ອາຊີບ ຫວຽດ

ອາຊີບຖັກແສ່ວ ດ້ວຍມື ໝີ໊ດຶກ

ດ້ວຍຄວາມມຸ່ງຫວັງທີ່ຈະຮັກສາອາຊີບຖັກແສ່ວ ມູນເຊື້ອ ແລະ ປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ, ທ່ານ ຄວາ ພ້ອມພັນລະຍາ ຊຶ່ງມີປະສົບການໃນການຖັກແສ່ວມາເປັນເວລາຫຼາຍປີ ໄດ້ເປີດຮູບແບບສະຫະກອນຖັກແສ່ວ ດ້ວຍມື ໝີ໊ດຶກ (ຮ່າໂນ້ຍ) ເພື່ອສອນອາຊີບ ແລະ ຜະລິດຕາມໃບສັ່ງຊື້ ຈຳ ນວນຫຼາຍ ເພື່ອນໍາເອົາຜະລິດຕະພັນ ອາຊີບຫັດຖະກໍາພື້ນເມືອງ ໃຫ້ນັບມື້ນັບພັດທະນາ ຍິ່ງຂຶ້ນ.

ດ້ວຍຄວາມມຸ່ງຫວັງທີ່ຈະຮັກສາອາຊີບຖັກແສ່ວ ມູນເຊື້ອ ແລະ ປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ, ທ່ານ ຄວາ ພ້ອມພັນລະຍາ ຊຶ່ງມີປະສົບການໃນການຖັກແສ່ວມາເປັນເວລາຫຼາຍປີ ໄດ້ເປີດຮູບແບບສະຫະກອນຖັກແສ່ວ ດ້ວຍມື ໝີ໊ດຶກ (ຮ່າໂນ້ຍ) ເພື່ອສອນອາຊີບ ແລະ ຜະລິດຕາມໃບສັ່ງຊື້ ຈຳ ນວນຫຼາຍ ເພື່ອນໍາເອົາຜະລິດຕະພັນ ອາຊີບຫັດຖະກໍາພື້ນເມືອງ ໃຫ້ນັບມື້ນັບພັດທະນາ ຍິ່ງຂຶ້ນ.

ສິລະປະການຖັກແສ່ວ ຮຽກຮ້ອງໃຫ້ຜູ້ປະຕິບັດມີຄວາມລະອຽດ ພິຖີພິຖັນ.

ທ່ານ ເລວັນຄວາ-ຮອງປະທານສະຫະກອນຖັກແສ່ວ ດ້ວຍມື ໝີ໊ ດຶກ ໃຫ້ຮູ້ວ່າ ໃນຊຸມປີ 90 ປະຊາຊົນທ້ອງຖິ່ນ ຢູ່ເມືອງ ດົ່ງເຕີມ ໄດ້ຮັບໃບສັ່ງຊື້ ເສື້ອ Kimono ຖັກແສ່ວດ້ວຍມື, ຕໍ່ມາເມື່ອໃບສັ່ງຊື້ ເພື່ອການສົ່ງອອກໜ້ອຍລົງ, ຫຼາຍຄົນຈຶ່ງປະສົບຄວາມຫຍຸ້ງຍາກໃນການສືບຕໍ່ອາຊີບຖັກແສ່ວ.ເຖິງຢ່າງໃດກໍຕາມ ດ້ວຍຄວາມມັກຮັກໃນອາຊີບມູນເຊື້ອ, ຄູ່ຜົວເມຍທ່ານ ຄວາ ໄດ້ເລີ່ມເປີດໂຮງ ງານຖັກແສ່ວ ຢູ່ຖະໜົນຫງວຽນຖາຍຮອ໋ກ ໃນປີ 2002 ແລະ ເລີ່ມຜະລິດຮູບຖັກແສ່ວ 3D. ເມື່ອມີໃບສັ່ງຊື້ ນັບມື້ນັບຫຼາຍຂຶ້ນເລື້ອຍໆ ເພື່ອນໍາໄປເປັນ ຂອງ ຂວັນ ແລະ ນໍາໃຊ້ໃນພື້ນທີ່ຢູ່ອາໄສ, ຄູ່ຜົວເມຍທ່ານ ຄວາ ຈຶ່ງໄດ້ເປີດຮູບແບບສະຫະກອນຖັກແສ່ວດ້ວຍມື ໝີ໊ດຶກ ເພື່ອຮ່ວມກັບຊ່າງຖັກແສ່ວ ທີ່ຍັງຮັກສາອາຊີບ ສືບຕໍ່ອະນຸ ລັກ ແລະ ພັດທະນາອາຊີບ ດັ່ງກ່າວ.


