ວິຖີຊີວິດ ຂອງ ຄົນ ຫວຽດ

ອາຊີບຜະລິດເຈ້ຍສາ ຂອງຊາວເຜົ່າ ເມື່ອງ

ຢູ່ໝູ່ບ້ານຊາວເຜົ່າ ເມື່ອງ ບ້ານ ສວຍເກາະ, ຕາແສງກາວເຊີນ, ເມືອງເລືອງເຊີນ, ແຂວງຮວ່າບິ່ງມີຄອບຄົວ ຂອງທ່ານນາງຮວ່າງ ທິເຫົ້າຍັງຄົນຮັກສາ ໄດ້ອາຊີບເຮັດເຈ້ຍສາ ຕາມວິທີການ ຂອງ ຄົນສະໄໝກ່ອນ.

ນັບ​ແຕ່​ສະຕະວັດ​ທີ XIII ​ເປັນ​ຕົ້ນ​ມາ, ພາຍຫຼັງ​ໄດ້​ຮັບ​ການ​ນຳ​ເຂົ້າ​ ຫວຽດນາມ, ​ເຈ້ຍ ສາ ໄດ້​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ ​ຈາກ​ຊາວຫວຽດນາມ ​ໃນ​ຊີວິດ​ປະຈຳ​ວັນ. ຄົນ ຫວຽດ ສະໄໝກ່ອນ ໃຊ້ເຈ້ຍ ສາ ເພື່ອຂຽນຈົດໝາຍ, ເຜີຍແຜ່ຄວາມຮູ້ໃນຊີວິດວັດທະນະທໍາ. ເຈ້ຍ ສາ ຖືກນໍາໃຊ້ສໍາລັບການຂຽນ ຄຳກອນ, ພິມຮູບພາບ ແລະ ອື່ນໆ. ແນວໃດກໍ່ຕາມ, ຄຽງຄູ່ກັບຈັງຫວະການດຳລົງຊີວິດຂອງສັງຄົມຍຸກປັດຈຸບັນ, ເຈ້ຍສາ ໄດ້ຄ່ອຍໆ ສູນຫາຍໄປ. ໃນທ້າຍສະຕະວັດທີ XX, ອາຊີບເຮັດເຈ້ຍ ສາ ເກືອບວ່າ ຖືກລືມໄປ.

ຊາວ​ເຜົ່າ​ ເມື່ອງ ຢູ່ບ້ານ ສວຍເກາະ ສະແດງຄວາມຮັກຕໍ່ ເຈ້ຍສາ ທີ່​ຫາກໍ່ຜະລິດອອກມາ. ພາບ: ຫວຽດເກື່ອງ/VNP

ຫວຽດນາມມີ 2 ໝູ່​ບ້ານ​ເຮັດ​ເຈ້ຍ​ ສາ ​ທີ່​ມີ​ຊື່​ສຽງ​ຄື: ບ້ານ ​ອຽນ​ຖາຍ (ຮ່າ​ໂນ້ຍ) ​ແລະບ້ານ​ ດົງ​ກາວ (ເມືອງ ອຽນ​ຟອງ, ແຂວງ ບັກ​ນິງ). ຢູ່​ທ້ອງ​ຖິ່ນ​ເຫຼົ່າ​ນີ້, ອາຊີບ​ເຮັດ​ ເຈ້ຍ ສາ ເຄີຍມີການ​ພັດ​ທະ​ນາທີ່ດີ. ​ແຕ່​ປັດຈຸ​ບັນ, ໝູ່​ບ້ານ​ເຮັດ​ເຈ້ຍ​ ສາ ອຽນ​ຖາຍ ​ພຽງໄດ້ ເວົ້າເຖິງໃນ​ຄຳກອນ​ເທົ່າ​ນັ້ນ. ຢູ່​ໝູ່​ບ້ານ ​ດົງ​ກາວ, ມີ​ພຽງ​ບໍ່​ເທົ່າ​ໃດ​ຄອບ​ຄົວ​ທີ່​ຍັງ​ຄົງ​ຮັກສາອາຊີບ ດັ່ງກ່າວ.

ແຕ່​ເປັນ​ເລື່ອງ​ແປກ​ທີ່​ວ່າປັດຈຸ​ບັນ​ ຢູ່​ໝູ່​ບ້ານສວຍເກາະ, ຕາ​ແສງກາວເຊີນ, ​ເມືອງເລືອງເຊີນ, ​ແຂວງຮວ່າບິ່ງ, ມີ​ຊາວ​ເຜົ່າເມື່ອງຍັງ​ເຮັດ​ເຈ້ຍ​ສາ ຕາມ​ວິທີ​ ຂອງ ​ຄົນ​ສະໄໝກ່ອນ. ມາຢ້ຽມຢາມເຮືອນຂອງ ທ່ານນາງຮວ່າງທິເຫົ້າ, ຄອບຄົວດຽວ ຢູ່ບ້ານ ສວຍເກາະ ເຮັດເຈ້ຍ ສາ, ເພິ່ນ ໄດ້ເລົ່າ ສູ່ໃຫ້ຟັງກ່ຽວກັບວາດສະໜາ ແລະ ຄວາມໃນໃຈກ່ຽວກັບການ ຍຶດໝັ້ນກັບອາຊີບ ຫັດຖະກຳມູນເຊື້ອທີ່ເປັນເອກະລັກ ສະເພາະນີ້.

