ຂ່າວສານ

ອັດສະວິນອາສາສະໝັກ ເລກວາງຕວ໊ານ

ເກືອບ 20 ປີທີ່ຜ່ານມາ ອ້າຍ ເລກວາງຕວ໊ານ ຫົວໜ້າສະໂມສອນຊາວໜຸ່ມພິການ ແຂວງ ກວ໋າງບິ່ງ ປັດຈຸບັນໂຮມເຂົ້າກັບແຂວງ ກວ໋າງຈິ ຍັງຄົງຫ້າວຫັນເຂົ້າຮ່ວມການເຄື່ອນໄຫວ ເພື່ອການກຸສົນໂດຍສະໝັກໃຈ ເພື່ອຊ່ວຍມະນຸດ. ເຖິງວ່າເປັນຄົນພິການມາແຕ່ເກີດກໍ່ຕາມ ແຕ່ອ້າຍ ຕວ໊ານ ບໍ່ໂປ່ມດ້ອຍ ຍາມໃດກໍ່ຫ້າວຫັນກັບວຽກງານດ້ວຍຄວາມຈິງໃຈ. ລາວໄດ້ຮັບຄວາມຮັກແພງຈາກທຸກໆຄົນ ແລະ ເຂົາເຈົ້າເອີ້ນລາວວ່າແມ່ນອັດສະວິນອາສາສະໝັກ.
ອ້າຍ ເລກວາງຕວ໊ານ (ຢືນສຸດເບື້ອງຂວາ) ໄປພ້ອມຂອງຂວັນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ

 “ໂຊກດີທີ່ໄດ້ພົບອ້າຍ ຕວ໊ານ” ນີ້ແມ່ນຄຳເວົ້າທີ່ພວກຂ້າພະເຈົ້າເຄີຍໄດ້ຍິນຫຼາຍທີ່ສຸດ ໃນຕະຫຼອດການໂອ້ລົມກັບ ນາງ ເຊິມທິຮ່າ ໃນແຂວງ ກວ໋າງຈິ. ສອງຜົວເມຍນາງຕ່າງກໍ່ແມ່ນຄົນພິການບໍ່ມີວຽກເຮັດງານທຳ ແຕ່ຍ້ອນພົບກັບອ້າຍ ຕວ໊ານ ນັ້ນ ການດຳລົງຊີວິດຂອງເຂົາເຈົ້າຈຶ່ງມີການປ່ຽນແປງຫຼາຍຢ່າງ. ນາງ ເຊິມທິຮ່າ ໃຫ້ຮູ້ວ່າ: 

“ອ້າຍ ຕວ໊ານ ເຂົ້າຮວ່ມພ້ອມກັບບັນດາອົງການຂອງແຂວງ ໄດ້ມອບເຮືອນຫຼັງໜຶ່ງໃຫ້ແກ່ຜົວເມຍຂ້າພະເຈົ້າ ແລະ ໃນການທຳມມາຫາກິນສອງຜົວເມຍຂ້າພະເຈົ້າກໍ່ໄດ້ຮັບການໜູນຊ່ວຍຈາກອ້າຍ ຕວ໊ານ. ຈາກນັ້ນ ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າກໍ່ໄດ້ຮັບການປົວແປງດີຂຶ້ນ”

ນ້ອງ ຮວ່າງທິກີມທຸ່ຍ ຢູ່ແຂວງ ກວ໋າງຈິ ກໍ່ແມ່ນໜຶ່ງໃນບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ແຕ່ໂຊກດີໄດ້ພົບກັບອ້າຍ ຕວ໊ານ. ອ້າຍ ຕວ໊ານ ໄດ້ຕິດຕໍ່ພົວພັນກັບກຸ່ມເຮັດວຽກງານເພື່ອການກຸສົນ ໂດຍສະໝັກໃຈເພື່ອຊ່ວຍນ້ອງ ທຸ່ຍ ມີທຶນຶກສາ ເພື່ອສືບຕໍ່ໄປໂຮງຮຽນ. ມາຮອດປັດຈຸບັນ ທຸ່ຍ ໄດ້ຮຽນຈົບພະແນກສຶກສາຊັ້ນປະຖົມ ໂຮງຮຽນມະຫາວິທະຍາໄລ ກວ໋າງບິ່ງ ດ້ວຍຜົນງານທີ່ດີເດັ່ນ. ນ້ອງ ທຸ່ຍ ເປີດເຜີຍວ່າ 

  “ອ້າຍ ຕວ໊ານ ໄດ້ຕິດຕໍ່ພົວພັນກັບບັນດາກຸ່ມປະຕິບັດວຽກງານສັງຄົມ ແລະ ໄດ້ໜູນຊ່ວຍທຶນສຶກສາໃຫ້ແກ່ນ້ອງ. ປັດຈຸບັນໄດ້ຮຽນ 6 ປີແລ້ວ, ນ້ອງກໍ່ຮຽນນຳອ້າຍ ຕວ໊ານ ກ່ຽວກັບຄວາມພະຍາຍາມຜ່ານຜ່າຊາຕາກຳຂອງຕົນ. ໃນອະນາຄົດນີ້ ນ້ອງຈະເຮັດວຽກງານກຸສົນຫຼາຍກວ່າອີກ”

