ຂ່າວສານ

ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 “ຈໍຕານຢຶກເຢີ້” ຍາດໄດ້ລາງວັນດອກບົວຄຳ

ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳສິລະປະລະ ດັບຊາດໄດ້ຈັດຂຶ້ນຢູ່ ດ່າລາດ ດ້ວຍສານທີ່ວ່າ “ສ້າງຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ ໃຫ້ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະທຳມະນຸດ”.
(ພິທີມອບລາງວັນ)

ອນຄ່ຳວັນທີ 25 ພະຈິກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 ຢູ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ.
ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳສິລະປະລະດັບຊາດໄດ້ຈັດຂຶ້ນຢູ່ ດ່າລາດ ດ້ວຍສານທີ່ວ່າ “ສ້າງຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ ໃຫ້ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະທຳມະນຸດ”. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຂໍ້ສັງເກດວ່າ, ງານມະໂຫລານໄດ້ບັນລຸຜົນສຳເລັດຢ່າງດີງາມ, ສ້າງຂີດໝາຍຢ່າງເລິກເຊິ່ງຕໍ່ຜູ້ຊົມ ແລະ ບັນດານັກສະແດງຮູບເງົາ.
ທີ່ພິທີອັດ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບັນດາຮູບເງົາດີເດັ່ນ ແລະ 25 ລາງວັນໃຫ້ແກ່ສ່ວນບຸກຄົນດີເດັ່ນ…


top