ຂ່າວສານ

ອັດກອງປະຊຸມເທື່ອທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ກອງປະຊຸມໄດ້ສຳເລັດທຸກເນື້ອໃນ, ລາຍການທີ່ໄດ້ວາງອອກ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 09 ມີນາ, ຢູ່ສຳນັກງານສູນກາງພັກ, ກອງປະຊຸມເທື່ອທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ໄດ້ຈັດວາລະອັດກອງປະຊຸມ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ກອງປະຊຸມໄດ້ສຳເລັດທຸກເນື້ອໃນ, ລາຍການທີ່ໄດ້ວາງອອກ. ກ່ຽວກັບລາຍການເຮັດວຽກຂອງທັງຊຸດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

        “ສຸນກາງໄດ້ເນັ້ນໜັກເຖິງເລື່ອງກຳນົດເນື້ອໃນລາຍການຂອງທັງຊຸດ ແມ່ນຕ້ອງຕິດພັນກັບມະຕິ ແລະ ເອກະສານຂອງກອງປະຊຸມໃຫຍ່ສະບັບຕ່າງໆ, ສຸມໃສ່ຫັນເປັນລະອຽດ ແລະ ຊີ້ນຳການປະຕິບັດ 6 ໜ້າທີ່ຈຸດສຸມ ແລະ ບັນດາບັນຫາຮີບດ່ວນທີ່ໄດ້ວາງອອກ, ບັນດາຄວາມຫຍຸ້ງຍາກຕ້ອງໄດ້ຮັບການແກ້ໄຂ; ບັນດາຂອດບຸກທະລຸ, ໜ້າທີ່ຈຸດສຸມຄື: ສືບຕໍ່ຍູ້ແຮງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11, ຊຸດທີ 12 ກ່ຽວກັບການກໍ່ສ້າງພັກ, ຮັກສາຄຸນນະທາດປະຕິວັດທີ່ໂປງໃສຂອງພັກ; ສ້າງກົງຈັກການຈັດຕັ້ງຂອງທົ່ວລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກ; ຍູ້ແຮງການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ; ປ່ຽນໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່…”

        ກ່ຽວກັບການແນະນຳບຸກຄະລາກອນຂັ້ນສູງຂອງບັນດາອົງການຂອງລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ: ສູນກາງໄດ້ປ່ອນບັດແນະນຳບຸກຄະລາກອນສະໝັກເລືອກຕັ້ງດຳລົງບັນດາຕ່ຳແໜ່ງປະທານປະເທດ, ນາຍົກລັດຖະມົນຕີ.

        “ຄະນະບໍລິຫານງານສູນກາງພັກຢືນຢັນ ຕ້ອງສ້າງສຳເລັດ, ຊັບຊ້ອນບັນດາຕຳແໜ່ງການນຳອົງການຂອງລັດຄືນໃໝ່ຢ່າງຄົບຊຸດ, ຕອບສະໜອງຄວາມຮຽກຮ້ອງຜັນຂະຫຍາຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງທັນການ. ທີ່ກອງປະຊຸມຄັ້ງນີ້, ຕາມກົດລະບຽບການເຮັດວຽກ, ສູນກາງໄດ້ປ່ອນບັດແນະນຳບຸກຄະລາກອນສະໝັກເລືອກຕັ້ງບັນດາຕຳແໜ່ງປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ແມ່ນບັນດາຕຳແໜ່ງຫຼັກແຫຼ່ງຂອງລັດ ດ້ວຍຈຳນວນບັດສູງ, ພ້ອມກັນນັ້ນ ກົມການເມືອງລາຍງານຂໍຄຳເຫັນຂອງສູນກາງ ກ່ອນທີ່ກົມການເມືອງແນະນຳບຸກຄະລາກອນສຳລັບບັນດາຕຳແໜ່ງອື່ນຢ່າງເປັນທາງການ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ພ້ອມກັບເລື່ອງການນຳປະຕິບັດວຽກງານບຸກຄະລາກອນຂັ້ນສູງທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃຫ້ເປັນຢ່າງດີນັ້ນ, ຈະສືບຕໍ່ສ້າງສຳເລັດການນຳບັນດາອົງການຂອງສູນກາງພັກ; ພ້ອມກັນນັ້ນສືບຕໍ່ກະກຽມຢ່າງລະອຽດ, ລອບຄອບຖີ່ຖ້ວນ ເພື່ອປະຕິບັດການເລືອກຕັ້ງສະພາມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)


top