ຂ່າວສານ

ອາຊຽນ ຊຸກຍູ້ຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ

ທີ່ເວທີປາໄສ, ບັນດາເຈົ້າໜ້າທີ່ລັດຖະບານ, ການນຳວິສາຫະກິດ, ນັກລົງທຶນ ແລະ ບັນດາຄູ່ຮ່ວມມືພັດທະນາໄດ້ວາງອອກທິດທາງແຜນການໃນອະນາຄົດໃຫ້ແກ່ພື້ນຖານເສດຖະກິດພາກພື້ນທີ່ຍຸຕິທຳ
ທີ່ເວທີປາໄສ (ພາບ: nhandan.vn)

ເວທີປາໄສດຳເນີນທຸລະກິດກວມລວມ ອາຊຽນ (AIBF) ຄັ້ງທີ 8 ທີ່ຈັດຂຶ້ນແຕ່ວັນທີ 11 – 12 ກັນຍາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ ໄດ້ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຂອງພາກພື້ນ ແນໃສ່ຊຸກຍູ້ບັນດາຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ.

ທີ່ເວທີປາໄສ, ບັນດາເຈົ້າໜ້າທີ່ລັດຖະບານ, ການນຳວິສາຫະກິດ, ນັກລົງທຶນ ແລະ ບັນດາຄູ່ຮ່ວມມືພັດທະນາໄດ້ວາງອອກທິດທາງແຜນການໃນອະນາຄົດໃຫ້ແກ່ພື້ນຖານເສດຖະກິດພາກພື້ນທີ່ຍຸຕິທຳ ແລະ ມີຄວາມສາມາດຟື້ນຟູເປັນຢ່າງດີກວ່າ. ຈຸດເດັ່ນຂອງເວທີປາໄສແມ່ນພິທີເປີດຕົວກອບການສ້າງກຳລັງຄວາມສາມາດ ແລະ ພັດທະນາຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ວິສາຫະກິດກວມລວມຢູ່ ອາຊຽນ. ບັນດາການປືກສາຫາລືທີ່ເວທີປາໄສ ໄດ້ສຸມໃສ່ຫຼາຍຍຸດທະສາດທີ່ແຕກຕ່າງກັນ ເພື່ອເປີດກວ້າງຂອບຂະໜາດບັນດາຂໍ້ລິເລີ່ມດຳເນີນທຸລະກິດຢ່າງຮອບດ້ານ, ນັບແຕ່ການປັບປຸງຄວາມສາມາດເຂົ້າເຖິງດ້ານການເງິນ ຕະຫຼອດຮອດການມອບສິດໃຫ້ແກ່ວິສາຫະກິດໂດຍແມ່ຍິງນຳພາ.


top