ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ VI ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ຄາດວ່າໃນໄລຍະຈະມາເຖິງ, ເສດຖະກິດໂລກເວົ້າສະເພາະ ແລະ ສະພາບການສາກົນເວົ້າລວມ ຈະມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເພາະສະນັ້ນ, ຊຸມເດືອນຍັງເຫຼືອຂອງປີ 2022 ແລະ ປີ 2023, ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ເປັນເຈົ້າການໃນການຄວບຄຸມພະຍາດໂຄວິດ - 19 ແລະ ພະຍາດເກີດຂຶ້ນໃໝ່ຢ່າງມີປະສິດທິຜົນ
  ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ  

ພາຍຫຼັງເຮັດວຽກຢ່າງຮີບດ່ຽນ, ເຂັ້ມງວດ ແລະ ເຕັມໄປດ້ວຍເນື້ອໃນຈິດໃຈຮັບຜິດຊອບ ມາເປັນ 7 ວັນແຕ່ວັນທີ 3 – 9 ຕຸລາ 2022, ກອງປະຊຸມຄັ້ງທີ VI ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງໃນວັນທີ 9 ຕຸລາ ຢູ່ສຳນັກງານສູນກາງພັກ (ທີ່ ຮ່າໂນ້ຍ). ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ບໍລິຫານວາລະອັດກອງປະຊຸມ. ກອງປະຊຸມໄດ້ເສີມຂະຫຍາຍລັກສະນະປະຊາທິປະໄຕ, ພູມປັນຍາ, ມີການປຶກສາຫາລືຢ່າງກົງໄປກົງມາ, ປະກອບຄຳເຫັນຢ່າງສຸດຈິດສຸດໃຈ, ເລິກເຊິ່ງ ຫຼາຍຢ່າງເຂົ້າບັນດາບົດລາຍງານ, ແຜນຮ່າງ.

ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ຄາດວ່າໃນໄລຍະຈະມາເຖິງ, ເສດຖະກິດໂລກເວົ້າສະເພາະ ແລະ ສະພາບການສາກົນເວົ້າລວມ ຈະມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເພາະສະນັ້ນ, ຊຸມເດືອນຍັງເຫຼືອຂອງປີ 2022 ແລະ ປີ 2023, ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ເປັນເຈົ້າການໃນການຄວບຄຸມພະຍາດໂຄວິດ - 19 ແລະ ພະຍາດເກີດຂຶ້ນໃໝ່ຢ່າງມີປະສິດທິຜົນ, ເດັດຂາດບໍ່ໄດ້ເໝີນເສີຍ, ຕົກເຂົ້າສູ່ທ່າຮັບ, ຮັບປະກັນຄວາມສາມາດໃນການກວດ ແລະ ປິ່ນປົວພະຍາດ, ປ້ອງກັນ, ຕ້ານໂລກລະບາດຂອງລະບົບການແພດ.

ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ, ພິເສດແມ່ນຄວາມສົມດຸນກ່ຽວກັບການເງິນ - ທະນາຄານແຫ່ງລັດ. ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ຍົກສູງກຳລັງພາຍໃນ, ລັກສະນະເປັນເຈົ້າ, ຄວາມສາມາດໃນການຮັບມື ຂອງພື້ນຖານເສດຖະກິດ, ປັບປຸງ, ເສີມຂະຫຍາຍ ແລະ ສ້າງກຳລັງໜູນການເຕີບໂຕໃໝ່ໃນໄລຍະກາງ ແລະ ໄລຍະຍາວ…

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງເຊື່ອໝັ້ນວ່າ ດ້ວຍຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະ ຄວາມສາມັກຄີ, ເຫັນດີເຫັນພ້ອມຢູ່ລະດັບສູງຂອງທົ່ວພັກ, ການສະໜັບສະໜູນ, ການຕອບສະໜອງຂອງທົ່ວປວງຊົນ ແລະ ທົ່ວກອງທັບ, ແນ່ນອນວ່າ ຈະຈັດຕັ້ງປະຕິບັດສຳເລັດບັນດາມະຕິ, ບົດສະຫຼຸບ ຂອງກອງປະຊຸມສູນກາງພັກຄັ້ງທີ VI, ປະກອບສ່ວນເຂົ້າຮ່ວມການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.


top