ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 45 ຂອງ​​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່​ງ​ຊາດ

ທ່ານເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ ປັດຈຸບັນ, ລັດຖະບານ, ຄະນະກຳ ມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງການ, ອົງການທີ່ມີໜ້າທີ່ຮັບຜິດຊອບພວມຮັບເອົາຄຳເຫັນຂອງປະຊາຊົນພ້ອມກັບບັນດາທ້ອງຖິ່ນກ່ຽວກັບຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ປີ 2013.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)
ກອງປະຊຸມຄັ້ງທີ 45 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງໃນຕອນບ່າຍວັນທີ 17 ພຶດສະພາ, ປະຕິບັດສຳເລັດລາຍການ, ແຜນການທີ່ໄດ້ວາງອອກ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ ປັດຈຸບັນ, ລັດຖະບານ, ຄະນະກຳ ມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາກະຊວງ, ຂະແໜງການ, ອົງການທີ່ມີໜ້າທີ່ຮັບຜິດຊອບພວມຮັບເອົາຄຳເຫັນຂອງປະຊາຊົນພ້ອມກັບບັນດາທ້ອງຖິ່ນກ່ຽວກັບຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນ ປີ 2013. ທ່ານປະທານສະພາແຫ່ງຊາດ ສະເໜີບັນດາອົງການສື່ມວນຊົນ ສືບຕໍ່ເອົາໃຈໃສ່ຕິດຕາມ, ລົງຂ່າວກ່ຽວກັບກອງປະຊຸມຄັ້ງທີ 9 ແລະ ເປັນຕົ້ນແມ່ນການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູດປີ 2013.

top