ຂ່າວສານ

ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ

ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນລະບົບກິດຈະກຳສະຖາປັດຕະຍາກຳທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ບັນດາແຂວງ, ນະຄອນຂອງປະເທດ ກຳປູເຈຍ, ໂດຍເລີ່ມຈາກຄວາມມຸ່ງມາດປາດຖະໜາຂອງປະຊາຊົນກຳປູເຈຍ ເພື່ອຈາລຶກຄຸນງາມຄວາມດີຂອງນັກຮົບສອງປະເທດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດລົບລ້າງລະບອບດັບສູນເຊື້ອຊາດປອນປົດ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ ກຳປະເຈຍ.
  ທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ Samdech Vibol Sena Pheakdei Say Chhum (ພາບ: TTXVN)  

ອະນຸສາວະລີ ມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນດ້ວຍເບຕົງແຕ່ທ້າຍຊຸມປີ 1980 ຢູ່ ກຳປູເຈຍ ເພື່ອລະນຶກເຖິງການຮ່ວມສໍາພັນສູ້ຮົບ ຫວຽດນາມ - ກຳປູເຈຍ ພາຍຫຼັງກອງທັບປະຊາຊົນ ຫວຽດນາມ ຈັດສົ່ງກຳລັງໄປຍັງປະເທດ ກຳປູເຈຍ ເພື່ອໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ. ອະນຸສາວະລີດັ່ງກ່າວມີຄວາມສູງປະມານ 11 ແມັດ, ເຊິ່ງເປັນຮູບປັ້ນນັກຮົບ ຫວຽດນາມ ແລະ ກຳປູເຈຍ ມືຈັບປືນປົກປ້ອງແມ່ຍິງຜູ້ທີ່ພວມອຸ້ມລູກ ແລະ ນີ້ກໍແມ່ນກິດຈະກຳສະຖາປັດຕະຍາກຳທີ່ມີຊື່ສຽງທີ່ສຸດ ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ. ທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ Samdech Vibol Sena Pheakdei Say Chhum  ແບ່ງປັນວ່າ: ພັກ, ລັດ, ແນວໂຮມປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ຍາມໃດກໍຈົດຈຳບຸນຄຸນເຊິ່ງພັກ, ລັດ, ແນວໂຮມປະເທດຊາດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໄດ້ຊ່ວຍປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ແລະ ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃຫ້ແກ່ ກຳປູເຈຍ.

ໃນປາງສົງຄາມໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດມີນັກຮົບຜູ້ຮັກຊາດ ກຳປູເຈຍ ແລະ ທະຫານອາສາສະໝັກ ຫວຽດນາມ ຫຼາຍຄົນ ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດເພື່ອລະນຶກເຖິງການອຸທິດສ່ວນ ແລະ ຄຸນງາມຄວາມດີຢ່າງໃຫຍ່ຫຼວງນີ້ນັບແຕ່ຊຸມປີ 1980, ສອງປະເທດ ຫວຽດນາມ ກຳປູເຈຍ ໄດ້ສ້າງອະນຸສາວະລີ ຫວຽດນາມ ກຳປູເຈຍ ຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ແລະ ບັນດາແຂວງນະຄອນ ຂອງ ກຳປູເຈຍ”.

ມີອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ 23 ແຫ່ງ ໄດ້ສ້າງຂຶ້ນຢູ່ບັນດາແຂວງ, ນະຄອນຢູ່ ກຳປູເຈຍ, ເພື່ອຈາລຶກບຸນຄຸນຂອງບັນດານັກຮົບ, ທະຫານອາສາສະໝັກຫວຽດນາມ ແລະ ທະຫານແນວໂຮມກູ້ຊາດ ກຳປູເຈຍ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ. ໂດຍແມ່ນໜຶ່ງໃນບັນດາບຸກຄົນທີ່ຊີ້ນຳໂດຍກົງວຽກງານພັດທະນາລະບົບອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ, ທ່ານ Nhem Valy, ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໄດ້ປະຕິບັດວຽກງານນີ້ດ້ວຍຈິດໃຈຂອງຜູ້ໜຶ່ງທີ່ຍາມໃດກໍເຄົາລົບນັບຖື ແລະ ຢາກແຜ່ຂະຫຍາຍບັນດາເລື່ອງລາວປະຫວັດສາດນີ້.

