ຂ່າວສານ

ອາຊີໃນສົງຄາມການຄ້າອາເມລິກາ - ຈີນ

      ເວທີປາໄສອະນາຄົດອາຊີແມ່ນເຫດການໂດຍກຸ່ມບໍລິສັດ Nikkei Incເປັນເຈົ້າພາບຈັດຕັ້ງໄດ້ດຳເນີນໃນເວລາ 2 ວັນຄືວັນທີ 30 ແລະ 31 ພຶດສະພາຢູ່ ນະຄອນຫລວງໂຕກຽວປະເທດຍີ່ປຸ່ນເຂົ້າຮ່ວມເວທີປາໄສດັ່ງກ່າວມີການນຳແຖວຫນ້າອາຊີປະມານ 7 ທ່ານ.ຫນຶ່ງໃນບັນດາບັນຫາພົ້ນເດັ່ນທີ່ສຸດຄາດວ່າຈະໄດ້ເຕື້ອງເຖິງທີ່ເວທີປາໄສຄັ້ງນີ້ ແມ່ນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາແລະຈີນ ເມື່ອສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກມີການກະທຳໂຕ້ຕອບເຊິ່ງກັນ ແລະກັນຢ່າງລຽນຕິດດ້ວຍບັນດາມາດຕະການຂຶ້ນພາສີໃນສະພາບການສັບສົນນັ້ນບັນດາປະເທດອາຊີໄດ້ຮັບການຄາດຄະເນວ່າລ້ວນແຕ່ຖືກຜົນສະທ້ອນບໍ່ຫລາຍກໍ່ຫນ້ອຍ.

ພາບປະກອບ (TTXVN)
      ນອກຈາກບັນດາການນຳຍີ່ປຸ່ນເຂົ້າຮ່ວມເວທີປາໄສຍັງມີປະທານາທິບໍດີຟີລີບປີນທ່ານ Rodrigo Duterte, ນາຍົກລັດຖະມົນຕີມາເລເຊຍ Mahathir Mohamad, ນາຍົກລັດຖະມົນຕີບັງກະລາເທດ Sheikh Hasina, ນາຍົກລັດຖະມົນຕີກຳປູເຈຍSamdechTechoHunsen, ນາຍົກລັດຖະມົນຕີລາວທອງລຸນສີສຸລິດ, ນາຍົກລັດຖະມົນຕີສິງກະໂປHengSweeKeatແລະທ່ານຟ້າມບີງມີງຮອງນາຍົກລັດຖະມົນຕີຫວຽດນາມ .
ສົ່ງຜົນກະທົບເຖິງຫລາຍສົ້ນ
            ໄລຍະມໍ່ໆມານີ້ ແງ່ຫວັງການເຕີບໂຕເສດຖະກິດທົ່ວໂລກເວົ້າລວມ, ອາຊີເວົ້າສະເພາະ, ຖືກຜົນກະທົບຈາກຫລາຍປັດໄຈ, ໃນນັ້ນມີຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ.
            ພາຍຫລັງວໍຊິງຕັນແລະປັກກີ່ງຈັດວາງອັດຕາພາສີໃຫມ່ເລັ່ງໃສ່ສິນຄ້ານຳເຂົ້າຂອງກັນ, ມີນັກໄຈ້ແຍກຫລາຍທ່ານໄດ້ຍົກອອກຂໍ້ສັງເກດວ່າ: ບັນດາສູນຜະລິດສິນຄ້າດ້ວຍລາຄາຖືກຂອງ ອາຊີ ຈະໄດ້ຊົມໃຊ້ຜົນປະໂຫຍດເມື່ອບັນດາບໍລິສັດຊອກວິທີເຄື່ອນຍ້າຍຕ່ອງໂສ້ການຜະລິດຫລືການສະຫນອງສິນຄ້າອອກຈາກຈີນ ຊື່ງແມ່ນສະຖານທີ່ເຄີຍໄດ້ຮັບຖືວ່າແມ່ນໂຮງງານຜະລິດຂອງໂລກໃນຫລາຍປີຜ່ານມາ. ສົງຄາມການຄ້າລະຫວ່າງອາເມລິກາແລະຈີນຈະຊ່ວຍຊຸກຍູ້ການຜະລິດຢູ່ບັນດາປະເທດອາຊີໃນໄລຍະຍາວ.
