ຂ່າວສານ

ອັດກອງປະຊຸມສະພາປະຊາຊົນນະຄອນ ຮ່າໂນ້ຍ

ທາງນະຄອນຍາມໃດກໍ່ເອົາໃຈໃສ່ເຖິງການຫັນການສຶກສາເປັນທັນສະໄຫມ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.

ຕອນບ່າຍວັນທີ 6 ກໍລະກົດ, ກອງປະຊຸມຄັ້ງທີ 6, ສະພາປະຊາຊົນນະຄອນ ຮ່າໂນ້ຍ ໄດ້ອັດລົງ. ກ່າວຄຳເຫັນອະພິປາຍຕື່ມອີກກ່ຽວກັບບັນດາເນື້ອໃນທີ່ຜູ້ມີສິດເລືອກຕັ້ງສົນໃຈ, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ທາງນະຄອນຍາມໃດກໍ່ເອົາໃຈໃສ່ເຖິງການຫັນການສຶກສາເປັນທັນສະໄຫມ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.

        ກ່ຽວກັບການສຶກສາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ໄລຍະຜ່ານມາ ນະຄອນໄດ້ນຳບັນດາລາຍການເຂົ້າໃນການສອນຢູ່ໂຮງຮຽນບາງແຫ່ງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ລູກຫຼານຂອງນະຄອນມີຄວາມສະດວກເມື່ອມີຄວາມຕ້ອງການໄປຮຽນຢູ່ຕ່າງປະເທດ.

        ກ່ຽວກັບເນື້ອໃນກ່ຽວຂ້ອງເຖິງການຍົກສູງຊີວິດການເປັນຢູ່ຂອງປະຊາຊົນນະຄອນຫຼວງ, ທ່ານ ຫງວຽນດຶກຈູງ ໃຫ້ຮູ້ວ່າ ນະຄອນ ໄດ້ປະຕິບັດການຫັນການສະໜອງນ້ຳປະປາເປັນຂອງສັງຄົມ. ມາຮອດປະຈຸບັນ, ນ້ຳປະປາຢູ່ເຂດຊົນນະບົດຕາມມາດຖານເຂດຕົວເມືອງບັນລຸໄດ້ 50%, ຢູ່ເຂດຕົວເມືອງໄດ້ເກືອບ 100%.

        ກໍ່ຕາມທ່ານ ຫງວຽນດຶກຈູງ ແລ້ວ, ນະຄອນ ໄດ້ສະເໜີບາງກົນໄກຫັນນຳໃຊ້ແຫຼ່ງກຳລັງຈາກສັງຄົມເພື່ອຫລຸດຜ່ອນຄວາມດັນຈາກແຫຼ່ງເງິນລົງທຶນພາກລັດ…

(ແຫຼ່ງຄັດຈາກ VOV)



top