ຂ່າວສານ

ອາຊຽນ 2020: ຍິ້ປຸ່ນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນໄລຍະເປັນປະທານ ອາຊຽນ

      ວັນທີ 14 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່່ນ Motegi Toshimitsu ຢັ້ງຢືນວ່າ ປະເທດນີ້ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນໄລຍະເປັນປະທານ ອາຊຽນ ທີ່ໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມສຸດຍອດພິເສດອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່່ນ Motegi Toshimitsu (ພາບ: asia.nikkei.com)
      ກອງປະຊຸມສຸດຍອດພິເສດ ອາຊຽນ + 3  ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19  ໄດ້ດໍາເນີນໃນຕອນບ່າຍວັນທີ 14 ເມສາ ດ້ວຍຮູບແບບອອນລາຍ ໂດຍມີການເຂົ້າຮ່ວມຂອງການນໍາ 10 ປະເທດ ສະມາຊິກ ອາຊຽນ ແລະ 3 ປະເທດ ຄູ່ຮ່ວມມືເຈລະຈາໃນພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ເຊິ່ງລວມມີ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ. 
 (ແຫຼ່ງຄັດຈາກ VOV)


top