 

 

ປີ 1996, ຄອບຄົວ​ຂອງ​ທ່ານ​ນາງເຫົ້າ ​ແລະຫຼາຍຄອບຄົວ​ຢູ່ບ້ານສວຍເກາະ​ໄດ້​ສູນ​ຄົ້ນ​ຄວ້າ, ຊ່ວຍເຫຼືອ ​ແລະພັດທະນາ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ ພື້ນ​ເມືອງ​ ນຳໄປ​ຮຽນ​ອາຊີບເຮັດ ເຈ້ຍສາ ຢູ່ບັກ​ນິງ. ທ່ານ​ນາງ​ ເຫົ້າ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ພັບ​ເຈ້ຍ​ໃຫ້​ເທົ່າ​ທຽມ​ກັນ​ ແລະ ​ສວຍ​ງາມ​ທີ່ສຸດໃນ​ກຸ່ມຄົມໄປ​ຮຽນ. ຫຼັງ​ຈາກ​ໄດ້​ຮຽນຮູ້​ອາ​ຊີບ​ແລ້ວ, ທຸກ​ຄົນ​ໄດ້​ກັບ​ຄືນ​ບ້ານ ເພື່ອ​ເລີ່ມ​ຕົ້ນການ​ເຮັດ​ວຽກ. ເວລານັ້ນ ຢູ່ບ້ານ​ ສວຍເກາະ, ປະຊາຊົນ ທຸກຄົນໄດ້ເຂົ້າ​ຮ່ວມ​ການເຮັດ​ເຈ້ຍ. ​ແຕ່​ເປັນ​ເວລາ​ສັ້ນໆ​ ເທົ່າ​ນັ້ນ, ເຈ້ຍ ເຮັດອອກມາ ບໍ່​ມີຜູ້​ຊື້​, ບໍ່​ມີ​ລາຍ​ຮັບ, ຊາວບ້ານ​ໄດ້​ລາ​ອອກ​ຈາກ​ອາຊີບ ເປັນຈຳນວນຫຼາຍ. ຜູ້ສຶກເສຍດາຍ ການໄປຮຽນແລະຄິດເຖິງຜູ້ທີ່ສ້າງເງື່ອນໄຂ ໃຫ້ຕົນເອງໄດ້ຮຽນ ອາຊີບ, ທ່ານນາງເຫົ້າໄດ້ໂອ້ລົມກັບສາມີແລະປະຊາຊົນ ຈຳນວນໜຶ່ງໃນໝູ່ບ້ານ ເພື່ອ ພະຍາຍາມ ສືບຕໍ່ເຮັດ ເຈ້ຍ ສາ ໃນຍາມຫວ່າງ.

ທ່ານຫງວຽນ​ວັນ​ຈຸກ, ສາ​ມີ​ຂອງ​ທ່ານ​ນາງ ເຫົ້າ ຍັງ​ຈື່​ຈຳ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ນັ້ນ. ຕະຫຼອດທັງປີ, ເພິ່ນຄອຍຖ້າ ຮອດບຸນປີໃໝ່, ແລ້ວຖືກະ ເປົາ ເຈ້ຍສາ,ຈ້າງລົດ ລົງໄປຫາ ວັນມຽວ (ຮ່າໂນ້ຍ) ເພື່ອຂາຍໃຫ້ຜູ້ທີ່ຂຽນ ຄຳກອນ. ຫຼາຍເທື່ອ ເພິ່ນພະຍາຍາມ ລົງໄປຫາເມືອງເກົ່າແທ່ງນາມ (ແຂວງ ນາມດິງ) ເພື່ອຊອກຫາຜູ້ທີ່ມັກຮັກໃນການ ຂຽນໜັງສືແລະຫຼາຍຄັ້ງຕ້ອງຖືກະເປົາ ເຈ້ຍສາ ກັບບ້ານ. ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ບໍ່​ສາ​ມາດ​ຊອກ​ຫາ​ທາງ​ອອກ​ໃຫ້ ​ເຈ້ຍສາ ສວຍເກາະ, ທ່່ານນາງ ເຫົ້າໄດ້​ວາງ​ແຜນ​ທີ່​ຈະເຊົາກັບການເຮັດ ເຈ້ຍສາ.

