ຂ່າວສານ

ອັດກອງປະຊຸມຄັ້ງທີ 54 ຄະນະປະຈຳສະພາແຫ່ງຊາດ

      ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາຢ່າງລະມັດລະວັງ, ເຖິງຖອງ ແລະ ໄດ້ມີຂໍ້ສະຫຼຸບສຸດທ້າຍກ່ຽວກັບບັນດາເນື້ອໃນທີ່ຍັງເຫຼືອເພື່ອກະກຽມໃຫ້ແກ່ກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ 15.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 54
(ພາບ: quochoi.vn)
      ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 54 ຄະນະປະຈຳສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາຢ່າງລະມັດລະວັງ, ເຖິງຖອງ ແລະ ໄດ້ມີຂໍ້ສະຫຼຸບສຸດທ້າຍກ່ຽວກັບບັນດາເນື້ອໃນທີ່ຍັງເຫຼືອເພື່ອກະກຽມໃຫ້ແກ່ກອງປະຊຸມສຸດທ້າຍຂອງສະພາແຫ່ງຊາດຊຸດທີ 15. ກ່ຽວກັບວຽກງານກະກຽມບຸກຄະລາກອນ, ບູລະນະບັນດາຕຳແໜ່ງຢູ່ບາງອົງການຂອງລັດ, ບົນພື້ນຖານຂໍ້ສະຫຼຸບ, ລົງຄະແນນສຽງຂອງຄະນະປະຈຳສະພາແຫ່ງຊາດ, ຄະນະວຽກງານຜູ້ມີສິດເລືອກຕັ້ງຕ້ອງເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງກະກຽມຢ່າງລອບຄອບທີ່ຖ້ວນ, ໂດຍສະເພາະແມ່ນບັນດາຂັ້ນຕອນຕ້ອງຮັບປະກັນໃຫ້ຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ. ຄະນະປະຈຳສະພາແຫ່ງຊາດຕ້ອງຮີບຮ້ອນຊີ້ນຳເພື່ອປະຕິບັດການມອບວຽກໃຫ້ສຳເລັດເພື່ອປະທານສະພາແຫ່ງຊາດຊຸດໃໝ່ສາມາດເຮັດວຽກຢ່າງສະດວກໃນທັນທີ.
        ຕາມລາຍການ, ຄາດວ່າທີ່ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະພົ້ນຕຳແໜ່ງ ແລະ ເລືອກຕັ້ງປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ. ຄາດວ່າ, ກອງປະຊຸມຈະແກ່ຍາວເປັນເວລາ 12 ວັນ, ພິທີໄຂເລີ່ມແຕ່ວັນທີ 24 ມີນາ ແລະ ອັດລົງໃນວັນທີ 08 ເມສາ.
(ແຫຼ່ງຄັດຈາກ VOV)


top