            ຄວາມຈິງແລ້ວ, ໃນຊຸມປີມໍ່ໆມານີ້, ວິສາຫະກິດຫຼາຍແຫ່ງ ໄດ້ຍ້າຍຮາກຖານຜະລິດອອກຈາກຈີນ ໄປຕັ້ງຢູ່ ຫວຽດນາມ, ກໍາປູເຈຍ, ອິນເດຍ ແລະ ອິນໂດເນເຊຍ... ທ່າອ່ຽງຂອງການຫັນປ່ຽນດັ່ງກ່າວ ເບິ່ງຄືວ່າ ໄດ້ເພີ່ມຂຶ້ນ ເມື່ອສອງພື້ນຖານເສດຖະກິດໃຫຍ່່ອັນດັບທີ 1 ແລະ 2 ຂອງໂລກນີ້ ກ້າວເຂົ້າສູ່ສົງຄາມກ່ຽວກັບພາສີອາກອນ ດ້ວຍບັນດາການໂຕ້ຕອບເຊິ່ງກັນ ແລະ ກັນ. ຫວ່າງແລ້ວນີ້, ເຄື່ອງໝາຍການຄ້າໂມງ Casio ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ ຈະຍ້າຍການເຄື່່ອນໄຫວຜະລິດຈໍານວນໜຶ່ງກັບເມືອປະເທດ ແລະ ໄປ ໄທ ເພື່ອຫຼີກລ້ຽງ ການເສຍພາສີສູງກວ່າຂອງ ອາເມລິກາ, ໃນຂະນະທີ່ບໍລິສັດຜະລິດເຄື່ອງພິມ Ricoh ຂອງ ຍີ່ປຸ່ນ ກໍມີແຜນຍ້າຍບັນດາຮາກຖານຜະລິດຂອງຕົນໄປຍັງປະເທດໄທ ເຊັ່ນດຽວກັນ. ຍີ່ຫໍ່ເກີບ Steve Madden ຂອງ ອາເມລິກາ ໄດ້ປະກາດແຜນການຊຸກຍູ້ການເຄື່ອນໄຫວຜະລິດ ຢູ່ ກໍາປູເຈຍ. ໃນຂະນະນັ້ນ, ບັນດາບໍລິສັດຄື ບໍລິສັດຜະລິດເກີບແລ່ນ ຍີ່ຫໍ່ Brooks Running, ຈັກຊັກເຄື່ອງ Haier, ຖົງຕີນ Jassan, ແຫຼ່ງສະໜອງຜະລິດຕະພັນໃຫ້ບັນດາບໍລິສັດຜະລິດເຄື່ອງ ແຟຊັນກິລາ ທີ່ມີຊື່ສຽງຄື Adidas, Puma, New Balance ແລະ Fila ກໍ່ລ້ວນແຕ່ມີແຜນການຈະຍ້າຍມາຕັ້ງຢູ່ຫວຽດນາມ.
ຕາມຜົນການສໍາຫຼວດ ໂດຍຫ້ອງການການຄ້າ ອາເມລິກາ ປະຈໍາ ຈີນ ປະກາດໃນເດືອນພຶດສະພານີ້, ມີຫຼາຍກວ່າ 40% ໃນຈໍານວນບໍລິສັດທັງໝົດຂອງ ອາເມລິກາ ທີ່ເຄື່ອນໄຫວຢູ່ ຈີນ ພວມພິຈາລະຈາ ຫຼື ໄດ້ຍ້າຍຮາກຖານການຜະລິດໄປຍັງປະເທດອື່ນ, ສ່ວນຫຼາຍແມ່ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
        ເຖິງຢ່າງໃດກໍຕາມ, ໃນຂະນະທີ່ບັນດາປະເທດ ອາຊີ ໄດ້ຮັບຖືວ່າ ໄດ້ຮັບຜົນປະໂຫຍດຈາກການຈັດແບ່ງການຜະລິດ ໂດຍສົງຄາມດ້ານການຄ້າ ອາເມລິກາ - ຈີນນັ້ນ ບັນດາປະເທດທີ່ເຄີຍໄດ້ຮັບການຂະໜານນາມວ່າ “ບັນດາເສືອອາຊີ” ອາດຖືກເສຍຫາຍຫຼາຍທີ່ສຸດ. ບັນດາພື້ນຖານເສດຖະກິດທີ່ອີງໃສ່ດ້ານການຄ້າ ແລະ ທາງຜ່ານຄື ສິງກະໂປ, ຮົ່ງກົງ ຫຼື ບັນດາພື້ນຖານເສດຖະກິດພັດທະນາສູງຄື ສ.ເກົາຫຼີ, ຍີ່ປຸ່ນ ຈະຖືກຜົນສະທ້ອນ. ກໍາລັງແຮງງານທີ່ມີຄ່າແຮງງານສູງ ກໍແມ່ນສາເຫດໜຶ່ງ ທີ່ເຮັດໃຫ້ບັນດາປະເທດເຫຼົ່ານີ້ ຍາກທີ່ຈະກາຍເປັນຈຸດນັດພົບໃຫ້ບັນດາບໍລິສັດຢາກຍ້າຍຮາກຖານຜະລິດອອກຈາກຈີນ.ນອກຈາກນັ້ນ, ຄວາມຫຍຸ້ງຍາກໃນລະບົບສະໜອງ, ສິ່ງທ້າທາຍຕ່າງໆກ່ຽວກັບພື້ນຖານໂຄງລ່າງ ແລະ ສະພາບການຂາດແຄນທີ່ດິນ ຢູ່ບັນດາຕະຫຼາດດ້ອຍພັດທະນາກວ່າ ກໍແມ່ນບັນດາບັນຫາ ເຊິ່ງ ອາຊີ ຕ້ອງປະເຊີນໜ້າ.
ບົດບາດເປັນເຈົ້າພາທາງຂອງ ຍີ່ປຸ່ນ, ອາຊຽນ
        ເຮັດແນວໃດເພື່ອຕ້ອນຮັບກະແສການລົງທຶນ, ຫຼຸດພົ້ນຈາກການຫຼຸດໜ້ອຍຖອຍລົງຂອງການສົ່ງອອກໃນພາກພື້ນ, ຮັບປະກັນເປົ້າໝາຍການເຕີບໂຕແບບກວມລວມຕໍ່ຜົນກະທົບຂອງສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນແມ່ນຄຳຖາມພວມໄດ້ຕັ້ງຂຶ້ນຢູ່ອາຊີໃນປັດຈຸບັນ.
        ໃນຫວ່າງມໍ່ໆມານີ້, ຍີ່ປຸ່ນພວມພົ້ນເດັ່ນຂຶ້ນໃນການສວມບົດບາດເປັນປະເທດນຳໜ້າໃນເລື່ອງຊຸກຍູ້ການເຊື່ອມໂຍງເສດຖະກິດ ອາຊີ. ຈາກເລື່ອງຕັ້ງໜ້າຊຸກຍູ້ການລົງນາມ CPTPP (ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ) ຕະຫຼອດຮອດການຊຸກຍູ້ເຈລະຈາລົງນາມສັນຍາການຄ້າເສລີ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP). ເພື່ອຫຼີກລ້ຽງຜົນກະທົບໃນທາງລົບຂອງສົງຄາມການຄ້າ ອາເມລິກາ - ຈີນ, ຍີ່ປຸ່ນກໍ່ມີຄວາມຄ່ອງແຄ້ວໃນການນຳໃຊ້ມາດຕະການເພື່ອຫຼຸດຜ່ອນຄວາມກົດດັນຈາກຝ່າຍອາເມລິກາໄດ້ຫຼາຍຢ່າງໃນເຈລະຈາດ້ານການຄ້າທີ່ກ່ຽວຂ້ອງເຖິງສອງຂະແໜງການ ຜະລິດລົດໂອໂຕ ແລະ ກະສິກຳກັບອາເມລິກາ, ຕັ້ງໜ້າເຈລະຈາສັນຍາການຄ້າສິນຄ້າ ດ້ວຍເປົ້າໝາຍດັດປັບຮົ້ວພາສີ. ໃນຂະນະນັ້ນ, ອາຊຽນດ້ວຍ 10 ປະເທດຊຶ່ງພວມມີທ່າໄດ້ປຽນຫຼາຍຢ່າງເພື່ອກາຍເປັນກຳລັງໜູນໃນການເຕີບໂຕເສດຖະກິດໃນພາກພື້ນ. ການປະຕິວັດອຸດສາຫະກຳ 4.0 ພວມເຮັດໃຫ້ ທຸກສິ່ງທຸກຢ່າງມີການປ່ຽນແປງແລະ ອາຊຽນ ພວມຮ່ວມມືຢ່າງແໜ້ນແຟ້ນເພື່ອພ້ອມກັນແບ່ງປັນພື້ນຖານໂຄງລ່າງເຕັກນິກ, ພື້ນຖານໂຄງລ່າງຂັ້ນຮາກຖານ, ການຖ່າຍທອດເຕັກໂນໂລຢີ, ເພື່ອແນໃສ່ກຳແໜ້ນບັນດາກາລະໂອກາດດີທີ່ສຸດໃນລະບົບການສະໜອງທົ່ວໂລກ.
          ໃນສະພາບການນັ້ນ, ເວທີປາໄສອະນາຄົດອາຊີໄດ້ຈັດຕັ້ງຢູ່ຍີ່ປຸ່ນແມ່ນໂອກາດເພື່ອໃຫ້ບັນດາການນຳສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່ຊ່ວຍເຫຼືອບັນດານັກວາງນະໂຍບາຍໃນພາກພື້ນປັບຕົວໃຫ້ດີທີ່ສຸດຕໍ່ບັນດາສິ່ງທ້າທາຍທີ່ມາຈາກພາຍນອກ, ຈາກນັ້ນຮັບປະກັນເປົ້າໝາຍການເຕີບໂຕແບບກວມລວມ.
 (ແຫຼ່ງຄັດຈາກ VOV)
 


top