ຂ່າວສານ

ອາຊຽນ 2020: ເປີດສະເໜີຕົວລາຍການວັດທະນະທຳ, ສິລະປະ “ເຊື່ອມຕໍ່ ອາຊຽນ”

Konnect ASEAN ຈະແກ່ຍາວມາເປັນເວລາ 3 ປີ, ໃນນັ້ນ ບັນດາເຫດການໃນປີ 2020 ເກືອບທັງໝົດຈະດຳເນີນໄປຕາມຮູບແບບທາງອອນລາຍ ຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ -19.

Konnect ASEAN ຈະແກ່ຍາວມາເປັນເວລາ 3 ປີ (ພາບ: baoquocte.vn)

ວັນທີ 13 ກໍລະກົດ, ກອງທຶນ ອາຊຽນ ໄດ້ສົມທົບກັບກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ ແລະ ຄະນະເລຂາ ອາຊຽນ ໄດ້ເປີດສະຫຼອງລາຍການວັດທະນະທຳ, ສິລະປະ “ເຊື່ອມຕໍ່ ອາຊຽນ” (Konnect ASEAN) ຢ່າງເປັນທາງການ. ກ່າວຄຳເຫັນທີ່ພິທີ, ທ່ານ Benjamin Hampe, ຜູ້ອຳນວຍການລາຍການ Konnect ASEAN ໃຫ້ຮູ້ວ່າ: ຂໍ້ລິເລີ່ມດັ່ງກ່າວ ຈະສະໜອງພື້ນຖານຢ່າງຮອບດ້ານ ເພື່ອຮ່ຳຮຽນ, ຊອກຮູ້ ແລະ ປຶກສາຫາລື ໂດຍຜ່ານວຽກງານຂອງບັນດານັກສິລະປະປິນ, ພ້ອມທັງໜູນຊ່ວຍໂດຍກົງໃຫ້ແກ່ບັນດານັກສິລະປະປິນ ແລະ ຜູ້ທີ່ເຂົ້າຮ່ວມວຽກງານສິລະປະ.

        Konnect ASEAN ຈະແກ່ຍາວມາເປັນເວລາ 3 ປີ, ໃນນັ້ນ ບັນດາເຫດການໃນປີ 2020 ເກືອບທັງໝົດຈະດຳເນີນໄປຕາມຮູບແບບທາງອອນລາຍ ຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ -19.

(ແຫຼ່ງຄັດຈາກ VOV)


top