ຮັບຮູ້ໄດ້ວ່າ ຜະລິດຕະພັນຕ້ອງການຄວາມເປັນສິລະປະ ແລະ ຄວາມສວຍງາມເພີ່ມຂຶ້ນເລື້ອຍໆ, ຄູ່ຜົວເມຍທ່ານ ຄວາ ໄດ້ຄົ້ນ ຄວ້າຮູບຖັກແສ່ວ 3D. ດ້ວຍການຄົ້ນຄວ້າ ແລະ ດ້ວຍຄວາມຊໍານິຊໍານານຂອງຊ່າງທີ່ມີປະສົບການມາເປັນເວລາຫຼາຍປີ, ຄູ່ຜົວເມຍທ່ານ ຄວາ ພ້ອມດ້ວຍຊ່າງຖັກແສ່ວ ຢູ່ເມືອງ ດົ່ງເຕີມ ແລະ ສອງສາມເມືອງໃກ້ຄຽງຢູ່ ໝີ໊ດຶກ ໄດ້ສ້າງຮູບແຕ້ມຫຼາຍແຜ່ນຕາມຫົວຂໍ້ທໍາມະຊາດ, ປະເທດຊາດ, ຜູ້ຄົນ ແລະ ປະຫວັດສາດ ຫວຽດ ນາມ. ເມື່ອບໍ່ດົນມານີ້ ສະຫະກອນຖັກແສ່ວດ້ວຍມື ໝີ໊ດຶກ ໄດ້ຮັບລາງວັນ Ocop ດ້ວຍ 5 ຜົນງານການປະດິດແຕ່ງຄື: “ທ່ຽນແຊນ”, “ດອກທານຕາເວັນ”, “ວັດເສົາດຽວ”, “ຫໍ ເຄຍວັນກາກ”, “ຕ້ອນຮັບລະດູບານໃໝ່”.


ທ່ານ ຄວາ ແບ່ງປັນວ່າ ເພື່ອສ້າງຮູບ ຖັກແສ່ວ 3D ໃຫ້ມີຈຸດແຕກຕ່າງກັບຮູບຖັກແສ່ວ ໃນເມື່ອກ່ອນ, ເຮົາຕ້ອງສ້າງແບບ ແຜນລາຍແຕ້ມກ່ອນ, ຫຼັງຈາກນັ້ນ ຈຶ່ງແຕ້ມພື້ນຫຼັງເພື່ອສ້າງການປ່ຽນແປງຂອງແສງເງົາ, ຄວາມເຂັ້ມອ່ອນ, ໃກ້ໄກ ເພື່ອໃຫ້ຮູບມີຄວາມເລິກ. ຈາກນັ້ນ ລາຍແຕ້ມໃນຮູບຈະເບິ່ງມີຊີວິດຊີວາ, ຮູບ 3D ຈະເບິ່ງຄືຕົວຈິງກວ່າ. ສໍາລັບເຕັກນິກການຖັກແສ່ວ ແມ່ນຕ້ອງມີຄວາມລະ ອຽດ ແລະຊໍານິຊໍານານ ເພື່ອສະແດງຮູບ 3D ໃຫ້ໄດ້ດີ ແລະ ສວຍ ງາມກວ່າ ໂດຍການນໍາໃຊ້ເສັ້ນດ້າຍທີ່ມີເສັ້ນໂຄ້ງອ່ອນຫຼາຍຂຶ້ນ. ສໍາລັບຮູບຖັກແສ່ວ ດ້ວຍມືຂອງຊ່າງ ໝີ໊ດຶກ ແມ່ນຮຽກ ຮ້ອງໃຫ້ມີການປະສົມປະສານຢ່າງກົມກຽວ ແລະ ສອດຄ່ອງ ລະຫວ່າງ ວິທີການແຕ້ມ ແລະ ຖັກແສ່ວ ເພື່ອສ້າງຄວາມສວຍງາມ ແລະ ສິລະປະສູງ.

