ພາບຊີວິດ

ອາຈານຜູ້ດີເດັ່ນ ຂອງ ວິຊາມວຍ Aikido ຫວຽດນາມ

ໃນການເຝິກແອບວິຊາມວຍ Aikido ມາເປັນເວລາກວ່າ 50 ປີ, ອາ ຈານມວຍ ດັ້ງວັນຟາດ ເປັນຜູ້ເຜີຍແຜ່ຄວາມມັກມວຍAikidoແລະ ນ້ຳໃຈ ເອື້ອເພື້ອ ເຜື່ອແຜ່ຂອງຕົນເຖິງລູກສິດມວຍແຕ່ລະຄົນ, ພ້ອມກັນສ້າງສາວິຊາມວຍ Aikido ຫວຽດນາມ ໃຫ້ພັດທະນາຂຶ້ນຢ່າງເຂັ້ມແຂງ.
ວິຊາມວຍ Aikido ຖືກນຳເຂົ້າຈາກຍີ່ປຸ່ນ ເພື່ອເຜີຍແຜ່ຢູ່ຫວຽດນາມ ແຕ່ປີ 1958. ໃນ ປີ 1961, ທ້າວ ດັ້ງວັນຟາດ ອາຍຸຫາກໍ່ໄດ້ 13 ປີ ໄດ້ເລີ່ມຮຽນວິຊາມວຍດັ່ງກ່າວ ແລະ ປະກອບສ່ວນອັນໃຫຍ່ຫຼວງພັດທະນາວິຊາມວຍ ນີ້ຢູ່ຫວຽດນາມ.
 
ອາຈານມວຍ ດັ້ງວັນຟາດ ໄດ້ໄຂຄວາມໃນໃຈຂອງຕົນວ່າ: “Aikido ໄດ້ຖືນ້ຳໃຈ ຮັກແພງກັນເປັນຫຼັກຂອງຜູ້ຮຽນມວຍ”. ເພາະສະນັ້ນ, ລາວ ຈຶ່ງຢາກແນະນຳວິຊາມວຍດັ່ງກ່າວ ເຖິງຊາວ ຫວຽດນາມ ຫຼາຍໆ​ ຄົນ. 

ໃນການເຝີກແອບວິຊາມວຍ Aikido ມາເປັນເວລາກວ່າ 50 ປີ,ອາ ຈານມວຍ ດັ້ງວັນຟາດ ໄດ້ສ້າງຂະບວນການເຝີກແອບ Aikido ເຖິງປະຊາຄົມ. ຈາກນະຄອນ ໂຮ່ຈີມິນ ເພິ່ນໄດ້ຜ່ານຜ່າ ອອກໄປຍັງທ້ອງ ຖິ່ນຕ່າງໆ ເພື່່ອເປີດຫ້ອງສອນວິຊາມວຍAikido. ແຕ່ວິຊາມວຍດັ່ງ ກ່າວບໍ່ໄດ້ຮັບຄວາມນິຍົມຮຽນ ຍ້ອນມັນບໍ່ມີຄວາມແຂ່ງຂັນກັນຄືກັບວິຊາມວຍຕ່າງໆ. ແຕ່ດ້ວຍຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ ຂອງຕົນ,ອາຈານມວຍ ດັ້ງວັນຟາດ ເລີ່່ມເຜີຍແຜ່ຄວາມມັກມວຍ ແລະ ນ້ຳ ໃຈເອື້ອ້ເພື້ອເຜື່ອແຜ່ຂອງຕົນເຖິງສິດມວຍແຕ່ລະຄົນ, ພ້ອມກັນສ້າງຂະບວນການຮຽນວິຊາມວຍ Aikido ຢູ່ຫວຽດນາມ ໃຫ້ພັດທະນາ ຂຶ້ນຢ່າງເຂັ້ມແຂງ. ມາເຖິງປະຈຸບັນນີ້, ຂະບວນການຮຽນວິຊາມວຍ Aikido ຢູ່ ແຂວງ ບິ່ງເຢືອງ, ເກິ່ນເທີ, ແຣກຢາ, ຍາຈາງ, ເລີມດົ່ງ ແລະ ທ້ອງຖິ່ນອື່ນໆ ພວມດຶງດູດການເຂົ້າຮ່ວມຂອງສິດມວຍນັບເປັນ ຈຳນວນຫຼວງຫຼາຍ.

