ອາຊີບ ຫວຽດ

ອາຊີບຄວັດຝັງເປືອກຫອຍ ຈວນງໍ້

ບໍ່ພຽງແຕ່ເປັນພາບການຄວັດຝັງເປືອກຫອຍ ຕາມເລື່ອງເກົ່າ ນິທານເດີມ ເທົ່ານັ້ນ, ບັນດາຊ່າງຝີມື ຢູ່ໝູ່ບ້ານຄວັດຝັງເປືອກ ຫອຍ ຈວນງໍ້ ( ຕາແສງ ຈວຽນໝີ້, ເມືອງ ຝູ໋ຊວຽນ, ນະຄອນ ຮ່າໂນ້ຍ) ຍັງປະດິດສ້າງ ພາບແຕ້ມທິວທັດ ຢ່າງປານີດ, ແນບນຽນ ດ້ວຍເຕັກນິກສູງ ຕາມແນວຄິດຂອງລູກຄ້າ. ການປ່ຽນແປງນີ້ ໄດ້ຊ່ວຍໃຫ້ ໝູ່ບ້ານອາຊີບ ຄວັດຝັງ ເປືອກຫອຍ ຈວນງໍ້ ເຖິງວ່າຜ່ານການເວລາ ນັບພັນປີ ກັບການ ຜັນແປປ່ຽນແປງຫຼາຍຢ່າງກໍຕາມ ແຕ່ຍັງຢືນຢັນທີ່ຕັ້ງ ບົດບາດ ຂອງຕົນ ບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດ, ແຕ່ຍັງມີຢູ່ໃນ ຫຼາຍປະເທດອີກດ້ວຍ.

 

ຂັ້ນຕອນແຕ້ມລວດລາຍໃສ່ປ່ຽງເປືອກຫອຍ. 

ຕາມຕໍານານ ເລື່ອງລາວ ກ່ຽວກັບເທບພະເຈົ້າ ປະຈໍາໝູ່ບ້ານ ຈວນງໍ້, ອາຊີບຄວັດຝັງເປືອກຫອຍ ຢູ່ທີ່ນີ້ ມີມາແຕ່ສະໄໝ ລາດຊະວົງ ຫຼີ (1010-1225). ບັນພະບຸລຸດອາຊີບ ຂອງ ໝູ່ບ້ານແມ່ນ ເຈືອງກົງແທ່ງ, ຊາວທ້ອງຖິ່ນ, ເສັງຈົບຊັ້ນ ປະລິນຍາເອກ, ອະດີດນາຍພົນ ຂອງ ລາດຊະວົງ.  ຝຶກຝົນ ດ້ວຍຕົນເອງ ແລະ ມີຄວາມຊໍານິຊໍານານ ໃນອາຊີບ, ເຈືອງກົງແທ່ງ ໄດ້ປະດິດສ້າງ ບັນດາຜົນງານ ຄວັດຝັງ ເປືອກຫອຍ ທຳອິດ ຢູ່ໝູ່ບ້ານ ຈວນງໍ້, ຈາກນັ້ນຈິ່ງຖ່າຍທອດ ໃຫ້ຊາວບ້ານ. ອາຊີບແກະສະຫຼັກ ຕິດຕົວໜັງສື ແລະ ແກະສະຫຼັກພາບແຕ້ມ ເທິງໜ້າໄມ້ ກໍ່ໄດ້ເກີດຂຶ້ນຕັ້ງແຕ່ນັ້ນມາ. ຜ່ານການເວລາ, ວັດຖຸ ດິບ ຄວັດຝັງເປືອກຫອຍ ໄດ້ປາກົດຂຶ້ນ, ບໍ່ພຽງແຕ່ມີເປືອກຫອຍ ເທ່ົານັ້ນ, ແຕ່ຍັງມີຫຼາຍປະເພດຫອຍ ທີ່ມີຄ່າ ອື່ນໆ ອີກດ້ວຍ, ການອອກແບບທີ່ມີຄວາມຫຼາກຫຼາຍ ແລະ ຄຸນນະພາບ ຂອງ ຜະລິດຕະພັນ ກໍໄດ້ຮັບການປັບປຸງ ໃຫ້ດີຍິ່ງຂຶ້ນ.

ບັນດານາງຊ່າງເຮັດວຽກທີ່ຮາກຖານເຄື່ອງໄມ້ ຄວັດຝັງເປືອກຫອຍ ຢຸຍຫາຍ ສັງກັດ ໝູ່ບ້ານອາຊີບມູນເຊື້ອ ຄວັດຝັງ ເປືອກຫອຍ ຈວນງໍ້. 

