ຂ່າວສານ

ອັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 23 ຄະ​ນະ​ປະ​ຈຳ ສະ​ພາ​ແຫ​່ງ​ຊາດ ຫວຽດ​ນາມ

ລາຍການຈັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຝາກໄປຂໍຄຳເຫັນບັນດາ ສສຊ.
   ທ່ານເລຂານຸການໃຫ່ຍສະພາແຫ່ງຊາດ ບຸ່ຍວັນເກື່ອງ ລາຍງານທີ່ກອງປະຊຸມ (ພາບ: VOV)  

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ອັດວາລະປະຊຸມຄັ້ງທີ 23.

ກ່າວຄຳເຫັນທີ່ວາລະອັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ຊີ້ແຈ້ງວ່າ, ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4,5 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ແກ້ໄຂ 17 ເນື້ອໃນສຳເລັດ ຕາມການຄາດຄະເນ ພ້ອມທັງແກ້ໄຂຕື່ມອີກ 2 ເນື້ອໃນເພີ່ມເຕີມ. ຕາມທ່ານ ເວືອງດິງເຫ້ວ ແລ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບທຸກເນື້ອໃນທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ທ່ານສະເໜີໃຫ້ທ່ານເລຂານຸການໃຫ່ຍສະພາແຫ່ງຊາດ ປະກາດບົດລາຍງານສະຫລຸບຂອງ ຄະນະປະຈຳສະພາແຫ່ງຊາດ ໂດຍໄວ.

ກ່ອນໜ້ານັ້ນ,  ໃນຕອນຂອາວັນດຽວກັນ, ຢູ່ ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15.

ລາຍການຈັດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຝາກໄປຂໍຄຳເຫັນບັນດາ ສສຊ. ມາຮອດຈຸດເວລານີ້, ໄດ້ຮັບຄຳເຫັນປະກອບຈາກ 63 ຄະນະ ສສຊ ແລະ ສສຊ ຈຳນວນໜຶ່ງ; ບັນດາຄຳເຫັນລ້ວນແຕ່ໄດ້ເຫັນດີກັບແຜນການໂດຍພື້ນຖານ. ທ່ານ ບຸ່ຍວັນເກື່ອງ, ເລຂານຸການໃຫ່ຍ, ປະທານຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຄາດວ່າ, ເວລາເຮັດວຽກທັງໝົດຂອງກອງປະຊຸມຄັ້ງນີ້ແມ່ນ 22 ວັນ. ແຕ່ປະຈຸບັນ, ສະພາແຫ່ງຊາດພວມລາຍງານ ແລະ ຖ້າຫາກວ່າສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ 3 ສະບັບຄື: ກົດໝາຍວ່າດ້ວຍເສັ້ນທາງທາງບົກ; ຄວາມສເປັນລະບຽນຮຽບຮ້ອຍ ຄວາມປອດໄພດ້ານຄົມມະນາຄົມ ແລະ ຄວາມໝັ້ນຄົງຢູ່ຮາກຖານ ກໍ່ຄືບາງເນື້ອໃນອື່ນໆ, ໄລຍະຈັດກອງປະຊຸມຈະແກ່ຍາວຕື່ມອີກ. ຄາດວ່າ ກອງປະຊຸມຈະໄຂຂຶ້ນໃນວັນທີ 22 ພຶດສະພາ ແລະ ອັດລົງໃນວັນທີ 23 ມິຖຸນາ.


top