ສຸມໃສ່ການປັບປຸງຄວາມສາມັກຄີ, ເສີມຂະຫຍາຍ ບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ຈັດຕັ້ງບັນດາກອງປະຊຸມກັບ ສປ ຈີນ ແລະ ສ ອາເມລິກາ ກ່ຽວກັບການຮ່ວມມືຕ້ານໂລກລະບາດ ໂຄວິດ-19; ຮັບປະກັນຕ່ອງໂສ້ສະໜອງສິນຄ້າ, ບໍລິການ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຄ້າ, ການລົງທຶນ, ຊຸກຍູ້ການຟື້ນຟູເສດຖະກິດໃນພາກພື້ນ ແລະ ໂລກ.
 
ກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງການ ຮ່ວມມື ແລະ ພັດທະນາ

ຕອບຄຳສຳພາດຂອງນັກຂ່າວ ກ່ຽວກັບຜົນກະທົບຂອງ ໂຄວິດ-19 ໃຫ້ແກ່ແຜນການປຶກສາຫາລືຂອງ ຫວຽດນາມ ໃນການ ພິຈາລະນາບັນດາບັນຫາຢູ່ທະເລຕາເວັນອອກ; ບັນດາວິທີ ຫວຽດນາມ ໄດ້ ແລະ ຈະປະຕິບັດເພື່ອບັນລຸໄດ້ຄວາມມຸ່ງຫວັງໃນໄລຍະທີ່ເປັນປະທານ ອາຊຽນ 2020, ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ສັນຕິພາບ, ສະຖຽນນະພາບ, ຄວາມສະຫງົບປອດໄພໃນພາກພື້ນເວົ້າລວມ ແລະ ໂດຍສະເພາະມແມ່ນຢູ່ທະເລຕາເວັນອອກ ແມ່ນ ຜົນປະໂຫຍດ ແລະ ຄວາມມຸ່ງຫວັງຂອງປະຊາຄົມ, ເປັນຕົ້ນ ແມ່ນ ອາຊຽນ. ເພາະສະນັ້ນ, ໄລຍະຜ່ານມາ, ອາຊຽນ ໄດ້ມີຫຼາຍການປະກອບສ່ວນ, ຮັກສາການໂອ້ລົມສັນທະນາ, ຊຸກຍູ້ການຮ່ວມມື, ກໍ່ສ້າງກົນໄກ, ປະມວນກົດລະບຽບການປະພຶດຕໍ່ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ.
 
ກອງປະຊຸມຄັ້ງນີ້ ໄດ້ຢັ້ງຢືນຄືນໃໝ່ ຄວາມຕັດສິນໃຈຂອງອາຊຽນ ໃນການປະກອບສ່ວນກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງການຮ່ວມມື ແລະ ພັດທະນາ, ມີຄວາມສະຫງົບ ແລະ ປອດໄພ, ສົມກຽດທີ່ເປັນພາກສ່ວນໜຶ່ງ
ທີ່ສຳຄັນ ໃນການແລກປ່ຽນຂອງພາກພື້ນ. 
ບົດ: VNP ສັງລວມ - ພາບ: VNA

 

top