 

ແຕ່​ໂດຍຄວາມບັງເອີນ, ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ທ່ານ ​ຈຸກ​ ໄດ້​ພົບ​ປະ​ກັບ​ຄົນ​ໃນ​ກຸ່ມ​ Zó Project. ​ແມ່ນ​ກຸ່ມ​ຊາວ ​ຮ່າ​ໂນ້ຍ ​ທີ່​ມີ​ຄວາມ​ຮັກ​ມັກກັບ​ ​ເຈ້ຍສາ ​ແລະປາດ​ຖະໜາ​ຢາກ​ຮັກສາ​ປະ​ເພນີ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ຊົມເຊີຍອາຊີບທີ່ ຄອບຄົວທ່ານຈຸກພວມເຮັດ, ເຂົາເຈົ້າໄດ້ສັ່ງຊື້ແລະຂາຍເຈ້ຍສາ ໃຫ້ເພິ່ນ, ໄດ້ນຳນັກທ່ອງທ່ຽວມາຍັງຄອບຄົວ ຂອງເພິ່ນ ເພື່ອສຳຜັດກັບວິທີການເຮັດເຈ້ຍສາແບບດັ້ງເດີມ. ເຂົາເຈົ້າຍັງນໍາເຈ້ຍສາ ທີ່ຄອບຄົວເພິ່ນເຮັດ ໄປວາງ ສະແດງ, ສົ່ງອອກ. ຈາກບັນດາ ໄວໜຸ່ມເຫຼົ່ານີ້, ໂຮງງານ ຜະລິດ ເຈ້ຍສາ ຂອງທ່ານນາງເຫົ້າ ໄດ້ຫຼາຍຄົນຮູ້ຈັກດີແລະຍັງຄົງຕົວຈົນເຖິງປັດຈຸບັນ.

 

ບັດ​ນີ້, ທ່ານນາງ​ ເຫົ້າ ບໍ່​ມີຄວາມຄິດ ທີ່ຈະ​ລາ​ອອກ​ຈາກອາຊີບ​ອີກ​ແລ້ວ. ເຖິງວ່າ ມັນບໍ່ແມ່ນແຫຼ່ງລາຍຮັບຫຼັກ, ບໍ່ພໍທີ່ ຈະຮັ່ງ, ແຕ່ການເຮັດເຈ້ຍສາ ເຮັດໃຫ້ຄອບຄົວ ມີລາຍຮັບເປັນປົກກະຕິ. ທຸກໆ​ຄັ້ງ​ທີ່​ມີ​ຄຳ​ສັ່ງ​ຊື້ສິນຄ້າດ້ວຍຈຳນວນຫຼາຍ, ທ່ານ​ ຈຸກ ​ຕ້ອງ​ຈ້າງຊາວ​ບ້ານ​ອີກ3-4ຄົນ​ມາ​ເຮັດ​ຊ່ວຍ. ເງິນຈາກການຂາຍເຈ້ຍສາ ກໍ່ແມ່ນສົມກັບ ເຫື່ອແຮງໃນການເຮັດວຽກ.

ໃນ​ຕອນ​ທ້າຍ​ ຂອງ​ ການໂອ້ລົມກັນ, ​ເມື່ອ​ທຸກ​ຄົນ​ເວົ້າ​ເຖິງ​ຄວາມ  ​ໝາຍ​ ອັນ​ໃຫຍ່​ຫຼວງ​ຂອງ​ການ​ຮັກສາ​ອາຊີບ​ເຮັດ​ເຈ້ຍສາມູນເຊື້ອ, ອາຊີບ​ ທີ່​ມີ​ອາຍຸ​ນັບ​ພັນ​ປີ, ແຕ່ທ່ານຈຸກ​ໄດ້​ເວົ້າເຖິງຄວາມ​ປາຖະ ໜາ ອັນແຮງກ້າ ຂອງ ຕົນໃນປັດຈຸບັນ ນັ້ນແມ່ນເພິ່ນຝັນວ່າ ລາຄາຂອງເຈ້ຍສາ ຈະເພີ່ມຂຶ້ນສອງເທົ່າ. ໃນເວລານັ້ນ, ທຸກຄົນສາມາດສ້າງລາຍຮັບຈາກ ອາຊີບເຮັດເຈ້ຍສາ ສູງຂຶ້ນ. ​ໃນ​ເວລາ​ນັ້ນ, ຢູ່​ທົ່ວ​ທຸກ​ແຫ່ງ​ເທິງ​ພູ​ອ້ອມ​ເຮືອນ, ​ຈະພົບເຫັນຮູບພາບ​ຊາວ​ເຜົ່າ ​ເມື່ອງ ພວມ​ຕັດ​ຕົ້ນ​ປໍສາ, ປອກເປືອກ​ ແລະ​ ສຽງຕໍາເປືອກ ປໍສາຈະດັງຂຶ້ນຕະຫຼອດ​ວັນ.

 

ສະມາຊິກ ຂອງ ກຸ່ມ Zó Project ສະແດງຄວາມດີໃຈ ຕໍ່ເຈ້ຍສາ ພື້ນເມືອງ ທີ່ຜະລິດອອກມາ ໂດຍຄອບຄົວ ທ່ານ ຈຸກ. ພາບ: ຫວຽດເກື່ອງ/VNP

ປະຕິບັດ: ຫວຽດເກື່ອງ - ແປໂດຍ: ຢືຟຽນ


top