ຂ່າວສານ

ອັດກອງປະຊຸມໂດຍກົງທົ່ວປະເທດລະຫວ່າງລັດຖະບານແລະບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢ້ຳຄືນສານກ່ຽວກັບການພັດທະນາເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນສະຫຼຸບກອງປະຊຸມ

(ພາບ: VGP)


ກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດທົ່ວປະເທດລະຫວ່າງລັດຖະບານແລະບັນດາທ້ອງຖິ່ນ ເພື່ອແນໃສ່ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2020 ໄດ້ຈັດພິທີອັດກອງປະຊຸມໃນຕອນເຊົ້າວັນທີ 31 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.

          ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢ້ຳຄືນສານກ່ຽວກັບການພັດທະນາເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງຊີ້ແຈ້ງວ່າ.

          “ພວກເຮົາຕ້ອງເປີດກວ້າງສານທີ່ວ່າ “ບໍ່ເອົາສິ່ງແວດລ້ອມມາແລກເອົາເສດຖະກິດ” ເປັນ “ບໍ່ເອົາສິ່ງແວດລ້ອມ, ວັດທະນະທຳ ແລະ ຄວາມສີວິໄລສັງຄົມມາແລກເອົາເສດຖະກິດ”. ນັ້ນແມ່ນພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຢ່າງແທດຈິງຢູ່ຫວຽດນາມ. ວັດທະນະທຳຖືກມົນລະຜິດ ກໍ່ມີຜົນຮ້າຍບໍ່ຕ່າງຫຍັງກັບມົນລະຜິດສິ່ງແວດລ້ອມ. ພື້ນຖານສັງຄົມແມ່ນຖານຍິງ, ແມ່ນເສົາຄ້ຳໃຫ້ແກ່ການພັດທະນາເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງ.”

          ເມື່ອໃສ່ໃຈກ່ຽວກັບສະພາບການໂລກ ແລະ ພາກພື້ນພວມສັບສົນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງປະຕິບັດບົດບາດເປັນປະທານອາຊຽນ 2020, ປະທານ AIPA 41, ຮັກສາເອກະລາດ, ອະທິປະໄຕ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ ໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)


top