ຂ່າວສານ

ອັງກິດເລີ່ມສັກວັກຊິນ Pfizer ນັບແຕ່ວັນທີ 08 ທັນວາ

      ເລື່ອງສັກຢາກັນພະຍາດຈະໄດ້ຮັບການປະຕິບັດຢູ່ປະມານ 50 ສູນ ໃນໂຮງໝໍຢູ່ອັງກິດ.

ອັງກິດ ໄດ້ສັ່ງຊື້ວັກຊິນ Pfizer 40 ລ້ານໂຄຣ (ຊຸດ) ເພື່ອສາມາດສັກຢາໃຫ້ 20 ລ້ານຄົນ
(ພາບ: AP)
      ບັນດາວັກຊິນ Pfizer/BioNTech ງວດທຳອິດທີ່ສົ່ງໄປຍັງອັງກິດ, ຄາດວ່າຈະມີ ວັກຊິນ 800.000 ໂຄຣ (ຊຸດ), ສັກໃຫ້ຄົນເຈັບທີ່ມີອາຍຸແຕ່ 80 ປີຂຶ້ນໄປນັບແຕ່ອາທິດນີ້. ບັນດາງວດວັກຊິນນີ້ໄດ້ສົ່ງໄປຍັງອັງກິດໃນວັນທີ 06 ທັນວາ, ກ່ອນ 2 ວັນທີ່ນຳເຂົ້າໃນໂຄງການສັກຢາກັນພະຍາດໃນຊຸມຊົນຄັ້ງທຳອິດດ້ວຍວັກຊິນ Pfizer ໃນໂລກ.
        ເລື່ອງສັກຢາກັນພະຍາດຈະໄດ້ຮັບການປະຕິບັດຢູ່ປະມານ 50 ສູນ ໃນໂຮງໝໍຢູ່ອັງກິດ. ພາລະກອນການແພດທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ສູງຈະໄດ້ນັດເວລາສັກຢາໂດຍບໍ່ແຈ້ງກ່ອນ. ເຂັມທີ 2 ຈະໄດ້ຮັບການປະຕິບັດພາຍຫຼັງ 21 ວັນ. ອັງກິດ ໄດ້ສັ່ງຊື້ວັກຊິນ Pfizer 40 ລ້ານໂຄຣ (ຊຸດ), ເພື່ອສາມາດສັກຢາໃຫ້ 20 ລ້ານຄົນ.
        ບັນດາລັດຖະບານ ແລະ ອົງການສາທາລະນະສຸກໃນທົ່ວໂລກຈະຕິດຕາມໂຄງການສັກຢາກັນພະຍາດຂອງອັງກິດ ເພື່ອຮັບຮູ້ບັນດາຜົນສຳເລັດ ແລະ ປະລາໄຊຂອງໂຄງການເພື່ອປັບປຸງແຜນການຂອງຕົນໃຫ້ເໝາະສົມ.
(ແຫຼ່ງຄັດຈາກ VOV)


top