ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ກອງປະຊຸມຝືກອົບຮົບວິຊາຊີບ, ວິຊາການກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ, ຄຸ້ມຄອງລັດ, ການຈັດຕັ້ງ ແລະ ເຄື່ອນໄຫວຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງ ມະຫາຊົນ ການເມືອງຂັ້ນຕາແສງ (ໃໝ່), ທີ່ໄດ້ດຳເນີນໃນວັນທີ 14 - 15 ມິຖຸນາ, ໄດ້ເຊື່ອມຕໍ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢູ່ ຮ່າໂນ້ຍ ກັບ ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ 11.000 ແຫ່ງກັບຜູ້ແທນກ່ວາ 1,5 ລ້ານຄົນ.
ຕອນເຊົ້າວັນທີ 15 ມິຖຸນາ, ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຫັນອຳນາດການປົກຄອງທ້ອງຖິ່ນ ເປັນສອງຂັ້ນ ຈະຫັນປ່ຽນຈາກສະພາບການເປັນທ່າຮັບ, ແກ້ໄຂບັນຫາຂອງປະຊາຊົນຢ່າງແຂງກ້າດ້າງ ມາເປັນສະພາບການເປັນເຈົ້າການ, ສ້າງຕັ້ງ ແລະ ຮັບໃຊ້ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຖືວ່າ ອຳນາດການປົກຄອງສອງຂັ້ນ ມີເປົ້າໝາຍຄຸ້ມຄອງທີ່ກວ້າງກ່ວາ, ມີວຽກງານຫຼາຍກ່ວາ, ຂອບເຂດກວ້າງກ່ວາ, ລັກສະນະຊັບສົນກ່ວາ.
ເພາະສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.