ນັກຄົ້ນຄວ້າ ຫຼາຍຄົນຖືວ່າ ສິລະປະຄວັດຝັງເປືອກຫອຍ ຂອງ ຫວຽດນາມ ແມ່ນຢືນຢູ່ແຖວໜ້າ ຂອງໂລກ. ຕາມນັກຄົ້ນຄວ້າ ຊາວ ຝຣັ່ງ Henri Oger (1885 1963) ໃຫ້ຄວາມເຫັນວ່າ: “ຊ່າງ ຄວັດຝັງເປືອກຫອຍ ແມ່ນນັກຈິດຕະກອນ ທີ່ແທ້ຈິງ, ອົດທົນ ແລະ ມີຝີມືດີຫຼາຍ. ພວກເຂົາຮູ້ວິທີການ ປະສົມ ປະສານສີ ຂອງ ເປືອກຫອຍ ໃຫ້ມີຄວາມກົມກຽວທີ່ສວຍງາມ, ເຮັດໃຫ້ພາບ ຄວັດຝັງເປືອກຫອຍ ກາຍເປັນສະຫວ່າງສະໄຫວ. ດ້ວຍເຫດນັ້ນ, ສິລະປະ ຄວັດຝັງເປືອກຫອຍ ຂອງ ຫວຽດນາມ ພົ້ນເດັ່ນເປັນພິເສດ, ເກືອບວ່າ ເປັນໜຶ່ງດຽວຢູ່ ຕາເວັນອອກໄກ. ບັນດາຜະລິດຕະພັນ ຂອງຊ່າງຄວັດຝັງເປືອກຫອຍ ຫວຽດນາມ ແມ່ນດີກວ່າຫຼາຍ ເມືື່ອທຽບກັບ ຜະລິດຕະພັນ ຂອງ ຊ່າງ ຄວັດຝັງເປືອກຫອຍ ຊາວ ກວາງຕຸ້ງ ຂອງ ຈີນ”.

ບັນດາຜະລິດຕະພັນຄວັດຝັງ ເປືອກຫອຍ  ຂອງໝູ່ບ້ານອາຊີບ ມູນເຊື້ອ ຄວັດຝັງ ເປືອກຫອຍ ຈວນງໍ້. 

ປັດຈຸບັນ, ເພື່ອໃຫ້ມີແຫຼ່ງວັດຖຸດິບ ດີທີສຸດ, ປະຊາຊົນ ຢູ່ທີ່ນີ້ ມັກ ຈະເກັບເປືອກຫອຍກີ້, ເປືອກຫອຍຂະໜາດໃຫຍ່ ຈາກ ພື້ນທີ່ຕ່າງໆ ພາຍໃນປະເທດ ພ້ອມດຽວກັນ ກໍນໍາເຂົ້າຈາກ ຮົງກົງ ແລະ ສິງກະໂປ. ນອກຈາກນັ້ນ, ໝູ່ບ້ານ ຄວັດຝັງ ເປືອກຫອຍ ຈວນງໍ້ ຍັງ ມີແຫຼ່ງວັດຖຸດິບ ທີ່ຫາຍາກ ເປັນພິເສດ ນັ້ນແມ່ນປະເພດ ຫອຍສີແດງ ມີສີສັນຫຼູຫຼາ ນໍາໃຊ້ເພື່ອເຮັດ ພາບທິວທັດພູເຂົາ, ປີກນົກຫົງ, ນົກຍູງ ຫຼື ລວດລາຍ ຢູ່ເທິງ ພາບແຕ້ມເສື້ອຜ້າ ຂອງ ເຈົ້າຊີວິດ...

 ບັນດາປ່ຽງເປືອກຫອຍ ເມື່ອຖືກເລື່ອຍຕາມຮູບແຕ້ມແລ້ວ ຈະຖືກປະກອບເຂົ້າກັນເປັນຮູບແຕ້ມສົມບູນແບບ ເທິງພື້ນແຜ່ນຕົວຢ່າງ. 

ໂດຍທົ່ວໄປແລ້ວຜະລິດຕະພັນ ຄວັດຝັງເປືອກຫອຍ ແຜ່ນໜຶ່ງ ຈະຜ່ານ ຫົກຂັ້ນຕອນ ພື້ນຖານເຊັ່ນ: ແຕ້ມຕົ້ນແບບພາບແຕ້ມ; ເລື່ອຍ ເປືອກຫອຍ ຕາມຮູບແຕ້ມ; ຄວັດໄມ້; ຕິດເປືອກຫອຍໃສ່ ໄມ້; ຂັດເປືອກຫອຍ, ສະແດງໃຫ້ເຫັນລວດລາຍ; ໃຊ້ຜົງສີດໍາ ເພື່ອ ໃຫ້ເຫັນແຈ້ງລາຍລະອຽດ ຂອງ ຮູບແຕ້ມ. ພິເສດ, ການຄວັດຝັງເປືອກຫອຍ ຮຽງຮ້ອງ ປະຕິບັດ ທຸກຂັ້ນຕອນ ຕ້ອງໃຊ້ເຕັກນິກສູງ: ອີງໃສ່ການແຕ້ມຮູບ, ນາຍ ຊ່າງຈະຄວັດໄມ້ ແລະ ຕິດເປືອກຫອຍໃສ່. ຫຼັງຈາກ ຕິດຝັງ ເປືອກຫອຍ ແລ້ວ ຈະ ຕ້ອງຕັດແຕ່ງໃຫ້ສົມສ່ວນ, ຂັດໃຫ້ກ້ຽງ ແລະ ແຕ້ມລາຍ. 

