ຂ່າວສານ

ອາຊຽນ 2020: ຮ່ວມມືດ້ານການເງິນ - ທະນາຄານລະຫວ່າງ ບັນດາປະເທດອາຊຽນ

      ໃນຂອບເຂດການຮ່ວມມືດ້ານການເງິນອາຊຽນ2020, ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ອາຊຽນ (AFCDM)ໄດ້ຈັດຕັ້ງທາງອອນລາຍໃນວັນທີ 1 ຕຸລາ ຢູ່ຮ່າໂນ້ຍໂດຍມີການເຂົ້າຮ່ວມຂອງ ຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງຂອງ 10 ປະເທດອາຊຽນ  ແລະ ຮອງເລຂາທິການໃຫຍ່ອາຊຽນ.

ທ່ານເຈິ່ນຊວັນຮ່າ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ
ໄດ້ເປັນປະທານກອງປະຊຸມ (ພາບ: tapchitaichinh.vn)
      ນີ້ແມ່ນກອງປະຊຸມສຳຄັນ,ເພື່ອກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ເຊິ່ງຈະຈັດຕັ້ງໃນວັນທີ 2 ຕຸລາ. ທີ່ກອງປະຊຸມ, ບັນດາຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງໄດ້ປຶກສາຫາລືກ່ຽວກັບໝາກຜົນຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືໃນຂອບເຂດວິວັດການເຊື່ອມໂຍງດ້ານການເງິນ - ທະນາຄານ ອາຊຽນ ແລະ ບັນດາຂໍ້ລິເລີ່ມຮ່ວມມືດ້ານການເງິນຕ່າງໆໃນອາຊຽນ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍ່ໄດ້ອັບເດັດສະພາບການເສດຖະກິດໃນພາກພື້ນ, ບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ G20, ອັບເດັດວຽກງານກະກຽມໃຫ້ແກ່ອາຊຽນ 2021 ແລະ ພິຈາລະນາຮັບຮອງເອົາ ຮ່າງຖະແຫຼງການຮ່ວມ ຂອງ ກອງປະຊຸມລັດຖະມົນຕີ ການເງິນ ແລະ  ຜູ້ວ່າການທະນາການສູນກາງ ອາຊຽນຄັ້ງທີ 6
 (ແຫຼ່ງຄັດຈາກ VOV)


top