ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ອາຊີບຫັດຖະກຳ ເຄື່ອງຂັດມັນ ຢູ່ ເຕືອງບິ່ງຮຽບ

ເມື່ອເວົ້າເຖິງ​​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ ຂອງ​ແຂວງ ບິ່ງ​ເຢືອງ, ​ຕ້ອງ​ເວົ້າ​ເຖິງ​ໝູ່​ບ້ານອາຊີບ ຜະລິດເຄື່ອງຂັດມັນ ເຕືອງບິ່ງ ຮຽບ ຢູ່​ຄຸ້ມ ເຕືອງບິ່ງຮຽບ, ນະຄອນ ຖູເຢົ່າໂມດ. ນີ້​ແມ່ນ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ​ ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ, ໄດ້ຖ່າຍທອດ ​ແລະ ​ສືບທອດກັນ​ມາຫຼາຍ​ລຸ້ນຄົນ.

ເມື່ອເວົ້າເຖິງ​​ອາຊີບ​ຫັດຖະກຳ​ພື້ນ​ເມືອງ​ ຂອງ​ແຂວງ ບິ່ງ​ເຢືອງ, ​ຕ້ອງ​ເວົ້າ​ເຖິງ​ໝູ່​ບ້ານອາຊີບ ຜະລິດເຄື່ອງຂັດມັນ ເຕືອງບິ່ງ ຮຽບ ຢູ່​ຄຸ້ມ ເຕືອງບິ່ງຮຽບ, ນະຄອນ ຖູເຢົ່າໂມດ. ນີ້​ແມ່ນ​ໝູ່​ບ້ານ​ຫັດຖະກຳ​ພື້ນ​ເມືອງ​ ທີ່​ມີ​ອາຍຸ​ນັບ​ຮ້ອຍ​ປີ, ໄດ້ຖ່າຍທອດ ​ແລະ ​ສືບທອດກັນ​ມາຫຼາຍ​ລຸ້ນຄົນ.

ໝູ່ບ້ານອາຊີບ ຜະລິດເຄື່ອງຂັດມັນ ເຕືອງບິ່ງຮຽບ ຢູ່ຄຸ້ມ ເຕືອງ ບິ່ງຮຽບ ໄດ້​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ມາ​ເປັນ​ເວ​ລາ​ຫຼາຍ​ສະຕະ​ວັດ​, ແມ່ນຖິ່ນກຳເນີດ ຂອງຂະແໜງຜະລິດເຄື່ອງຂັດມັນ. ພາບ: ທົງຫາຍ/VNP

ອາຊີບຜະລິດພາບຂັດມັນ ໂດຍຊາວພາກເໜືອ ແລະ ພາກກາງ ນຳມາສູ່ດິນແດນແຫ່ງນີ້ ເມື່ອທ້າຍສະຕະວັດທີ XVII. ໃນ​ເບື້ອງຕົ້ນທີ່​ມາ​ເຖິງດິນແດນ ​ແຫ່ງນີ້ ເພ່ືອຟື້ນ​ຟູ​ຄືນ​ ​ແລະ ສ້າງ​ຊີວິດ​ໃໝ່, ຊາວບ້ານ​ ​ຍັງ​ຄົງ​ນຶກເຖິງຮູບພາບຂອງ​ບ້ານ​ເກີດ​ເມືອງ​ນອນ. ສະນັ້ນເຂົາເຈົ້າໄດ້ປະດິດສ້າງຮູບພາບບ້ານເກີດເມືອງນອນ ຂອງຕົນຄືນໃໝ່ ໂດຍຜ່ານຮູບແຕ້ມເພື່ອ ຜ່ອນຄາຍຄວາມຄິດຮອດຄິດເຖິງ. ສົມທົບກັບບັນດາຄຸນຄ່າ ວັດທະນະທຳ ທ້ອງຖິ່ນ ເມື່ອດຳລົງຊີວິດຢູ່ທີ່ນີ້, ບັນດານາຍຊ່າງຜະລິດ ເຄື່ອງຂັດມັນ ໄດ້ປະດິດສ້າງບັນດາຜະລິດຕະພັນດ້ວຍຮູບແບບທີ່ເປັນເອກະລັກ ສະເພາະ ຂອງຕົນ, ນັ້ນແມ່ນເຄື່ອງ ຂັດມັນ ເຕືອງບິ່ງຮຽບ.

ເພື່ອສຳເລັດ ເຄື່ອງຂັດມັນຊຸດໜຶ່ງ, ນາຍຊ່າງ ຕ້ອງມີປະສົບການຫຼາຍ. ວັດຖຸດິບທີ່ໄດ້ນຳໃຊ້ເພື່ອຜະລິດເຄື່ອງຂັດມັນ ຈະຂຶ້ນກັບແຕ່ລະປະເພດ ຜະລິດຕະພັນເຊັ່ນ: ໄມ້ໃຊ້້ເພື່ອຜະລິດໂຕະ, ຕັ່ງ, ຕູ້; ໄມ້ ອັດໃຊ້ເພື່ອຜະລິດຮູບແຕ້ມ; ເຄື່ອງດິນເຜົາ ໃຊ້ເພື່ອຜະລິດໂຖ, ກວດ, ຮູບປັ້ນ. ຜ້າ ຫຼື ເຈ້ຍ ໃຊ້ເປັນວັດຖຸດິບ ເພື່ອຜະລິດບັນດາຜະລິດຕະພັນ ທີ່ເບົາບາງຄື: ຈານ, ຖ້ວຍ, ໂຖດອກໄມ້. ເນື່ອງຈາກວ່າ ມັນເປັນປະເພດຜະລິດຕະພັນພິເສດ, ການຂັດມັນ ສາມາດແບ່ງອອກເປັນຫຼາຍປະເພດເຊັ່ນ: ເຄືອບສີດຳ, ແຕ້ມນໍ້າສີ, ການແຕ້ມຮູບຮາບພຽງ, ແຕ້ນ ນູນ, ເຄືອບຄໍາ ແລະ ເງິນ, ຝັງເປຶອກຫອຍ, ຝັງເປືອກໄຂ່, ຄວັດສະຫຼັກ...