ບັນດາຜະລິດຕະພັນຄວັດຝັງ ເປືອກຫອຍ  ຂອງໝູ່ບ້ານອາຊີບມູນເຊື້ອ ຄວັດຝັງ ເປືອກຫອຍ ຈວນງໍ້. 

ເພື່ອເລື່ອຍ, ຄວັດ ເຈາະ ເປືອກຫອຍ ບໍ່ໃຫ້ແຕກ, ນາຍຊ່າງ ຕ້ອງຝົນດ້ວຍມື, ແຊ່ເຫຼົ້າ, ລົນໄຟ ແລ້ວແຍກອອກ, ຈາກນັ້ນ ເລືອກເປືອກຫອຍ ໃຫ້ຄົບຖ້ວນ ເພື່ອປະກອບຮູບ, ບາງເທື່ອ ມີຫຼາຍຮ້ອຍ ຫຼື ຫຼາຍພັນ ປ່ຽງນ້ອຍໆ ນາໆ ສີ. ຈຸດທີ່ເປັນເອກະລັກສະເພາະ ຂອງ ພາບ ຄວັດຝັງເປືອກຫອຍ ຈວນງໍ້ ແມ່ນ ບັນດາປ່ຽງເປືອກຫອຍ ເທິງໜ້າໄມ້ຮາບພຽງ, ຕໍ່ໃສ່ ກັນໃຫ້ແຈບ, ບໍ່ແຕກ, ສ່ວນລາຍລະອຽດ ຂອງ ການປະດັບປະ ດາ ແມ່ນມີສີສັນສົດໃສ ແລະ ເປັນເອກະລັກສະເພາະ ຊຶ່ງ ປຽບ ເໝືອນ ວ່າມີຈິດວິນຍານ.

ນັກທ່ອງທ່ຽວເຂົ້າຢ້ຽມຊົມ ແລະ ຊື້ຜະລິດຕະພັນ ຄວັກຝັງເປືອກຫອຍ. 

ບັນດາຜະລິດຕະພັນມູນເຊື້ອຕົ້ນຕໍຂອງໝູ່ບ້ານອາຊີບ ມີຄື: ປ້າຍ ໂຕໜັງສື, ຄໍາກອນ ໃນເຮືອນບູຊາ, ວັດວາອາຮາມ, ບັນດາລວດລາຍປະດັບປະດາເທິງ ຕຽງໄມ້, ຕູ້ໂຊ ຫຼື ຮູບແຕ້ມ ຫ້ອຍ ຝາຕາມເລື່ອງ ຊານກົ໊ວ ໂດຍມີສາມຕົວລະຄອນໃຫຍ່ຄື: ລຽວໄບ, ກວານ ອູ, ຈາງໄຟ ຫຼື ຊຸດພາບ “ໄມ້ແປກ, ໄມ້ຊອດ, ດອກເບັນຈະມາດ, ດອກເໝີຍ”. 

ບັນດາຜະລິດຕະພັນຄວັດຝັງ ເປືອກຫອຍ  ຂອງໝູ່ບ້ານອາຊີບ ມູນເຊື້ອ ຄວັດຝັງ ເປືອກຫອຍ ຈວນງໍ້. 
ຕາມທ່າອ່ຽງເຊື່ອມໂຍງເຂົ້າກັບໂລກ, ນາຍຊ່າງ ຄວັດຝັງເປືອກ ຫອຍ ຈວນງໍ້ ໄດ້ປ່ຽນຄວາມຄິດປະດິດສ້າງບັນດາຜະລິດຕະພັນ ທີ່ປານີດ ແລະ ເຕັກນິກ ສູງກວ່າເກົ່າເຊັ່ນ: ທິວທັດທຳມະຊາດ, ຮູບຄົນ ແລະ ອື່ນໆ ເພື່ອຮັບໃຊ້ຄວາມນິຍົມທີ່ແຕກຕ່າງ ຂອງ ກຸ່ມລູກຄ້າ ສະໄໝໃໝ່. ເພາະສະນັ້ນ, ປັດຈຸບັນ ຜະລິດຕະພັນຂອງໝູ່ບ້ານຫັດຖະກຳ ຈວຽນໝີ໊ ໄດ້ຮັບການພັດທະນາ ນັບມື້ນັບອຸດົມຫຼາກຫຼາຍ ກ່ຽວ ກັບຮູບແບບ, ຕອບສະໜອງຄວາມຕ້ອງການ ຂອງລູກຄ້າຢູ່ ພາຍໃນປະເທດ ແລະ ສົ່ງອອກສູ່ຕະຫຼາດສາກົນເຊັ່ນ: ອັງກິດ, ລັດເຊຍ, ສ ອາເມລິກາ, ໂຮນລັງ, ຍີ່ປຸ່ນ... 

top