ຂ່າວສານ

ອັດກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ

      ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ຕ້ອງດຳເນີນກອງປະຊຸມອະພິປາຍ ກ່ຽວກັບວຽກງານຫັນເປັນຫຸ້ນສ່ວນ ແລະ ຖອນທຶນລັດ ແລະ ການຊັກຖາມ , ຕອບຄຳຊັກຖາມທີ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ
ວາລະອັດກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ
      ຕອນບ່າຍວັນທີ 19 ມັງກອນ, ທີ່ກອງປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດທີ່ດຳເນີນ ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການພິຈາລະນາ ແລະ ຕັດສິນປະຕິບັດບັນດາຊຸດເຄື່ອງແບບ ຂອງຜູ້ແທນປະຊາຊົນທີ່ເຂົ້າຮ່ວມການພິພາກສາ ແລະ ແຜນການຈັດສັນໂຄງສ້າງການຈັດຕັ້ງພາຍໃນ ແລະ ພະນັກງານບັນຈຸຂອງຫ້ອງວ່າການສະພາແຫ່ງຊາດ.
      ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ຕ້ອງດຳເນີນກອງປະຊຸມອະພິປາຍ ກ່ຽວກັບວຽກງານຫັນເປັນຫຸ້ນສ່ວນ ແລະ ຖອນທຶນລັດ ແລະ ການຊັກຖາມ , ຕອບຄຳຊັກຖາມທີ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງໃຫ້ຕີລາຄາບັນດາການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດໃນປີຜ່ານມາ ເພື່ອແນໃສ່ກຳນົດທິດໃຫ້ແກ່ວຽກງານປີນີ້ ແລະ ກະກຽມໃຫ້ກອງປະຊຸມສະໄໝສາມັນຄັ້ງທີ 3, ສະພາແຫ່ງຊາດ ຊຸດທີ 15 ດ້ວຍຈຸດສຸມແມ່ນວຽກງານສ້າງກົດໝາຍ.
(ແຫຼ່ງຄັດຈາກ VOV)


top