ຂ່າວສານ

ອັດກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12

ພາຍຫຼັງດຳເນີນມາເປັນເວລາ 6 ວັນ, ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ສຳເລັດບັນດາເນື້ອໃນທັງໝົດຂອງແຜນການທີ່ໄດ້ວາງອອກ ແລະ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນບ່າຍວັນທີ 12 ຕຸລາຢູ່ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ

ກົມການເມືອງສູນກາງພັກໄດ້ຮັບເອົາ ແລະ ຊີ້ແຈງເຖິງບັນດາບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນ; ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍໄດ້ເຫັນດີເປັນເອກະສັນຮັບຮອງເອົາມະຕິຂອງກອງປະຊຸມ.

    ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ສະຫຼຸບໂດຍສັງເຂບໝາກຜົນຂອງກອງປະຊຸມ ແລະ ເນັ້ນໜັກເຖິງບາງບັນຫາຕື່ມອີກເພື່ອເປັນເອກະພາບກັນໃນການຊີ້ນຳນຳພາໃນໄລຍະທີ່ຈະມາເຖິງ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະປະກອບສ່ວນເຮັດສຳເລັດໜ້າທີ່ໃນປີ 2019 ຢ່າງມີໄຊ ເພື່ອກ້າວເຂົ້າສູ່ຜັນຂະຫຍາຍປະຕິບັດເປົ້າໝາຍໜ້າທີ່ໄດ້ວາງອອກໃຫ້ປີ 2020 ດ້ວຍຄວາມຕັດສິນໃຈສູງ ແລະ ບັນຍາກາດໃໝ່.

    ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ເນັ້ນໜັກວ່າ ປີ 2020 ແມ່ນປີສຸດທ້າຍແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2016-2020, ຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10ປີ 2021-2030, ປີຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

     ສະພາບການພາກພື້ນ ແລະ ໂລກ ແລະ ສະພາບການຢູ່ພາຍໃນປະເທດ ພວມສືບຕໍ່ຜັນແປຢ່າງສັບສົນ, ດັ່ງນັ້ນ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ຕ້ອງມານະພະຍາຍາມ ສູ້ຊົນ, ຕັດສິນໃຈຢ່າງສູງສຸດເພື່ອເຮັດສຳເລັດບັນດາເປົ້າໝາຍດ ໜ້າທີ່ຂອງປີ 2020 ແລະ ອາຍຸການຊຸດທີ 12 ຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)

top