ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາວຽກງານຈຳນວນຫຼາຍ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງ, ຕົກລົງຫຼາຍເນື້ອໃນສຳຄັນ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ, ຫາກນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປ.

ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາວຽກງານຈຳນວນຫຼາຍ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງ, ຕົກລົງຫຼາຍເນື້ອໃນສຳຄັນ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ, ຫາກນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປ.

    

ພິທີອັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 19 ວັນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາວຽກງານຈຳນວນຫຼາຍ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງ, ຕົກລົງຫຼາຍເນື້ອໃນສຳຄັນ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ, ຫາກນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປ. ສະຫຼຸບໝາກຜົນຂອງກອງປະຊຸມໂດຍສັງເຂບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດໄດ້ຕົກລົງຫຼາຍການກຳນົດທິດໃຫຍ່, ໜ້າທີ່ ແລະ ມາດຕະການຈຸດສຸມເພື່ອໃຫ້ລັດຖະບານ, ທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍຢ່າງຂ້ຽວຂາດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດເປົ້າໝາຍ, ຄາດໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກ, ພິເສດແມ່ນເລັ່ງຜັນຂະຫຍາຍຢ່າງຄົບຊຸດ ແລະ ຍູ້ໄວລະດັບການປ່ອຍເງິນລົງທຶນພາກລັດ ແລະ ປະຕິບັດບ້ວງນະໂຍບາຍງົບປະມານປິການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ…, ແນໃສ່ຂຸດຄົ້ນແຫຼ່ງກຳລັງ, ປຸກລຸກທຸກຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ.”

        ກ່ຽວກັບວຽກງານສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ 5 ສະບັບ, ມະຕິ 3 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 06 ສະບັບ, ປະກອບສ່ວນເຂົ້າໃນການຫັນແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບລະບຽບການໄດ້ຢ່າງທັນການ, ສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະອຽດ, ຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາສາກົນ.

        ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລ້ວ, ນີ້ເປັນຄັ້ງທຳອິດ ຢູ່ກອງປະຊຸມສະພາແຫ່ງຊາດ, ມີໂຄງການສຳຄັນລະດັບຊາດ ເຖິງ 5 ໂຄງການ ໄດ້ຮັບການພິຈາລະນາຕົກລົງແຜນນະໂຍບາຍລົງທຶນ, ອັນໄດ້ຍົກຈຳນວນໂຄງການທັງໝົດ ທີ່ສະພາແຫ່ງຊາດຊຸດທີ XV ພິຈາລະນາ, ຕົກລົງແຜນນະໂຍບາຍລົງທຶນ ໃນປີທຳອິດຂອງອາຍຸການຂຶ້ນເປັນ 6 ໂຄງການ ດ້ວຍມູນຄ່າລົງທຶນທັງໝົດກວ່າ 390 ພັນຕື້ດົ່ງ.

(ແຫຼ່ງຄັດຈາກ VOV)


top