ຂ່າວສານ

ອາຊີ ຍັງຄົງແມ່ນຈຸດໃຈກາງຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ

      ສະພາບການໂລກລະບາດໂຄວິດ - 19 ຢູ່ບາງປະເທດ ອາຊີ ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ນັບທັງປະເທດທີ່ມີຜູ້ສັກວັກຊິນກັນພະຍາດໂຄວິດ - 19 ດ້ວຍອັດຕາສູງ.
ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຟີລິບປິນ (ພາບ: Reuters)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 27 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 232,5 ລ້ານຄົນ, ໃນນັ້ນມີກວ່າ 4,7 ລ້ານຄົນເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກຍ້ອນໂລກລະບາດ, ດ້ວຍຈຳນວນຜູ້ເສຍຊີວິດກວ່າ 706.317 ຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 43,7 ລ້ານຄົນ.
        ອາຊີ ຍັງຄົງແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອ 156.171 ຄົນ ແລະ 1.985 ຄົນເສຍຊີວິດໃນ 24 ຊົ່ວໂມງຜ່ານມາ. ສະພາບການໂລກລະບາດໂຄວິດ - 19 ຢູ່ບາງປະເທດ ອາຊີ ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ນັບທັງປະເທດທີ່ມີຜູ້ສັກວັກຊິນກັນພະຍາດໂຄວິດ - 19 ດ້ວຍອັດຕາສູງ.
        ກ່ຽວກັບວັກຊິນກັນພະຍາດໂຄວິດ - 19, ວັນທີ 26 ກັນຍາ ບໍລິສັດການຢາ Pfizer ໄດ້ແຈ້ງໃຫ້ຊາບວ່າ ຈະຂົນສົ່ງວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ຕື້ ໂດສ ໃຫ້ແກ່ບັນດາປະເທດມີລາຍຮັບຕ່ຳ ແລະ ປານກາງ ໃນທ້າຍປີນີ້.
 (ແຫຼ່ງຄັດຈາກ VOV)


top