ຂ່າວສານ

ອັງກິດ ປະກາດຈຸດເວລາຈັດຕັ້ງກອງປະຊຸມສຸດຍອດ G7

      ກະຊວງການຕ່າງປະເທດອັງກິດ ຊີ້ແຈ້ງວ່າ ກອງປະຊຸມສຸດຍອດ G7 ຈະໄດ້ຈັດຕັ້ງຢູ່ອ່າວ Carbis ຂຶ້ນກັບເຂດ Cornwall, ທາງທິດຕາເວັນຕົກສ່ຽງໃຕ້ອັງກິດ, ເລີ່ມແຕ່ວັນທີ 11 ຫາ 13 ມິຖຸນາ. ອົດສະຕາລີ, ອິນເດຍ ແລະ ສ.ເກົາຫຼີ ໄດ້ຮັບການເຊີນເຂົ້າຮ່ວມກອງປະຊຸມ.
ກອງປະຊຸມສຸດຍອດ G7 ຈະໄດ້ຈັດຕັ້ງຢູ່ອ່າວ Carbis (ພາບ: Getty Images)
      ວັນທີ 16 ມັງກອນ, ກະຊວງການຕ່າງປະເທດ ອັງກິດໃຫ້ຮູ້ວ່າ ປະເທດນີ້ຈະຈັດຕັ້ງກອງປະຊຸມສຸດຍອດ ກຸ່ມ 7 ພື້ນຖານເສດຖະກິດພັດທະນາແຖວໜ້າ ໂລກ (G7) ໃນເດືອນມິຖຸນາ ຈະມາເຖິງ. ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດຂອງ G7 ໃນເກືອບ 2 ປີຜ່ານມາ ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍ.
        ກະຊວງການຕ່າງປະເທດອັງກິດ ຊີ້ແຈ້ງວ່າ ກອງປະຊຸມສຸດຍອດ G7 ຈະໄດ້ຈັດຕັ້ງຢູ່ອ່າວ Carbis ຂຶ້ນກັບເຂດ Cornwall, ທາງທິດຕາເວັນຕົກສ່ຽງໃຕ້ອັງກິດ, ເລີ່ມແຕ່ວັນທີ 11 ຫາ 13 ມິຖຸນາ. ອົດສະຕາລີ, ອິນເດຍ ແລະ ສ.ເກົາຫຼີ ໄດ້ຮັບການເຊີນເຂົ້າຮ່ວມກອງປະຊຸມ.
        ຕາມແຜນການແລ້ວ, ໃນປີ 2021, ອັງກິດກໍ່ຈະຈັດຕັ້ງບັນດາກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ G7 ເຊິ່ງຈະຈັດຜ່ານທາງອອນລາຍ ຫຼື ໂດຍກົງ. ເນື້ອໃນການປຶກສາຫາລືກວມລວມຫຼາຍບັນຫາຄື ເສດຖະກິດ, ສິ່ງແວດລ້ອມ, ສາທາລະນະສຸກ, ການຄ້າ, ເຕັກໂນໂລຢີ, ນະໂຍບາຍການຕ່າງປະເທດ…ປີນີ້, ອັງກິດຈະຮັບຕຳແໜ່ງປະທານໝູນວຽນ ຂອງ G7.
(ແຫຼ່ງຄັດຈາກ VOV)
 


top