ຂ່າວສານ

ອາຊຽນ 2020: ສ.ເກົາຫຼີ ເນັ້ນໜັກຄວາມສຳຄັນຂອງການຮ່ວມມືສາກົນໃນການແຍກຕົວ ແລະ ຊຸກຍູ້ເສດຖະກິດ

      ວັນທີ 14 ເມສາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນຢ່າງແໜ້ນແຟ້ນ ໃນການແຍກຕົວປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ກໍ່ຄືຊຸກຍູ້ເສດຖະກິດ ໃນສະພາບຄວາມປອດໄພທົ່ວໂລກປ່ຽນແປງຍ້ອນໂລກລະບາດ.

ສ.ເກົາຫຼີ ເນັ້ນໜັກຄວາມສຳຄັນຂອງການຮ່ວມມືສາກົນໃນການແຍກຕົວ ແລະ ຊຸກຍູ້ເສດຖະກິດ (ພາບ: Yonhap/ TTXVN)
       ການນຳ ສ.ເກົາຫຼີ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວທີ່ກອງປະຊຸມຄະນະລັດຖະບານປະຈຳອາທິດ, ກ່ອນທີ່ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ ແລະ 3 ປະເທດຄູ່ຮ່ວມມື (ອາຊຽນ+3) ກ່ຽວກັບໂລກລະບາດ ໂຄວິດ-19. ທ່ານຊີ້ແຈ້ງວ່າ ການຮ່ວມມືລະຫວ່າງບັນດາປະເທດໃນບັນຫາແຍກຕົວ ແລະ ຮ່ວມມືເສດຖະກິດແມ່ນສຳຄັນທີ່ສຸດ. ເຊີອູນ ຈະຕັ້ງໜ້າຮ່ວມມືກັບບັນດາປະເທດທັງໝົດອີງໃສ່ 2 ແງ່ມູມດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top