ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIV ຖືກອັດລົງໃນຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນ (ແຕ່ວັນທີ 20 – 24 ກໍລະກົດ). ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ມີບົດກ່າວຄຳເຫັນອັດກອງປະຊຸມດ້ວຍບັນດາເນື້ອໃນຊີ້ນຳທີ່ສຳຄັນ.
ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIV ຖືກອັດລົງໃນຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ (ພາບ: VNA)
ກໍໃນວາລະອັດກອງປະຊຸມ, ຄະນະບໍລິຫານງານສູນກາງພັກຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ; ຄວາມສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈ; ຍົກສູງເຈດຈຳນົງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ, ປະດິດຄິດສ້າງ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ.
ໃນວາລະເຮັດວຽກຂອງຕອນບ່າຍ ກ່ອນເວລາອັດກອງປະຊຸມ, ກອງປະຊຸມໄດ້ຮັບຟັງບົດລາຍງານຮັບເອົາຄຳເຫັນ, ອະພິປາຍຄຳເຫັນຂອງສູນກາງປຶກສາຫາລືສຳລັບກຸ່ມເນື້ອໃນກ່ຽວກັບວຽກງານກໍ່ສ້າງພັກ; ເສດຖະກິດ - ສັງຄົມ ແລະ ການພັດທະນາປະເທດຊາດ; ກ່ຽວກັບການກໍ່ສ້າງສັງຄົມປອດໄພ ແລະ ຄວາມສະຫງົບແຫ່ງຊາດ. ສູນກາງໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາເນື້ອໃນດັ່ງກ່າວ ແລະ ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາກງພັກຊຸດທີ XIV.