ຂ່າວສານ

ອະນຸສາວະລີນັກຮົບ ກາກມາ: ແຂກທ່ອງທ່ຽວເຂົ້າມາໄວ້ອາໄລເກືອບ 220 ພັນເທື່ອຄົນ

ພາຍຫລັງນຳເຂົ້າເຄື່ອນໄຫວມາເປັນເວລາເກືອບ 4 ປີ, ມາຮອດປະຈຸບັນ, ອະນຸສາວະລີນັກຮົບ ກາກມາ ຢູ່ແຫຼມ ກາມແຣງ, ເມືອງ ກາມເລີມ, ແຂວງ ແຄ໊ງຮ່ວາ ໄດ້ຕ້ອນຮັບແຂກທ່ອງທ່ຽວເຂົ້າມາໄວ້ອາໄລເກືອບ 220 ພັນເທື່ອຄົນ.
ອະນຸສາວະລີນັກຮົບ ກາກມາ (ພາບ: tapchimattran.vn)

ທຸກໆປີ, ໃນວັນທີ 14 ມີນາ - ເວລາທີນັກຮົບ 64 ຄົນໄດ້ອົງອາດກ້າຫານເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດຢູ່ເກາະຫີນ ກາກມາ ຂຶ້ນກັບໝູ່ເກາະ ເຈື່ອງຊາ (14/03/1988) ແລະ ໃນໂອກາດບຸນເຕັດ, ວັນບຸນຕ່າງໆ, ຄະນະຄຸ້ມຄອງອະນຸສາວະລີ ລ້ວນແຕ່ຈັດຕັ້ງພິທີອາໄລຫາຂຶ້ນຢ່າງສົມກຽດ.

     ທ່ານ ຫວໍຢຸຍຈູກ, ຫົວໜ້າຄະນະຄຸ້ມຄອງອະນຸສາວະລີນັກຮົບກາກມາ, ສະຫະພັນແຮງງານແຂວງ ແຄ໊ງຮ່ວາ ໃຫ້ຮູ້ວ່າ: ເຂດອະນຸສາວະລີນັກຮົບ ກາກມາ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອໃຫ້ປະຊາຊົນມາຢ້ຽມຊົມລົງທັດສະນະສຶກສາ, ຖະຫວາຍທູບທຽນໄວ້ອາໄລນັກຮົບເສຍສະຫຼະຊີວິດເພື່ອຊາດ 64 ຄົນທີ່ອົງອາດກ້າຫານປົກປັກຮັກສາທະເລໝູ່ເກາະບ້ານເກີດເມືອງນອນເທົ່ານັ້ນ ຫາກຍັງປະກອບສ່ວນສຶກສາດ້ານປະຫວັດສາດໃຫ້ແກ່ລຸ້ນຫລັງ ກ່ຽວກັບບັນດາເຫດການປະຫວັດສາດຂອງປະເທດອີກດ້ວຍ.

(ແຫຼ່ງຄັດຈາກ VOV)


top