ຂ່າວສານ

ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 11

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 11, ອາຍຸການ 2026 – 2031 ໄດ້ຈັດວາລະອັດກອງປະຊຸມ.
  (ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 11)  

ໃນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ໃຫຍ່ (ແຕ່​ວັນ​ທີ 11 – 13 ພຶດ​ສະ​ພາ), ດ້ວຍ​ຫົວ​ຂໍ້ “ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ - ປ່ຽນ​ແປງໃໝ່ - ປະດິດຄິດສ້າງ - ພັດ​ທະ​ນາ”, ກອງ​ປະ​ຊຸມ​ໃຫຍ່​ໄດ້​ປຶກ​ສາ​ຫາ​ລື, ຕີ​ລ​າ​ຄາ​ສະ​ພາບ​ການ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ແລະ ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່​ວ​ປວງ​ຊົນ​ທັງ​ຊາດຢ່າງ​ພາ​ວະ​ວິ​ໄສ​, ຮອບ​ດ້ານ​; ໝາກ​ຜົນ​ການ​ປະ​ຕິ​ບັດ​ມະ​ຕິ, ໂຄງ​ການ​ກະ​ທຳ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊຸດ​ທີ 10, ໄລ​ຍະ 2024 – 2026, ເປັນ​ເອ​ກະ​ພາບ​ທິດ​ທາງ, ເປົ້າ​ໝາຍ, ໂຄງ​ການ​ກະ​ທຳ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ອາ​ຍຸ​ການ 2026 – 2031…

ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຍື່ນ​ສະ​ເໜີ​ກອງ​ປະ​ຊຸມ​ໃຫຍ່​ໄດ້​ເນັ້ນ​ໜັກ​ວ່າ ໄລ​ຍະ 2024 – 2026, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ແກ່​ນ​ສານ​ດ້ານ​ການ​ເມືອງໃນ​ການ​ປັບ​ປຸງ​ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແຮງ, ຢືນ​ຢັນ​ບົດ​ບາດ, ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ.

ກອງ​ປະ​ຊຸ​ມ​ໄດ້​ວາງ​ອອກ 7 ໂຄງ​ການ​ກະ​ທຳ ອາ​ຍຸ​ການ 2026 – 2031, ໃນ​ນັ້ນ​ມີ​ການ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ຂົນ​ຂວາຍ, ເຕົ້​າ​ໂຮມ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ເປັນ​ຜູ້​ຕາງ​ໜ້າ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ, ຊອບ​ທຳ​ຂອງ​ປະ​ຊາ​ຊົນ…

ພາຍ​ຫຼັງວາ​ລະ​ອັດ​ກອງ​ປະ​ຊຸມ, ທ່ານ​ນາງ ຮ່າ​ທິ​ງາ, ຮອງ​ປະ​ທານ, ເລ​ຂາ​ທິ​ການ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່.

ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ບັນ​ດ​າ​ອົງ​ການ​ສື່ມວນ​ຊົນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ຮູບ​ແບບ​ການ​ເຄື່ອນ​ໄຫວ​ໃໝ່, ທ່ານ​ນາງ ຮ່າ​ທິ​ງາ ໃຫ້​ຮູ້​ວ່າ:

“ບົດ​ບາດ​ແກ່ນ​ສານ​ຂອງ​ແນວ​ໂຮມ​ແມ່ນການ​ເຈ​ລະ​ຈາ, ເປັນ​ເອ​ກະ​ພາບ​ການ​ກະ​ທຳ ແລະ ບໍ​ລິ​ຫານ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ກັບ​ການ​ປັບ​ປຸງ​ຂໍ້​ກຳ​ນົດ ແລະ ລະ​ບຽບ​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ອົງ​ການ​ການ​ເມືອງ - ສັງ​ຄົມ, ແນ່ນອນ​ວ່າຈະ​ເຮັດ​ແຈ້ງ​ບົດ​ບາດ​ປະ​ສານ​ງານ, ເປັນ​ປະ​ທານ​ຂອງ​ແນວ​ໂຮມ, ກໍ່​ຄື​ເນື້ອ​ໃນ​ການ​ສົມ​ທົບ​ ຫຼື ການ​ເຄື່ອນ​ໄຫວ​ເປັນ​ເອ​ກະ​ລາດ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ມາ​ຊິກ”.


top