  ອ້າຍ ຕວ໊ານ ເກີດປີ 1979 ຢູ່ເຂດບ້ານນາທີ່ທຸກຍາກໃນແຂວງ ກວ໋າງຈິ. ຍ້ອນການປາກ ແລະ ຂຽນປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ ອ້າຍ ຕວ໊ານ  ຕ້ອງສຳເລັດການຮຽນສາມັນ 12 ປີ ຢູ່ໃນອາຍຸ 24 ປີ ແລະ ເມື່ອເຫັນວ່າ ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານພວມຂະຫຍາຍຕົວ, ອ້າຍ ຕວ໊ານ ໄດ້ໄປຮຽນຕໍ່ພະແນກຄອມພິວເຕີຂອງໂຮງຮຽນອຸດສາຫະກຳ ກະສິກຳ ກວ໋າງບິ່ງ ຊັ້ນກາງ. ພາຍຫຼັງຮຽນຈົບ, ອ້າຍ ຕວ໊ານ ສືບຕໍ່ຮຽນຕໍ່ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ທັງຮຽນທັງເຮັດວຽກຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. ຈາກຂະບວນການອາສາສະໝັກໂດຍໂຮງຮຽນປຸກລະດົມ ໄດ້ເປັນການຫຼໍ່ລ້ຽງຄວາມໄຝ່ຝັນເຮັດວຽກງານ ເພື່ອການກຸສົນຂອງອ້າຍ ຕວ໊ານ. ອ້າຍ ຕວ໊ານ ແບ່ງປັນວ່າ: 

“ໂດຍແມ່ນຄົນພິການ, ດັ່ງນັ້ນຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກ ລຳບາກຂອງຄົນພິການ. ຂ້າພະເຈົ້າມີຄວາມຫວັງຢາກຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອສາມາດບືນຕົວຂຶ້ນໃນການດຳລົງຊີວິດ”

ອ້າຍ ຕວ໊ານ ກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວເພື່ອການກຸສົນຈາກເວທີປາໄສ ກວ໋າງບິ່ງ ອອນລາຍ, ເວທີປາໄສຕຶກປາ ກວ໋າງບິ່ງ, ເວທີປາໄສ ດີໂອຊິນ ຫວຽດນາມ. ປີ 2012 ອ້າຍ ຕວ໊ານ ກໍ່ແມ່ນໜຶ່ງໃນຈຳນວນ 5 ບຸກຄົນທີ່ດີເດັ່ນໄດ້ຮັບລາງວັນອາສາສະໝັກລະດັບຊາດຄັ້ງທີສອງ. ແລະ ກໍ່ໃນປິ 2012 ອ້າຍກໍ່ໄດ້ຮັບລາງວັນດີເດັ່ນອາສາສະໝັກນົກແອ່ນ ໂດຍກຸ່ມບໍລິສັດ FPT  ຈັດຕັ້ງ. ປີ 2014 ອ້າຍໄດ້ຮັບໃບຍ້ອງຍໍ ແລະ ນາມມະຍົດພົນລະເມືອງດີເດັ່ນນະຄອນ ດົ່ງເຮີ໊ຍ ຈາກນາຍົກລັດຖະມົນຕີ. ປີ 2015 ອ້າຍ ຕວ໊ານ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າສະໂມສອນຊາວໜຸ່ມພິການແຂວງ ກວ໋າງບິ່ງ    

“ເມື່ອເຂົ້າຮ່ວມສະໂມສອນ, ຂ້າພະເຈົ້າເຫັນວ່າ ການດຳລົງຊີວິດຂອງຕົນມີຄວາມໝາຍແລະ ຊ່ວຍຫຼຸດຜ່ອນການແບກຫາບຂອງຄອບຄົວ ແລະ ສັງຄົມ”

ບໍ່ພຽງແຕ່ສ້າງແຜນການເຄື່ອນໄຫວເພື່ອການກຸສົນເທົ່ານັ້ນ ອ້າຍ ຕວ໊ານ ຍັງແມ່ນຜູ້ເຊື່ອມຕໍ່ລະຫວ່າງໂຄງການເຄື່ອນໄຫວອາສາສະໝັກໂດຍກົງ. ອ້າຍ ຕວ໊ານ ໃຫ້ຮູ້ຕື່ມອີກວ່າ : 

“ ສຳລັບໂຄງການໃຫຍ່ຂ້າພະເຈົ້າໄດ້ຕິດຕໍ່ພົວພັນກັບບັນດາອົງການຈັດຕັ້ງ, ບໍລິສັດ ເພື່ອພ້ອມກັນເຂົ້າຮ່ວມປະຕິບັດ. ສ່ວນໂຄງການຂະໜາດນ້ອຍຂ້າພະເຈົ້າຈະເຊື່ອມຕໍ່ກັບບັນດາກຸ່ມປະຕິບັດວຽກງານສັງຄົມ ຫຼື ບາງສ່ວນບຸກຄົນ ເພື່ອໜູນຊ່ວຍບັນດາຜູ້ທີ່ມີສະພາບຫຍຸ້ງຍາກ”

ປັດຈຸບັນເຖິງວ່າ ສຸຂະພາບຂອງອ້າຍ ຕວ໊ານ ກໍ່ອ່ອນເພຍກໍຕາມ ແຕ່ລາວບໍ່ມີຍາມໃດທີ່ຈະຄິດວ່າ ຈະຢຸດຕິວຽກງານເພື່ອການກຸສົນ. ອ້າຍ ຕວ໊ານ ຍັງຈະເຮັດວຽກງານນີ້ຈົນກວ່າຂາທັງຄູ່ຂອງລາວບໍ່ສາມາດຍ່າງໄດ້. ສຳລັບອ້າຍ ຕວ໊ານ ແລ້ວ ຄວາມມ່ວນຊື່ນທີ່ສຸດແມ່ນໄດ້ເຫັນການປ່ຽນແປງ ແລະ ການບືນຕົວຂຶ້ນຂອງບັນດາຜູ້ທີ່ມີສະພາບຫຍຸ້ງຍາກ ແລະ ບັນດາຄົນພິການ.


top