ພາຍຫຼັງ​ຂັ້ນຕອນ​ການ​ຖູ​ຜ້າ, ຕາມ​ປົກ​ກະ​ຕິ​ນາຍຊ່າງ ​ຕ້ອງ​ຜ່ານ 5 ຂັ້ນ​ຕອນ​ການ​ທາ​ສີ​ຄື: ​​ເຄືອບສີ​ເຫຼື້ອມ, ສີ​ຮອງພື້ນ... ການທາສີ ອາດຈະຕ້ອງ ເຮັດແຕ່ 16-30 ຊັ້ນ  ຂຶ້ນກັບຜະລິດຕະພັນແມ່ນພາບຂະໜາດໃຫຍ່, ຂະໜາດນ້ອຍ, ມີເປືອກຫອຍ, ມີເປືອກໄຂ່, ເຄືອບຄໍາ, ເຄືອບເງິນ ຫຼື ເຄື່ອງຫັດຖະກຳສິລະປະກຳໃດໜຶ່ງ. ​ໃນ​ເມື່ອ​ກ່ອນ, ນາຍຊ່າງ​ຕ້ອງ​ຂັດສີ​ແຕ່​ລະ​ຊັ້ນ, ແຕ່ໃນປັດຈຸ​ບັນ​ ໄດ້​ຮັບການປັບປຸງ, ພຽງ​ແຕ່​ຂັດສີ ພາຍຫຼັງສຳ​ເລັດ​ແຕ່​ລະ​ຂັ້ນຕອນ, ຊ່ວຍ​ປະ​ຢັດ​ແຮງງານ ​ແລະ ​ເວລາ​​, ແຕ່​ຍັງ​ຮັບປະກັນ​​ດ້ານ​ເຕັກນິກ ​ໃນ​ການ​ສ້າງ​ຜະລິດ​ຕະພັນ.

ເພື່ອສຳເລັດ ຜະລິດຕະພັນຂັດມັນໜຶ່ງຕາມແບບມູນເຊື້ອຕ້ອງຜ່ານ 25 ຂັ້ນຕອນທີ່ແຕກຕ່າງກັນ, ຕ້ອງ​ໃຊ້​ຄວາມ​ພະຍາຍາມ ​ແລະ ​ເວລາ​. ຫຼາຍຂັ້ນຕອນຕ້ອງເຮັດຊໍ້າໆ 6 ເທື່ອຈຶ່ງແລ້ວ. ສຳລັບຂັ້ນຕອນທາສີ, ຜະລິດຕະພັນໜຶ່ງຕ້ອງໃຊ້ເວລາແຕ່ 3-6 ເດືອນ ຈຶ່ງຮັບປະກັນດ້ານຄຸນນະພາບ. 

ຄວາມສວຍງາມແບບມູນເຊື້ອ ຂອງ ເຄື່ອງຂັດມັນ ເຕືອງບິ່ງ ຮຽບ ຍັງຄົງຮັກສາໄວ້ຜ່ານຫຼາຍເຊັ່ນຄົນ, ນັ້ນແມ່ນຄວາມປາ ນີດ. ແຕ່ລະຜະລິດຕະພັນ ສະແດງ ໃຫ້ເຫັນຄວາມຄົມຊັດ ໃນທຸກລາຍລະອຽດ, ເສັ້ນແຕ້ມ, ເສັ້ນຂັດມັນ.

ເຄື່ອງໃຊ້ໃນເຮືອນ ຂັດມັນ ໄດ້ລູກຄ້າ ນິຍົມໃຊ້ຫຼາຍ ເນື່ອງຈາກມີຄວາມຊັບຊ້ອນສູງ. ພາບ: ທົງຫາຍ/VNP

ຜ່ານການ​ຜັນ​ແປ​ ຂອງ​ ປະຫວັດສາດ, ​ເຄື່ອງ ຂັດມັນ ເຕືອງບິ່ງຮຽບ ຍັງ​ຄົງ​ຮັກສາໄວ້ຄວາມເຂັ້ມຂຸ້ນ ຂອງ​ ວັດທະນະທຳ​ພື້ນ​ເມືອງ, ​ເອກະລັກ​ ຂອງຊາດ. ການ​ພັດທະນາ​ອັນ​ສະຫງ່າ​ງາມ​ໃນ​ທຸກ​ດ້ານ​ຂອງ​ເຄື່ອງ ຂັດມັນ ເຕືອງບິ່ງຮຽບ ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ມໍລະດົກ​ວັດທະນະທຳ​ ທີ່​ໜ້າເຄົາລົບ​ນັບຖື​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ
ອີກດ້ວຍ.



 ບົດ ແລະ ພາບ: VNP/ທົງຫາຍ -ແປໂດຍ: ຢືຟຽນ


top