ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14

ຕອນບ່າຍວັນທີ 19 ມິຖຸນາ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີຫງວຽນຊັວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ  ແລະບັນດາທ່ານສະມາຊິກສະພາແຫ່ງຊາດຊຸດທີ 14 ໄດ້ເຂົ້າຮ່ວມວາລະອັດກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

(ພາບ: quochoi.vn)

ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ    ໄດ້ຢັ້ງຢືນວ່າ: ດ້ວຍຈິດໃຈເຮັດວຽກຢ່າງເຂັ້ມງວດ, ປະຊາທິປະໄຕ, ປ່ຽນແປງໃໝ່, ມີປະສິດທິຜົນນັ້ນ, ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ທີ່ກອງປະຊຸມຄັ້ງນີ້, ສະມາຊິກສະພາແຫ່ງຊາດ ໄດ້ພິຈາລະນາ, ປຶກສາຫາລື ແລະ ຮັບຮອງເອົາກົດໝາຍ 10 ສະບັບ, ມະຕິ 21 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 6 ສະບັບ. ນີ້ແມ່ນບັນດາກົດໝາຍ, ມະຕິສຳຄັນຊື່ງກ່ຽວຂ້ອງເຖິງບັນດາຂົງເຂດຂອງການດຳລົງຊີວິດ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,  ການພົວພັນຕ່າງປະເທດ, ສ້າງພື້ນຖານດ້ານນິຕິກຳເພື່ອສືບຕໍ່ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ກ່າວວ່າ:

   ດ້ວຍອັດຕາສ່ວນເຫັນດີເຫັນພ້ອມສູງທີ່ສຸດ, ສະພາແຫ່ງຊາດ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA), ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ແລະ ເຂົ້າຮ່ວມສົນທິສັນຍາສະບັບເລກທີ 105ຂອງອົງການແຮງງານສາກົນ (ILO) ວ່າດ້ວຍການລົບລ້າງແຮງງານແບບບັງຄັບ. ການໃຫ້ສັດຕະຍາບັນບັນດາສົນທິສັນຍາສາກົນເຫຼົ່ານີ້ ແມ່ນບາດກ້າວສຳຄັນຂອງຫວຽດນາມ ໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

   ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020, ຫວຽດນາມ ຕ້ອງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫ່ຍຫຼວງທີ່ສຸດ ແລະ ກໍ່ຕ້ອງປະຕິບັດໜ້າທີ່ສຳຄັນໃຫ້ສຳເລັດຫຼາຍທີ່ສຸດ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ເນັ້ນໜັກວ່າ:

   ຍິ່ງກ່ວາເວລາໃດໝົດ, ສະພາແຫ່ງຊາດສະເໜີໃຫ້ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ບັນດາກຳລັງປະກອບອາວຸດປະຊາຊົນ, ປະຊາຄົມວິສາຫະກິດ, ປະຊາຊົນທຸກຊັ້ນວັນນະ ຈົ່ງສືບຕໍ່ໃກ້ຊິດຕິດແທດ, ກຳແໜ້ນສະພາບການ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍຈິດໃຈສາມັກຄີຢ່າງແຮງ, ເປັນຈິດໜຶ່ງໃຈດຽວກັນ, ເປັນເຈົ້າການຮັບມືກັບໄພທຳມະຊາດ, ພະຍຸນ້ຳຖ້ວມ, ໂລກລະບາດຢ່າງທັນການ, ນຳປະເທດຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ສູ້ຊົນປະຕິບັດບັນດາຄາດໝາຍຂອງແຜນການປີ 2020 ແລະ ແຜນການ 5 ປີ 2016-2020 ໃຫ້ບັນລຸລະດັບສູງສຸດ, ສືບຕໍ່ຮັກສາອະທິປະໄຕແຫ່ງຊາດ, ຄວາມໝັ້ນຄົງຊາຍແດນທະເລໝູ່ເກາະໄວ້ໃຫ້ໝັ້ນຄົງ, ເປັນປະຖົມປັດໃຈເພື່ອໃຫ້ປະເທດເຮົາກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມໝັ້ນຄົງກ່ວາ.

(ແຫຼ່ງຄັດຈາກ VOV)


top