ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ໜູນຊ່ວນການຟື້ນຟູລະບົບ ແລະ ການບໍລິການດ້ານການແພດຢູ່ ຫວຽດນາມ.
ເຄື່ອງອຸປະກອນການແພດທີ່ໄດ້ມອບ
ວັນທີ 29 ທັນວາ, ສະຖານທູດ ອັງກິດ ປະຈຳ ຮ່າໂນ້ຍ ແລະ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ມອບເຄື່ອງອຸປະກອນການແພດທີ່ມີມູນຄ່າ 500.000 ປອນໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ ເພື່ອໜູນຊ່ວຍການຟື້ນຟູລະບົບສາທາລະນະສຸກ. ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Iain Frew, ຢືນຢັນວ່າ, ຈຳນວນເຄື່ອງອຸປະກອນດັ່ງກ່າວແມ່ນການສະແດງໃຫ້ເຫັນການໜູນຊ່ວຍຢ່າງຍາວນານ ແລະ ແທດຈິງຂອງລາຊະອານາຈັກ ອັງກິດ ໃຫ້ແກ່ຄົນເຈັບ ແລະ ແພດໝໍ, ທ່ານໝໍ ຫວຽດນາມ ຢູ່ເຂດມີຄວາມສ່ຽງສູງກວ່າເພີ່ນ ແນໃສ່ຜ່ານຜ່າຄວາມຫຍຸ້ງຍາກ, ພິເສດແມ່ນທາງດ້ານການແພດ. ອັງກິດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ໜູນຊ່ວນການຟື້ນຟູລະບົບ ແລະ ການບໍລິການດ້ານການແພດຢູ່ ຫວຽດນາມ.