ຂ່າວສານ

ອາຊຽນ ຈະເປີດວັນບຸນແຫ່ງການຊື້ຂາຍ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ໃນວັນຊື້ຂາຍເຄື່ອງອອນໄລ ອາຊຽນ ຈະຈັດໃນວັນທີ 8 ສິງຫາ ໂດຍຈະແນະນຳຜະລິດຕະພັນທີ່ດີທີ່ສຸດຂອງ ອາຊຽນ ດວ້ຍລາຄາບຸລິມາສິດພິເສດ.
  ຫວຽດນາມ ແມ່ນຕະຫຼາດການຄ້າອີເລັກໂຕນິກມີຄວາມສາມາດບົ່ມຊ້ອນຂອງໂລກ (ພາບ: vietnam+)  

ອາຊຽນ ຈະຈັດກິດຈະກຳ ການຊື້ຂາຍອອນໄລ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທຳອິດໃນເດືອນສິງຫາ ປີນີ້ ເພື່ອຊຸກຍູ້ການຄ້າຂ້າມຊາຍແດນ  ໂດຍຜ່ານການຄ້າອີເລັກໂຕນິກ. ໃນວັນຊື້ຂາຍເຄື່ອງອອນໄລ ອາຊຽນ ຈະຈັດໃນວັນທີ 8 ສິງຫາ ໂດຍຈະແນະນຳຜະລິດຕະພັນທີ່ດີທີ່ສຸດຂອງ ອາຊຽນ ດວ້ຍລາຄາບຸລິມາສິດພິເສດ.

ການຄ້າອີເລັກໂຕນິກ ອາຊຽນ ບັນລຸໄດ້ລະດັບການເຕີບໂຕຢ່າງໄວວາໃນສອງສາມປີຜ່ານມາ, ຍ້ອນມີຄວາມແຜ່ຫຼາຍຂອງສື່ສັງຄົມອອນໄລ ແລະ ການນຳໃຊ້ມືຖືອັດສະລິຍະທົ່ວໄປ. ຕາມການຄົ້ນຄວ້າຂອງ Google, ພື້ນຖານ ເສດຖະກິດ internet ຂອງອາຊີຕາເວັນອອກສ່ຽງໃຕ້ ອາດລື່ນກາຍລະດັບ 240 ຕື້ ໂດລາສະຫລັດ ໃນປີ 2025.

 


top