ຄູ່ຜົວເມຍອາຈານມວຍ ດັ້ງວັນຟາດ ແລະ ຫງວຽນທິແທງລວານ
ໄດ້ຊ່ວຍກັນສອນວິຊາມວຍ
Aikido ທີ່ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ



ອາຈານມວຍ ດັ້ງວັນຟາດ ເປັນໜຶ່ງໃນຈຳນວນອາຈານມວຍ Aikido ຢູ່ ຫວຽດນາມ ບັນລຸໄດ້ຊັ້ນມວຍ Aikikai
ໂດຍການຮັບຮອງຈາກທ່ານ Morihei Ueshiba (ຊາວຍີ່ປຸ່ນ) - ຜູ້ກໍ່ຕັ້ງວິຊາມວຍ Aikido ປະເທດຍີ່ປຸ່ນ . ພາບ: ທົງຫາຍ



ອາຈານມວຍ ດັ້ງວັນຟາດ ກຳລັງແນະນຳທ່າຕີໄມ້ຄ້ອນ ໜຶ່ງໃນທ່າມວຍ  Aikido ໃຫ້ແກ່ລູກສິດ. ພາບ: ທົງຫາຍ


ອາຈານມວຍ ດັ້ງວັນຟາດ ແນະນຳໃຫ້ບັນດາສິດມວຍ ໃນການເຝີກແອບຢ່າງໝົດຈິດໝົດໃຈ. ພາບ: ທົງຫາຍ


Aikido ເປັນວິຊາມວຍໜຶ່ງທີ່ມີຊື່ສຽງດ້ວຍທ່າຟາດ ແລະ ແກ້ໄຂ ທ່າບຸກໂຈມຕີຂອງຄູ່ຕໍ່ສູ້ຢ່າງມີປະສິດທິຜົນ. ພາບ: ທົງຫາຍ


ອາຈານມວຍ ດັ້ງວັນຟາດ ກຳລັງແນະນຳທ່າຕີໄມ້ຄ້ອນ ໜຶ່ງໃນທ່າມວຍ Aikido ໃຫ້ແກ່ລູກສິດ. ພາບ: ທົງຫາຍ


ອາຈານມວຍ ດັ້ງວັນຟາດ ໃນການສະແດງ Aikido ສາກົນ-ຮ່າໂນ້ຍ ປີ 2010. ພາບ: ເອກະສານ


ອາຈານມວຍ ດັ້ງວັນຟາດ ຈັດຕັ້ງຊຸດຝຶກອົບຮົມຄັ້ງທີໜຶ່ງໃນປິ 2016 ໃຫ້ແກ່ບັນດາອາຈານມວຍ ແລະ ຄູຝຶກ Aikido
ເມື່ອເດືອນພຶດສະພາ 2016 ທີ່ສະຖານທີ່ແຂ່ງຂັນກິລາ ແຣກມຽວ (ເມືອງ ຝູ໋ຍ້ວນ
, ນະຄອນໂຮ່ຈີມິນ). ພາບ: ທົງຫາຍ



ອາຈານມວຍ ດັ້ງວັນຟາດ ໄຕ້ທູບທຽນໄຫວ້ອາໄລຫາທ່ານ Morihei Ueshiba ຊາວຍີ່ປຸ່ນ)
- ຜູ້ກໍ່ຕັ້ງວິຊາມວຍ
Aikido ປະເທດຍີ່ປຸ່ນ. ພາບ: ທົງຫາຍ





ໃບປະກາດຈຳນວນໜຶ່ງຂອງຄູມວຍ ດັ້ງວັນຟາດ ໂດຍສະມາຄົມ Aikido
ຢູ່ນະຄອນ ໂຮ່ຈີມິນ ແລະ ຍີ່ປຸ່ນ ມອບໃຫ້. ພາບ: ເອກະສານ

ປະຈຸບັນ, ຢູ່ນະຄອນ ໂຮ່ຈີມິນ ມີສະໂມສອນ ແລະ ຫ້ອງເຝີກມວຍ Aikido ກວ່າ 44 ແຫ່ງ, ຜູ້ເຂົ້າມາຮຽນ ກວ່າ 3.000 ຄົນ. ວິຊາມວຍ Aikido ໄດ້ຮັບການຄົ້ນຄວ້າເພື່ອສ້າງຕັ້ງສະຫະພັນມວຍ Aikido ທີ່ນະຄອນ ໂຮ່ຈີມິນ ເພື່ອສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນ ໄຫວຂອງ ມວຍ Aikido.
 
