ຂ່າວສານ

ອັດ​ງານ​ມະ​ຫາ​ກຳ​ກິ​ລາ Paralympic Tokyo 2020

ວັນທີ 5 ກັນຍາ, ງານມະຫາກຳກິລາ Paralympic Tokyo 2020 ໄດ້ອັດລົງຢ່າງເປັນທາງການດ້ວຍພິທີອັດ ທີ່ໄດ້ຈັດຕັ້ງຢ່າງລຽບງ່າຍ ຢູ່ສະໜາມກິລາແຫ່ງຊາດ ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ພິທີອັດ ທີ່ມີຫົວຂໍ້ວ່າ “Harmonious Cacophony”.
 ພິທີອັດງານມະຫາກຳກິລາ Paralympic Tokyo 2020 (ພາບ: TTXVN)

Paralympic Tokyo 2020 ມີການເຂົ້າຮ່ວມຂອງນັກກິລາ ກ່ວາ 4.400 ຄົນ ທີ່ມາຈາກ 162 ປະເທດ ແລະ ເຂດແຄ້ວນ ພ້ອມກັບຄະນະນັກກິລາກິລາຊາວອົບພະຍົບ. ໃນ ໄລຍະ 12 ວັນ ແຫ່ງການແຂ່ງຂັນ ຢ່າງເປັນທາງການ, ມີ ຫຼຽນລາງວັນ 539 ຊຸດ ໄດ້ມອບ ໃຫ້ 32 ປະເພດກິລາ, ໃນນັ້ນມີ 2 ປະເພດກິລາໃໝ່ ທີ່ເປັນຄັ້ງທຳອິດນຳໜ້າແຂ່ງຂັນຢູ່  Paralympic Tokyo 2020 ນັ້ນແມ່ນ: ຕີດອກປີກໄກ່ ແລະ ມວຍtaekwondo.

ສິ້ນສຸດພິທີອັດ, ທ່ານນາງ Koike Yuriko ຜູ້ວ່າການ ໂຕກຽວ ໄດ້ມອບທຸງ Paralympic ໃຫ້ແກ່ທ່ານນາງ Anne Hidalgo ຜູ້ວ່າການ ປາຣີ ຊຶ່ງແມ່ນນະຄອນຈັດຕັ້ງ Paralympic 2024.

(ແຫຼ່ງຄັດຈາກ VOV)


top