ຂ່າວສານ

ອັດ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ

ທ່ານປະທານສະມາຄົມນັກຂ່າວ ຫວຽດນາມ ເລກວັກມິງ, ຫົວໜ້າຄະນະຊີ້ນຳສະມາຄົມສື່ມວນຊົນທົ່ວປະເທດ 2025 ຢັ້ງຢືນວ່າເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ໄດ້ປະສົບຜົນສຳເລັດ, ກາຍເປັນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ.
ທ່ານປະທານສະມາຄົມນັກຂ່າວ ຫວຽດນາມ ເລກວັກມິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ພາຍຫຼັງສອງວັນດຳເນີນດ້ວຍວາລະປຶກສາຫາລື 10 ຄັ້ງ, ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ), ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ໄດ້ອັດລົງດ້ວຍການເຂົ້າຮ່ວມຂອງຫຼາຍຜູ້ແທນພ້ອມກັບຜູ້ຕາງໜ້າຂອງບັນດາອົງການຄຸ້ມຄອງສື່ມວນຊົນ, ຄະນະ, ຂະແໜງການ, ວິສາຫະກິດ, ສຳນັກຂ່າວສານ, ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ.

ກ່າວຄຳເຫັນອັດເວທີປາໄສ, ທ່ານປະທານສະມາຄົມນັກຂ່າວ ຫວຽດນາມ ເລກວັກມິງ, ຫົວໜ້າຄະນະຊີ້ນຳສະມາຄົມສື່ມວນຊົນທົ່ວປະເທດ 2025 ຢັ້ງຢືນວ່າເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ໄດ້ປະສົບຜົນສຳເລັດ, ກາຍເປັນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ.

ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ບໍ່ພຽງແຕ່ແມ່ນພື້ນຖານພູມປັນຍາ ແລະ ການໂອ້ລົມສຳລັບຜູ້ເຮັດວຽກງານການຂ່າວໃນທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເປີດບັນດາວິທີການເພື່ອໃຫ້ສື່ມວນຊົນ ຫວຽດນາມ ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມຸ່ງໄປເຖິງພື້ນຖານສື່ມວນຊົນທີ່ເປັນມືອາຊີບ, ທັນສະໄໝ ແລະ ວັດທະນະທຳມະນຸດໃນສັງກາດບືນຕົວຂຶ້ນຂອງຊາດ.


top