ພາຍຫຼັງດຳເນີນດ້ວຍຄວາມເຂັ້ມງວດ, ສາມັກຄີ ແລະປອງດອງມາເປັນເວລາ 3 ວັນ, ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9 ອາຍຸການ 2022-2027 ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກຢູ່ຮ່າໂນ້ຍ.
ພາຍຫຼັງດຳເນີນດ້ວຍຄວາມເຂັ້ມງວດ, ສາມັກຄີ ແລະປອງດອງມາເປັນເວລາ 3 ວັນ, ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 9 ອາຍຸການ 2022-2027 ໄດ້ອັດລົງໃນຕອນເຊົ້າວັນທີ 29 ພະຈິກຢູ່ຮ່າໂນ້ຍ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່
ກອງປະຊຸມໃຫຍ່ໄດ້ດຳເນີນວາລະປະຊຸມທຳອິດ ເລືອກຄັ້ງຄະນະປະຈຳສະພາສົງ, ສະພາບໍລິຫານງານ, ກອງປະຊຸມໃຫຍ່ໄດ້ເປັນເອກະພາບເລືອກຕັ້ງສະມາຊິກສະພາສົງພຸດທະສາສະໜາຫວຽດນາມ, ຄະນະປະຈຳສະພາສົງ, ເລືອກຕັ້ງພະອາຈານມະຫາ ທິກຈີ້ກວາງ ຮັກສາສາດສະດາຊຸດທີ 8 ເປັນສາດສະດາສະພາສົງພຸດທະສາສາໜາຫວຽດນາມຊຸດທີ 9 ອາຍຸການ 2022-2027. ກອງປະຊຸມໃຫຍ່ໄດ້ເຫັນດີສະເໜີພະອາຈານມະຫາ ທິກຖ້ຽນເຍີນ ສືບຕໍ່ດຳລົງຕຳແໜ່ງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມຊຸດທີ 9.
ກອງປະຊຸມໃຫຍ່ຍັງວາງອອກທິດທາງການເຄື່ອນໄຫວພຸດທະສາສະໜາອາຍຸການ 2022-2027, ປຶກສາຫາລື ປະກອບຄຳເຫັນ ເປັນເອກະພາບກ່ຽວກັບເຈດຈຳນົງ ການກະທຳ ແລະ ຄວາມຕັດສິນໃຈຂອງພະສົງສຳມະເນັນ ພຸດທະສາສະນິກກະຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ປະຕິບັດເປົ້າໝາຍ 12 ປະການ ແລະ ໂຄງການດຳເນີນງານທີ່ໄດ້ວາງອອກຢ່າງສຳເລັດຜົນ.