ຂ່າວສານ

ອາຊຽນ 2021: ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍ

      ປີ 2021 ສືບຕໍ່ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງສຳລັບ ອາຊຽນ, ເມື່ອໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບບໍ່ດີຫຼາຍຢ່າງຕໍ່ທຸກດ້ານຂອງຊີວິດເສດຖະກິດ  - ສັງຄົມ, ໃນຂະນະການແກ້ງແຍ້ງດ້ານການເມືອງລະຫວ່າງບັນດາປະເທດມະຫາອຳນາດນັບມື້ນັບເຄັ່ງຕຶງ. ໃນສະພາບການນັ້ນ, ອາຊຽນ ສືບຕໍ່ຮັກສາຄວາມສາມັກຄີ, ຊຸກຍູ້ວິໄສທັດປະຊາຄົມ, ຮັກສາ ແລະ ປັບປຸງ ບົດບາດເປັນໃຈກາງ ໃນໂຄງປະກອບຂອງພາກພື້ນ.
ອາຊຽນ ເພີ່ມທະວີການເປີດກວ້າງສາຍພົວພັນກັບພາຍນອກ (ພາບ: TTXVN)
      ຈຸດພົ້ນເດັ່ນຂອງ ອາຊຽນ ໃນປີ 2021 ແມ່ນຄວາມມານະພະຍາຍາມຄວບຄຸມໂລກລະບາດໃນລະດັບພາກພື້ນ ແລະ ເພີ່ມທະວີການຮ່ວມສໍາພັນກັບບັນດາປະເທດຄູ່ຮ່ວມມືຢູ່ນອກພາກພື້ນ. ບັນດາປະເທດສະມາຊິກ ໄດ້ສຸມແຫຼ່ງກຳລັງຄວບຄຸມໂລກລະບາດ, ພ້ອມທັງມານະພະຍາຍາມຟື້ນຟູເສດຖະກິດ. ປີ 2021 ແມ່ນປີທີ່ເປັນໜ້າຮັບຮູ້ສຳລັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ອາຊຽນ.
ຮັກສາສາຍພົວພັນຮ່ວມມື, ຮັກສາສີສັນປະຊາຄົມ
        ປີ 2021, ອາຊຽນ ຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ. ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກວ່າເມື່ອທຽບໃສ່ປີ 2020. ການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່ກໍເຄັ່ງຕຶງ, ຄວາມຂາດສະຖຽນລະພາບຢູ່ພາຍໃນປະເທດ ມຽນມາ ແມ່ນບັນດາສິ່ງທ້າທາຍທີ່ເຮັດໃຫ້ ອາຊຽນ ຕ້ອງພະຍາຍາມແບກຫາບ. ໄປຄຽງຄູ່ກັນນັ້ນ, ພ້ອມກັບປະຊາຄົມສາກົນ, ອາຊຽນ ຍັງຕ້ອງຮັບມືກັບບັນດາບັນຫາທີ່ຍັງຄົງຄ້າງ ເຊັ່ນ ສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ບັນຫາຊຸດໂຊມເສດຖະກິດ, ຄວາມແຕກໂຕນໃນການພັດທະນານັບມື້ນັບເພີ່ມຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ…
        ໃນສະພາບການພາກພື້ນ ແລະ ສາກົນ ບໍ່ເປັນປົກກະຕິ ແລະ ເຕັມໄປດ້ວຍການຜັນແປຄືໃນປັດຈຸບັນ, ສິ່ງທີ່ໜ້າຊື່ນຊົມແມ່ນ ອາຊຽນ ຍັງຮັກສາໄດ້ສີສັນ, ປະຊາຄົມພັດທະນາ, ບັນດາປະເທດສາມັກຄີ, ຄູ່ຮ່ວມມືຖືເປັນສຳຄັນ. ກ່ອນອື່ນໝົດ, ອາຊຽນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງ, ນຳພາຄວາມມານະພະຍາຍາມຮັບມື ແລະ ຟື້ນຟູພາກພື້ນ. ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຕັດເງິນຈຳນວນ 10,5 ລ້ານ USD ຈາກຄັງເງິນເພື່ອຊື້ວັກຊິນໃຫ້ບັນດາປະເທດສະມາຊິກ; ສາງແຮວັດຖຸອຸປະກອນການແພດສຸກເສີນ ອາຊຽນ (RRMS) ກໍໄດ້ສ້າງຕັ້ງຂຶ້ນ; ປະລິມານວັດຖຸອຸປະກອນການແພດທີ່ບັນດາປະເທດໄດ້ປະກອບສ່ວນ ແລະ ໃຫ້ຄຳໝັ້ນສັນຍາຈະປະກອບໃນໄລຍະຈະມາເຖິງບັນລຸ ຍອດມູນຄ່າກວ່າ 15 ລ້ານ USD. ໄປຄຽງຄູ່ກັນນັ້ນ, ຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ກໍໄດ້ຜັນຂະຫຍາຍໃນຕົວຈິງ.
