ຂ່າວສານ

ອັດກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການຊຸດທີ 12 ແມ່ນມີຄວາມໝາຍສຳຄັນຍິ່ງ, ແມ່ນບ່ອນອີງໃຫ້ແກ່ຊຸມປີຕໍ່ໆໄປ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ບັນຍາກາດໃໝ່ເພື່ອໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

 
ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

(ພາບ: VGP)


ພາຍຫຼັງເຮັດວຽກມາເປັນເວລາ 5 ວັນ (ແຕ່ວັນທີ 14 – 18 ທັນວາ) ຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 18 ທັນວາ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ອັດລົງ.

        ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການຊຸດທີ 12 ແມ່ນມີຄວາມໝາຍສຳຄັນຍິ່ງ, ແມ່ນບ່ອນອີງໃຫ້ແກ່ຊຸມປີຕໍ່ໆໄປ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ບັນຍາກາດໃໝ່ເພື່ອໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳໃຊ້ກາລະໂອກາດເພື່ອນຳປະເທດຊາດກ້າວຂຶ້ນໄລຍະພັດທະນາໃໝ່ຢ່າງເຂັ້ມແຂງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວແມ່ນຍ້ອນມີຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມ, ສູ້ຊົນ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃນດຽວຂອງທັງລະບົບການເມືອງ ແລະ ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ.ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ກ່າວວ່າ.

        “ຄະນະບໍລິຫານງານສູນກາງພັກເຊື່ອໝັ້ນວ່າ: ດ້ວຍທິດນຳ ສາມັກຄີ - ປະຊາທິປະໄຕ-ລະບຽບວິໄນ-ປະດິດຄິດສ້າງ-ພັດທະນາ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະສືບຕໍ່ປຶກສາຫາລືຢ່າງລະອຽດກວ່າ, ເປັນເອກະພາບສູງໃນການດັດປັບໃຫ້ສົມບູນແບບ ແລະ ລົງປະຊາມະຕິຮັບຮອງເອົາເອກະສານສະບັບຕ່າງຂອງກອງປະຊຸມໃຫຍ່, ສ້າງພື້ນຖານໃຫ້ແກ່ວຽກງານຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາມະຕິກອງປະຊຸມໃຫຍ່ໃຫ້ເປັນຢ່າງດີທີ່ສຸດ, ປະຕິບັດບັນດາເປົ້າໝາຍລະອຽດຮອດປີ 2025 ແລະ ປີ 2030 ກໍຄືເປົ້າໝາຍສັງລວມທີ່ໄດ້ວາງອອກຢ່າງມີໄຊ”.

        ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ປຶກສາຫາລື, ປ່ອນບັດປະຊາມະຕິເອົາບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການຊຸດທີ 13, ລວມທັງບຸກຄະລາກອນກົມການເມືອງ, ຄະນະເລຂາທິການຊຸດທີ 12 ຮັບດຳລົງຕຳແໜ່ງຄືນໃໝ່ ແລະ ບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການເປັນຄັ້ງທຳອິດ; ມອບໃຫ້ກົມການເມືອງ ແລະ ອະນຸກຳມະການບຸກຄະລາກອນສືບຕໍ່ພິຈາລະນາ, ເພີ່ມເຕີມ, ສ້າງບັນດາທິດທາງບຸກຄະລາກອນໃຫ້ສົມບູນແບບ ເພື່ອລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ພິຈາລະນາ, ຕົກລົງທີ່ກອງປະຊຸມສຸນກາງພັກຄັ້ງທີ 15 ທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top