ຂ່າວສານ

ອັດວາລະປະຊຸມທີ 15 ຄະນະປະຈຳສະພາແຫ່ງຊາດ

      ຕອນບ່າຍວັນທີ 13 ຕຸລາ, ວາລະປະຊຸມທີ 15 ຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 13 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄວາມເຫັນກ່ຽວກັບ ເລື່ອງໂຈະໄລຍະເວລາຜັນຂະຫຍາຍລາຍການສຶກສາສາມັນ ແລະ ປື້ມຕຳລາໃໝ່ໄວ້.

(ພາບປະກອບ: vietnamnet.vn)
      ນີ້ແມ່ນເນື້ອໃນທີ່ຖືກຍົກອອກມາໃນມະຕິ 88 ຂອງສະພາແຫ່ງຊາດຊຸດທີ 13 ກ່ຽວກັບການປ່ຽນແປງໃໝ່ລາຍການ, ປື້ມຕຳລາສຶກສາສາມັນ. ຜ່ານການປຶກສາຫາລື, ສະມາຊິກຄະນະປະຈຳສະພາແຫ່ງຊາດສ່ວນຫຼາຍຖືວ່າ, ການໂຈະໄລຍະເວລາປະຕິບັດລາຍການໃໝ່ນີ້ແມ່ນຈຳເປັນ ເພື່ອມີເວລາກະກຽມຢ່າງຄົບຖ້ວນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມເມື່ອນຳໄປຜັນຂະຫຍາຍທົ່ວໄປ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນເນື້ອໃນສຳຄັນທີ່ສຸດ, ສະນັ້ນສະເໜີລັດຖະບານ, ກະຊວງສຶກສາ ແລະ ກໍ່ສ້າງຄວນຕີລາຄາບັນດາວຽກງານທີ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ກຳນົດແຈ້ງເຫດຜົນຊັກຊ້າ, ຄິດໄລ່ກ່ຽວກັບການໂຈະໄລຍະເວລາປະຕິບັດລາຍການນີ້ຈະກໍ່ໃຫ້ເກີດລາຍຈ່າຍຫຼືບໍ ແລະ ເປັນຕົ້ນແມ່ນຄວນກະກຽມທຸກເງື່ອນໄຂຢ່າງຄົບຖ້ວນເພື່ອຜັນຂະຫຍາຍໃຫ້ຖືກຕາມຄວາມຄືບໜ້າ.
(ແຫຼ່ງຄັດຈາກ VOV)

top