        ການກໍ່ສ້າງປະຊາຄົມ ຍັງສືບຕໍ່ໄດ້ຮັບການຍູ້ແຮງ. ພົ້ນເດັ່ນຂຶ້ນແມ່ນກວ່າ 90% ບັນດາແຜນການສັງລວມໄດ້ ແລະ ກຳລັງຜັນຂະຫຍາຍໃນບັນດາເສົາຄ້ຳຂອງປະຊາຄົມ, ນຳມາເຊິ່ງຜົນປະໂຫຍດຫຼາຍພໍສົມຄວນໃຫ້ແກ່ປະຊາຊົນບັນດາປະເທດສະມາຊິກ. ບົນພື້ນຖານນັ້ນ, ທີ່ຕັ້ງເປັນໃຈກາງຂອງ ອາຊຽນ ໃນຊີວິດພາກພື້ນກໍ່ໄດ້ຢັ້ງຢືນຢ່າງຈະແຈ້ງ ແລະ ຍົກຂຶ້ນສູ່ລະດັບສູງໃໝ່. ປີ 2021, ອາຊຽນ ຍັງຮັກສາບົດບາດໃນການຄ້າທົ່ວໂລກ ເມື່ອສະແດງຄວາມມີໄຫວພິບໃນດ້ານເສດຖະກິດ, ໂດຍບໍ່ຫົວຊາຕໍ່ສະພາບໂລກລະບາດໂຄວິດ - 19 ສືບຕໍ່ແຜ່ລະບາດ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງພາກພື້ນໃນຕະຫຼອດປີ.
ວັນຄອບຄົວອາຊຽນ (ພາບ: dangcongsan.vn)
      ບົດບາດເປັນໃຈກາງ, ເປີດ ແລະ ກວມລວມຂອງ ອາຊຽນ
        ບໍ່ພຽງແຕ່ເທົ່ານັ້ນທີ່ນັ້ນ, ທີ່ຕັ້ງຂອງ ອາຊຽນ ໃນເວທີສາກົນໃນປີ 2021 ກໍໄດ້ຮັບການຍົກສູງຂຶ້ນຜ່ານບັນດາສາຍສຳພັນ ແລະ ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນກັບຄູ່ຮ່ວມມື. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການພົວພັນແລກປ່ຽນຂັ້ນສູງ ກໍຄືເລື່ອງ ອາຊຽນ ຍົກລະດັບ ແລະ ເປີດກວ້າງສາຍພົວພັນກັບບັນດາຄູ່ຮ່ວມມື, ໃນນັ້ນ ນັບທັງບັນດາປະເທດໃຫຍ່. ໜ້າສົນໃຈແມ່ນເລື່ອງ ອັງກິດ ໄດ້ເປັນຄູ່ເຈລະຈາ ທີ 11 ຂອງ ອາຊຽນ ຢ່າງເປັນທາງການ. ອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມດູດດື່ມຂອງ ອາຊຽນ ດ້ວຍຖານະເປັນອົງການຂອງພາກພື້ນ, ສະແດງເປົ້າໝາຍເພີ່ມທະວີການພົວພັນລະຫວ່າງ ອາຊຽນ ກັບບັນດາປະເທດທີ່ຮັບຮອງບົດບາດເປັນໃຈກາງ, ເປີດ ແລະ ກວມລວມຂອງ ອາຊຽນ ກໍຄືວິໄສທັດຂອງ ອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.
        ກ່ຽວກັບບັນຫາທະເລຕາເວັນອອກ, ອາຊຽນ ສືບຕໍ່ຢັ້ງຢືນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຍຸດທະສາດນີ້. ອາຊຽນ ສະແດງຄວາມຕັດສິນໃຈສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລສັນຕິພາບ ແລະ ຮ່ວມມື ຜ່ານການອົດກັ້ນ, ເຄົາລົບກົດໝາຍ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປົກປັກຮັກສາສິ່ງແວດລ້ອມ, ພ້ອມກັບ ຈີນ ປະຕິບັດຖະແຫຼງການຮ່ວມຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982.
        ສຳລັບວິກິດການຢູ່ ມຽນມາ, ອາຊຽນ ໄດ້ມີການກະທຳຢ່າງວ່ອງໄວ ແລະ ມີໄຫວພິບທີ່ສຸດ ແລະ ໄດ້ຮັບການສະໜັບສະໜູນກໍຄືຕີລາຄາສູງຈາກປະຊາຄົມສາກົນ.
        ອາດຢັ້ງຢືນໄດ້ວ່າ ປີ 2021, ອາຊຽນ ໄດ້ມີບັນດາບາດກ້າວພັດທະນາໃໝ່, ທີ່ຕັ້ງ ແລະ ບົດບາດ ກໍໄດ້ຮັບການຍົກສູງຂຶ້ນຫຼາຍພໍສົມຄວນ. ນີ້ແມ່ນການສືບທອດທີ່ເໝາະສົມກັບຜົນສຳເລັດກ່ອນໜ້ານັ້ນຂອງສະມາຄົມ. ປີ 2022, ໃນສະພາບການພາກພື້ນ ແລະ ສາກົນ ຍັງມີສິ່ງທ້າທາຍ ແລະ ການຜັນແປຍາກທີ່ຄາດຄະເນລ່ວງໜ້າໄດ້ນັ້ນ, ອາຊຽນ ສືບຕໍ່ເສີມຂະຫຍາຍຄວາມສາມັກຄີ, ປະຕິບັດບັນດາໜ້າທີ່ສຳຄັນ, ພິເສດແມ່ນວິວັດການສ້າງປະຊາຄົມ ອາຊຽນ ຍຸຕິທຳ, ໝັ້ນຄົງເຂັ້ມແຂງ ແລະ ຮອບດ້ານ, ເໝາະສົມກັບນ້ຳໃຈແກ່ນສານຂອງ ອາຊຽນ ແມ່ນ “ໜຶ່ງວິໄສທັດ, ໜຶ່ງອົງການ ແລະ ໜຶ່ງປະຊາຄົມ”./.
(ແຫຼ່ງຄັດຈາກ VOV)


top