ຂ້າພະເຈົ້າມີລູກ ຄົນ ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນເມື່ອປະເທດຊາດມີສັນຕິພາບແລ້ວເຂົາເຈົ້າບໍ່ຮູ້ຫຍັງກ່ຽວກັບປາງສົງຄາມທີ່ເຈັບແສບຫຍຸ້ງຍາກລຳບາກຂ້າພະເຈົ້າໄດ້ນຳເອົາເລື່ອງລາວລະອຽດຂອງບັນດາອະນຸສາວະລີນີ້ ເພື່ອເວົ້າກັບລູກຂອງຂ້າພະເຈົ້າວ່າ ນີ້ແມ່ນການອຸທິດສ່ວນແມ່ນຄຸນງາມຄວາມດີແມ່ນນ້ຳໃຈໄມຕີຈິດມິດຕະພາບການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ ກຳປູເຈຍ ແລະ ຫວຽດນາມຜ່ານວຽກງານການກະທຳຂອງຕົນຂ້າພະເຈົ້າຢາກສຶກສາໃຫ້ລູກໆຂອງຕົນ ໄດ້ຮູ້ຈັກເຖິງນ້ຳໃຈໄມຕີຈິດມິດຕະພາບ ກຳປູເຈຍ ຫວຽດນາມອະນຸສາວະລີນີ້ ກໍແມ່ນສັນຍາລັກຂອງການເສຍສະຫຼະອັນສູງສົ່ງຂອງລຸ້ນພໍ່ລຸ້ນອ້າຍຂອງທັງ ຫວຽດນາມ ແລະ ກຳປູເຈຍ ເພື່ອຍາດເອົາເອກະລາດ ແລະ ນຳເອົາຄວາມຜາສຸກມາໃຫ້ປະຊາຊົນ ກຳປູເຈຍໃນທຸກວັນນີ້”.

  ທ່ານ Nhem Valy, ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ (ພາບ: TTXVN)  

ປັດຈຸບັນ, ປະຊາຊົນຢູ່ບັນດາແຂວງ, ນະຄອນຂອງ ກຳປູເຈຍ ມີສະຖານທີ່ອີກແຫ່ງໜຶ່ງເພື່ອຕັກເຕືອນກ່ຽວກັບຄວາມຜູກພັນກັບທະຫານອາສາສະໝັກ ຫວຽດນາມ ໃນຊຸມປີນັ້ນ. ຜູ້ເຖົ້າຜູ້ແກ່ມີຄວາມຕື້ນຕັນໃຈ, ສ່ວນຄົນລຸ້ນໜຸ່ມແມ່ນ ມີຄວາມກະຕືລືລົ້ນ ແລະ ຕັ້ງແງ່ຫວັງກ່ຽວກັບອະນາຄົດທີ່ໝັ້ນແກ່ນກວ່າລະຫວ່າງ ກຳປູເຈຍ - ຫວຽດນາມ.

ຂໍຂອບໃຈປະຊາຊົນ ຫວຽດນາມ ຫຼາຍໆທີ່ໄດ້ຊ່ວຍປະເທດ ກຳປູເຈຍ ພວກຂ້າພະເຈົ້າ”.

ພາຍໃຕ້ລະບອບປອນປົດປະຊາຊົນ ກຳປູເຈຍ ຕ້ອງດຳລົງຊີວິດໃນສະພາບທີ່ເຈັບປວດທໍລະມານ ແລະ ເສຍຫາຍຢ່າງໃຫຍ່ຫຼວງ ນັບທັງດ້ານວັດຖຸ ແລະ ຊີວິດອິນຊີແຕ່ໂດຍໄດ້ຮັບການຊ່ວຍເຫຼືອຈາກທະຫານອາສາສະໝັກ ຫວຽດນາມປະເທດ ກຳປູເຈຍ ຈຶ່ງຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຫ້ຽມພວກນ້ອງມີຄວາມເອກອ້າງທະນົງໃຈຕໍ່ການເສຍສະຫຼະຢ່າງອົງອາດກ້າຫານຂອງທະຫານອາສາສະໝັກ ຫວຽດນາມ ໃນພາລະກິດປົດປ່ອຍປະເທດ ກຳປູເຈຍ”.

ປີ 2022, ຈະມີອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ 5 ແຫ່ງຕື່ມອີກ ໄດ້ກໍ່ສ້າງສຳເລັດ ແລະ ເປີດສະຫຼອງນຳໃຊ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 55 ປີ ຢູ່ທ້ອງຖິ່ນຕ່າງໆຂອງ ກຳປູເຈຍ ຄື: Siem Riep, Odor Meanchey, Tbong Khmum, Kampong Speu ແລະ ແຂວງ Pailin. ປະຊາຊົນ ກຳປູເຈຍ ທຸກຄົນ ຕ່າງກໍເຄົາລົບຕໍ່ກິດຈະກຳອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ທຸກແຫ່ງນີ້ ແລະ ຈະອະນຸລັກຮັກສາ ເພາະວ່ານີ້ແມ່ນບ່ອນຊ່ວຍໃຫ້ປະຊາຊົນ ກຳປູເຈຍ ໃນວັນນີ້ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຕົນຕື່ມອີກ./.


top