ປະຈຸບັນນີ້, ເຖິງວ່າ ອາຍຸ ໄດ້ 70 ປີແລ້ວ, ແຕ່ຄູມວຍດັ້ງວັນຟາດ ຍັງໄດ້ອອກໄປຫາຄ້າຍມວຍ Aikido ຫຼາຍແຫ່ງໃນທົ່ວປະເທດເພື່ອຢ້ຽມ ຢາມບັນດາຫ້ອງມວຍ ທີ່ຕົນເອງມີຄວາມ ສະໜິດຕິດພັນ, ເພື່ອຊ່ວຍບຳລຸງໃຫ້ຫຼັກສູດການສອນມວຍທີ່ສົມບູນແບບ ແລະ ເປັນກຳລັງໃຈໃຫ້ບັນດາສິດມວຍ ຕັ້ງໃຈໃນການເຝີກແອບ.
 
ເມື່ອພົບກັບພວກຂ້າພະເຈົ້າ ໃນສະຖານທີ່ແຂ່ງຂັນກິລາ ແຣກມຽວ, ເມືອງ ຝູ໋ຍ້ວນ, ອາຈານມວຍ ດັ້ງວັນຟາດ ໃຫ້ຮູ້ວ່າ: “ແຕ່ລະປີ,Aikido ຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງ ຊຸດຝຶກອົບຮົມ 2 ຄັ້ງເພື່ອ ຍົກສູງລະ ດັບ ຄວາມສາມາດ ແລະ ຈັດຕັ້ງການເສັງເລື່ອນຂັ້ນ ໃຫ້ແກ່ບັນດາອາຈານມວຍ. ການຝຶກອົບຮົມດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງສິດມວຍ ເປັນຈຳນວນຫຼວງຫຼາຍ, ສິ່ງດັ່ງກ່າວເຮັດໃຫ້ພວກຂ້າພະ ເຈົ້າ ຮູ້ສຶກດີໃຈແບບສຸດໆ”.
 
ຍ້ອນຫ້ອງມວຍ Aikido, ເຮັດໃຫ້ເພິ່ນໄດ້ພົບກັບນາງ ຫງວຽນທິແທງລວານ, ລູກສິດຂອງເພິ່ນເອງ ໃນເວລານັ້ນ ແລະ ກາຍເປັນພັນລະຍາໃນປະຈຸບັນ.  ອາຈານມວຍ ດັ້ງວັນຟາດ ແລະ ອາຈານມວຍ ຫງວຽນ ທິແທງລວານ ເປັນສອງໃນຈຳນວນອາຈານມວຍ Aikido ຢູ່ ຫວຽດ ນາມ ບັນລຸໄດ້ຊັ້ນມວຍ Aikikai ໂດຍການຮັບຮອງຈາກທ່ານ Morihei Ueshiba (ຊາວຍີ່ປຸ່ນ) - ຜູ້ກໍ່ຕັ້ງວິຊາມວຍ Aikido ປະເທດຍີ່ປຸ່ນ. ພິເສດ, ຫ້ອງມວຍ Aikido ຫ້ອງໜຶ່ງທີ່ບໍ່ເສຍຄ່າຮຽນສຳລັບບັນ ດາເດັກພິການໂດຍຜົວເມຍອາ ຈານມວຍ ດັ້ງວັນຟາດ ແລະ ອາຈານມວຍ ຫງວຽນທິແທງລວານ ຈັດຂຶ້ນ ຍັງຄົງຮັກສາໄດ້ການເຄື່ອນ ໄຫວມາເປັນເວລາກວ່າ 15 ປີ.
 
ຕະຫລອດໄລຍະເວລາ 10 ປີຜ່ານມາ, ລູກສິດອາຈານມວຍ ດັ້ງວັນຟາດ, ນັກມວຍ ຫງວຽນເຈືອງແອງຫວູ (ສະໂມສອນ Aikido ຄຸ້ມ 3) ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ຮ່ຳຮຽນນ້ຳໃຈເອື້ອເພື້ອ ເຜື່ອແຜຈາກອາຈານຂອງຕົນ, ຮູ້ເຄົາລົບນັບຖືຄົນອື່ນ, ຮັກແພງ ພີ່ນ້ອງ ແລະ ພ້ອມກັນສ້າງ Aikido ໃຫ້ນັບມື້ນັບພັດທະນາຂຶ້ນ”.
ບົດ: ເຊີນເຫງ້ຍ  - ພາບ: ທົງຫາຍ ແລະ ເອກະສານ

top