ຜົນງານການຖັກແສ່ວ: ປາໄນກາຍເປັນ ມັງກອນ
ຜົນງານການຖັກແສ່ວ: ດອກ ເຜີ້ງ ໃນສວນຫຼວງ

ປັດຈຸບັນ ຮູບຖັກແສ່ວ ດ້ວຍມືຂອງສະຫະກອນຖັກແສ່ວ ໝີ໊ດຶກ ທີ່ຜະລິດອອກມາ ໄດ້ຖືກນໍາໃຊ້ເພື່ອຕົກແຕ່ງພາຍໃນທີ່ທັນສະໄໝ, ພ້ອມທັງຖືກເລືອກໃຫ້ເປັນຂອງຂວັນດ້ວຍລາຄາເລີ່ມຕົ້ນຈາກ 5 ລ້ານດົ່ງຂຶ້ນໄປ. ນອກຈາກການຜະລິດຮູບຖັກແສ່ວ ດ້ວຍມື ລະ ດັບສູງ, ຄູ່ຜົວເມຍທ່ານ ຄວາ ຍັງໄດ້ສືບຕໍ່ສອນອາຊີບຖັກແສ່ວດ້ວຍມືໃຫ້ແກ່ນັກຮຽນຫຼາຍຄົນ ຈາກທົ່ວທຸກສາລະທິດ ຜ່ານການຮຽນແບບອອນລາຍ ແລະ ຮຽນໂດຍກົງ ເພື່ອພັດທະນາຜະລິດຕະພັນຖັກແສ່ວ ຫັດຖະກໍາ ສິລະປະກຳ ຂະໜາດນ້ອຍ ຂອງ ໝີ໊ດຶກ ໃຫ້ດີຍິ່ງຂຶ້ນ.


ຜົນງານການຖັກແສ່ວ: ລະດູເກັບກ່ຽວໄດ້ຮັບຜົນດີ

ທ່ານນາງ ຫງອກ ໜຶ່ງໃນຈຳນວນນັກອອກແບບ ແຟຊັ່ນ ທີ່ກໍາລັງຮຽນຢູ່ຫ້ອງຮຽນສອນອາຊີບຖັກແສ່ວ ດ້ວຍມືຂອງສະຫະກອນຖັກແສ່ວ ດ້ວຍມື ໝີ໊ດຶກ ໃຫ້ຮູ້ວ່າ: “ຫຼັງຈາກໄດ້ຮັບການສອນຈາກຄູອາຈານ ເປັນເວລາ 2 ວັນ, ຂ້າພະເຈົ້າ ກໍສາມາດຖັກແສ່ວເສັ້ນພື້ນ ຖານໄດ້ແລ້ວ, ຢູ່ທີ່ນີ້ ຂ້າພະເຈົ້າ ໄດ້ຮຽນຮູ້ວິທີການຖັກແສ່ວ ແຕ່ກໍຄ້າຍຄືກັບວິທີການແຕ້ມ ເພື່ອເຮັດໃຫ້ຮູບເດັ່ນດ້ວຍລວດລາຍ 3D ຢ່າງເປັນຈິງທີ່ສຸດ. ຫຼັງຈາກສໍາເລັດຫຼັກສູດຮຽນຢູ່ທີ່ນີ້ ຂ້າພະເຈົ້າອາດຈະນໍາໄປປະຍຸກໃຊ້ກັບແບບ ແຟຊັ່ນ ຂອງຕົນເອງ, ພ້ອມນີ້ ຂ້າພະເຈົ້າ ກໍາລັງຕິດຕາມໂຄງການຟື້ນຟູ ຮູບຖັກແສ່ວບູຮານຂອງ ຫວຽດນາມ, ການຮຽນຖັກແສ່ວດ້ວຍມືຢູ່ທີ່ນີ້ ຈະຊ່ວຍ ໃຫ້ຂ້າພະ ເຈົ້າ ໄດ້ຫຼາຍໃນການປະຕິບັດແຜນການນີ້”.

ບົດ: ເງິນຮ່າ/VNP- ພາບ: ແທງຢາງ - ແປໂດຍ: ຢືຟຽນ

 


top